ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຂໍ້ປະຕິບັຕເປັນທາງສາຍກາງ (ມັຊຊິມາປະຕິປະທາ) ທີ່ບໍ່ດິ່ງໄປຫາສິ່ງສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັຕທີ່ຕະຖາຄົຕ ໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມ ສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.
ພິກຂຸ ທ. ! ຂໍ້ປະຕິບັຕທີ່ເປັນທາງສາຍກາງ ທີ່ບໍ່ດິ່ງໄປຫາທີ່ສຸດໂຕ່ງສອງຢ່າງນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ຂໍ້ປະຕິບັຕອັນເປັນທາງສາຍກາງນັ້ນ ຄື ຂໍ້ປະຕິບັຕອັນເປັນຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການ ນີ້ເອງ. ແປດປະການ ນັ້ນຄືອັນໃດໜໍ ? ຄື : ສັມມາທິຕຖິ (ຄວາມເຫັນທີ່ຖືກຕ້ອງ) ສັມມາສັງກັປປະ (ຄວາມດໍາຣິທີ່ຖືກຕ້ອງ) ສັມມາວາຈາ (ການເວົ້າຈາທີ່ຖືກຕ້ອງ) ສັມມາກັມມັນຕະ (ການເຮັດການງານທີ່ຖືກຕ້ອງ) ສັມມາອາຊີວະ (ການດໍາຣົງຊີບທີ່ຖືກຕ້ອງ) ສັມມາວາຢາມະ (ຄວາມພາກພຽນທີ່ຖືກຕ້ອງ) ສັມມາສະຕິ (ຄວາມລະນຶກທີ່ຖືກຕ້ອງ) ສັມມາສະມາທິ (ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ).
ທັມມະຈັກກັປປະວັຕຕະນະສູຕ
- ມະຫາວາຣ. ສັງ. ໑໙/໕໒໘/໑໖໖໔.
ອີກໄນຍະໜຶ່ງ (ຕາມບາລີອະຣະນະວິພັງຄະສູຕ ມັດຊິມະນິກາຢະ)
[ຕອນອຸດເທສ]
ບຸຄຄົນບໍ່ຄວນຕາມປະກອບຊຶ່ງ ກາມະສຸຂ ອັນເປັນສຸຂທີ່ຕໍ່າຊາມ ເປັນຂອງຊາວບ້ານ ເປັນຂອງຊົນຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌ ແລະ ບໍ່ຄວນຕາມປະກອບຊຶ່ງ ອັຕຕະກິລະມະຖານຸໂຢຄະ ອັນນໍາມາຊຶ່ງຄວາມທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໒໗
ສ່ວນ ຂໍ້ປະຕິບັຕເປັນທາງສາຍກາງ (ມັຊຊິມາປະຕິປະທາ) ທີ່ບໍ່ດິ່ງໄປຫາສິ່ງສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັຕທີ່ຕະຖາຄົຕ ໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມ ສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ ກ່າວຄື :
ຄວນຮູ້ຈັກການເຮັດທີ່ເປັນການເຊີດຊູ (ອຸສສາທະນະ) ແລະການເຮັດທີ່ເປັນການຂັບໄລ່ (ອະປະສາທະນະ). ເມື່ອຮູ້ແລ້ວ ບໍ່ຄວນເຮັດການແກ້ງເຊີດຊູ ບໍ່ຄວນເຮັດການຂັບໄລ່ ຄວນສະແດງແຕ່ທີ່ເປັນທັມທໍ່ນັ້ນ. ຄວນຮູ້ຈັກວິນິຈສັຍໃນກໍລະນີແຫ່ງຄວາມສຸຂ, ເມື່ອຮູ້ແລ້ວ ຄວນຕາມປະກອບຊຶ່ງຄວາມສຸຂໃນພາຍໃນ. ບໍ່ຄວນກ່າວ ຣະໂຫວາທະ (ການກ່າວໃນທີ່ລັບຫຼັງ) ທີ່ບໍ່ຄວນກ່າວ ; ບໍ່ຄວນກ່າວ ອະຕິຂີນະວາດະ (ການກ່າວໃສ່ໜ້າ) ທີ່ບໍ່ຄວນກ່າວ ; ບໍ່ຄວນກ່າວຢ່າງຮີບຮ້ອນຈົນປາກສັ່ນສຽງສັ່ນ ; ບໍ່ຄວນຢຶດຖືພາສາເວົ້າຂອງຊາວເມືອງ ບໍ່ເລີກຖອນໂລກະສະມັນຍາ (ພາສາເວົ້າຂອງຊາວໂລກ) ; ດັ່ງນີ້.
ນີ້ຄືຫົວຂໍ້ (ອຸດເທສ) ແຫ່ງອະຣະນະວິພັງຄະ (ການແຍກທັມອັນບໍ່ເປັນຂ້າເສິກ ອອກເສຍຈາກທັມທີ່ເປັນຂ້າເສິກ).
[ຕອນນິດເທສ]
ທັມໃດ ຊຶ່ງເປັນການຕາມປະກອບດ້ວຍໂສມະນັສສ໌ ຂອງຜູ່ມີສຸຂ ອັນເນື່ອງສະເພາະຢູ່ດ້ວຍກາມ ເປັນການປະພຶຕຕໍ່າຊາມ ເປັນຂອງຊາວບ້ານ ເປັນຂອງຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌, ທັມນັ້ນ ປະກອບດ້ວຍທຸກຂ໌ ປະກອບດ້ວຍຄວາມຄັບແຄ້ນ ປະກອບດ້ວຍຄວາມແຫ້ງເຫືອດໃນໃຈ ປະກອບດ້ວຍການເຜົາລົນ ເປັນມິຈສາປະຕິປະທາ (ເປັນຂ້າເສິກຕໍ່ມັຊຊິມາປະຕິປະທາ).
໘໒໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ທັມໃດ ບໍ່ເປັນການຕາມປະກອບ ຊຶ່ງການຕາມປະກອບດ້ວຍໂສມະນັສສ໌ຂອງຜູ່ມີສຸຂ ອັນເນື່ອງສະເພາະຢູ່ດ້ວຍກາມ ອັນເປັນການປະກອບດ້ວຍໂສມະນັສສ໌ ຊຶ່ງ
ຕໍ່າຊາມ ເປັນຂອງຊາວບ້ານ ເປັນຂອງຄົນຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌, ທັມນັ້ນ ບໍ່ປະກອບດ້ວຍທຸກຂ໌ ບໍ່ປະກອບດ້ວຍຄວາມຄັບແຄ້ນ ບໍ່ປະກອບດ້ວຍຄວາມແຫ້ງເຫືອດໃນໃຈ ບໍ່ປະກອບດ້ວຍຄວາມເຜົາລົນ ເປັນສັມມາປະຕິປະທາ (ບໍ່ເປັນຂ້າເສິກຂອງມັຊຊິມາປະຕິປະທາ).








