ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ປັນຍາຂັນ 1558-1564
(ໝວດຍານນະທັສສະນະ)16(ໝວດມະໂນມະຍິດທິ)17(ໝວດອິດທິວິທີ)17(ໝວດທິບພະໂສຕ)18(ໝວດເຈໂຕປະຣິຍະຍານ)19(ໝວດປຸບພະນິວາສານຸສສະຕິຍານ)20(ໝວດຈຸຕຸປະປາຕະຍານ)21(ໝວດອາສະວັຄຄະຍະຍານ)22ລັກສະນະຄວາມສະອາດ-ບໍ່ສະອາດ ໃນອະຣິຍະວິນັຍ23ສາລະບານຂະຫຍາຍຄວາມ 43
ໜ້າ
ກ. ຄວາມບໍ່ສະອາດ23ຂ. ຄວາມສະອາດ26ຜູ່ບໍ່ສະອາດ ເປັນຜູ່ທີ່ຄືກັບຖືກນໍາໂຕໄປເກັບໄວ້ໃນນະລົກ28ຜູ່ສະອາດ ເປັນຜູ່ທີ່ຄືກັບຖືກນໍາໂຕໄປເກັບໄວ້ໃນສະຫວັນ29ຄໍາຊີ້ແຈງເພີ້ມເຕີມ ກ່ຽວກັບ ອັກຂະລະວິທີ ໆລໆ ໃນໜັງສືເຫຼັ້ມນີ້31ໂຕຢ່າງຫຼັກທັມລໍ້າເລິກ ທີ່ຫາພົບໄດ້ຈາກໜັງສືເຫຼັ້ມນີ້37ຄໍາຊີ້ແຈງວິທີການໃຊ້ໜັງສືເຫຼັ້ມນີ້ໃຫ້ເປັນປະໂຫຍກ້ວາງຂວາງອອກໄປ43ປະທານຸກົມ ເລີ້ມແຕ່ໜ້າ135ລະດັບໝວດທັມ ເລີ້ມແຕ່ໜ້າ297[1]
ຄໍານໍາ
[2]
ຄໍານໍາເມື່ອພິມຄັ້ງທໍາອິດ
ພສ960ພຣະພຸດທະສາສນາທັ້ງໝົດ ມີຍອດສຸດຄື ອະຣິຍະສັຈຈ໌ 4, ຫຼັກທັມທຸກໆຢ່າງສົງເຄາະລວມລົງໄດ້ໃນອະຣິຍະສັຈຈ໌ສີ່, ຂໍ້ປະຕິບັຕທຸກໆຂໍ້ ກໍມີເພື່ອຮູ້ອະຣິຍະສັຈຈ໌ດ້ວຍປັນຍາ, ພາຍຫຼັງທີ່ຮູ້ອະຣິຍະສັຈຈ໌ດ້ວຍປັນຍາທີ່ສຸດ ແລ້ວຫຼຸດພົ້ນອາສະວະກິເລສ ເປັນຜູ່ທີ່ເຮັດທີ່ສຸດແຫ່ງຄວາມທຸກໃຫ້ປາກົດໄດ້ ແລະ ພົ້ນທຸກຢ່າງເດັດຂາດ ບໍ່ກັບໄປທຸກອີກຕໍ່ໄປ ເພາະຈິຕຫຼຸດພົ້ນຈາກສິ່ງທີ່ເຄີຍຢຶດຖື.
ຜູ່ທີ່ຮູ້ອະຣິຍະສັຈຈ໌ໄດ້ດ້ວຍຕົນເອງຢ່າງເຖິງຖອງ ແລະ ສອນຜູ່ອື່ນໃຫ້ຮູ້ຈັກນໍາໄດ້ດ້ວຍ ເອີ້ນວ່າ ພຣະສັມມາສັມພຸດທະເຈົ້າ, ຜູ່ທີ່ຮູ້ເອງ ຢ່າງເຖິງຖອງສະເພາະທໍ່ທີ່ທັມໂຕເອງໃຫ້ຫຼຸດພົ້ນໄດ້ ແຕ່ສອນຜູ່ອື່ນໃຫ້ຮູ້ນໍາບໍ່ໄດ້ ເພາະບໍ່ສາມາດໃນການທໍລະມານຜູ່ຟັງ ເອີ້ນວ່າ ພຣະປັດເຈກພຸດທະເຈົ້າ, ຜູ່ທີ່ໄດ້ຟັງທັມຈາກພຣະສັມມາສັມພຸດທະເຈົ້າ ແລ້ວຮູ້ຕາມໄດ້ ເອີ້ນວ່າ ພຣະອະນຸພຸດທະເຈົ້າ ຫຼື ພຣະອະຣິຍະສາວົກ. ທັງ 3 ຈໍາພວກນີ້ລ້ວນແຕ່ ເພາະຮູ້ອະຣິຍະສັຈຈ໌ສີ່ດ້ວຍປັນຍາ. ອະຣິຍະສັຈຈ໌ສີ່ ຈຶ່ງເປັນຍອດທັມ. ການຮູ້ອະຣິຍະສັຈຈ໌ສີ່ ກໍຄືຍອດແຫ່ງພຣົມມະຈັນຣຍ໌ ແລະ ການປະພຶຕປະຕິບັຕເພື່ອໃຫ້ຮູ້ອະຣິຍະສັຈຈ໌ສີ່ດ້ວຍປັນຍາ ກໍຄືຍອດແຫ່ງການປະພຶຕທັງຫຼາຍ.
ໃນໂລກນີ້ ຫຼື ໃນໂລກໃດໆ ຈັກພັນໂລກກໍຕາມ ບໍ່ມີຫຍັງດີໄກວ່າ “ການພົ້ນທຸກ” ການພົ້ນທຸກບໍ່ແມ່ນເພາະຮູ້ອະຣິຍະສັຈຈ໌ທັງ 4 ຢ່າງສົມບູນ ຄື : ຮູ້ຈັກທຸກ, ເຫຕໃຫ້ເກີດທຸກ, ການດັບບໍ່ເຫຼືອຂອງທຸກ ແລະ ທາງດໍາເນີນໃຫ້ເຖິງການດັບບໍ່ເຫຼືອຂອງທຸກ ນັ້ນເອງ, ອະຣິຍະສັຈຈ໌ 4 ແນວນີ້ ຈຶ່ງເປັນຄວາມຮູ້ທີ່ຄວນສຶກສາ ສໍາລັບການມີຊີວິຕຢູ່ຫຍິ່ງກວ່າຄວາມຮູ້ອື່ນໆ ຊຶ່ງເປັນພຽງການຫຼອກລໍ້ໃຫ້ໃຊ້ຊີວິຕເພີນໄປວັນໆໜຶ່ງ ແຕ່ບໍ່ໄດ້ພົ້ນທຸກ ພ້ອມທັງຮາກເຊື້ອຂອງມັນອອກຈາກດວງຈິຕຂອງມະນຸສສ໌ບໍ່ໄດ້.
ເຈົ້າໜ້າທີ່ກອງຕໍາລາຂອງຄະນະທັມມະທານ ໄດ້ພະຍາຍາມຄົ້ນຄ້ວາເລື່ອງອະຣິຍະສັຈຈ໌ມາເປັນເວລາດົນນານ ດ້ວຍຄວາມລໍາບາກຢ່າງຍິ່ງໃນການຄົ້ນຄ້ວາ ແລະ ການນໍາມາຈັດເຂົ້າລະດັບໃຫ້ຖືກຕ້ອງ ປະຕິດປະຕໍ່ກັນຈົນຕະຫຼອດເລື່ອງ ເປັນເລື່ອງອະຣິຍະສັຈຈ໌ຈາກພຣະໂອດສະບັບທີ່ສົມບູນ. ຄະນະທັມມະທານໄດ້ເລີ້ມພິມໜັງສືເລື່ອງນີ້ຕັ້ງແຕ່ຕົ້ນ ພສ 2500 ຈັດຫຍິບເຫຼັ້ມພາກ 1-2 ໄວ້ຕອນໜຶ່ງແລ້ວ ມາດຽວນີ້ພາກ 3 ນິໂຣທະອະຣິຍະສັຈຈ໌ ໄດ້ເສັດຊິ້ນລົງ ຈຶ່ງໄດ້ຈັດຫຍິບເຫຼັ້ມໄວ້ອີກຕອນໜຶ່ງ ສ່ວນພາກ 4 ມັຄຄະອະຣິຍະສັຈຈ໌ ແລະ ພາກສະຫຼຸບທ້າຍ ຈະໄດ້ຈັດພິມຕໍ່ໄປ.
[3]
ໜັງສືພຸດທະວະຈະນະ1ອະຣິຍະສັຈຈ໌ຈາກພຣະໂອດ (ພາກປາຍ)
ຈັດທັມຂຶ້ນເພື່ອເປັນການສ້າງເຫຕໃຫ້ພຣະສັຈທັມຕັ້ງໝັ້ນ
ດ້ວຍວິທີ ແລະ ຮູບແບບທີ່ກົງຕາມພຸດທະປະສົງ, ກົງຕາມພຸດທະບັນຍັຕ
ນັ້ນຄື ການທີ່ຊາວພຸດທຸກໆພາກສ່ວນ ທັງພິກຂຸສົງ ແລະ ຄາຣະວາດ
ພາກັນສົນໃຈສຶກສາຮໍ່າຮຽນ ສະເພາະໃນສິ່່ງທີ່ເປັນພຸດທະວະຈະນະ ເປັນພຸດທະພາສິຕ








