ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ນິດເທສ ໒໐ ວ່າດ້ວຍ ສັມມາສະຕິ ໔໑ ເລື່ອງ

ນິດເທສ ໒໑ ວ່າດ້ວຍ ສັມມາສະມາທິ ໕໑ ເລື່ອງ

ນິດເທສ ໒໒ ວ່າດ້ວຍ ຂໍ້ຄວາມສະຫຼຸບມັຄຄະ ໗໕ ເລື່ອງ

໘໒໑

ພາກ ໔

ວ່າດ້ວຍ

ມັຄຄະອະຣິຍະສັຈຈ໌

ຄວາມຈິງອັນປະເສີດຄືມັຄຄະ

(ມີ ໑໐ ນິດເທສ)

ອຸດເທສແຫ່ງມັຄຄະສັຈຈ໌

ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນັ້ນເອງ ໄດ້ແກ່ສິ່ງເຫຼົ່ານີ້ຄື : ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ວາຈາຖືກຕ້ອງ ການງານຖືກຕ້ອງ ການດໍາຣົງຊີບຖືກຕ້ອງ ຄວາມພະຍາຍາມຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ ອັນນີ້ເຮົາເອີ້ນວ່າ ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

- ຕິກ. ອັງ. ໒໐/໒໒໘/໕໐໑.

໘໒໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ນິດເທສແຫ່ງມັຄຄະອະຣິຍະສັຈຈ໌

ນິດເທສ ໑໓ ວ່າດ້ວຍ ຂໍ້ຄວາມນໍາເລື່ອງມັຄຄະ

(ມີ ໒໙ ເລື່ອງ)

ໝວດ ກ. ວ່າດ້ວຍອຸດເທສ - ນິດເທສຂອງມັຄຄ໌

ອຸດເທສແຫ່ງທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌

ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນັ້ນເອງ, ໄດ້ແກ່ສິ່ງເຫຼົ່ານີ້ຄື : ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ວາຈາຖືກຕ້ອງ ການງານຖືກຕ້ອງ ການດໍາຣົງຊີບຖືກຕ້ອງ ຄວາມພະຍາຍາມຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ ; ອັນນີ້ເຮົາເອີ້ນວ່າ ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

- ຕິກ. ອັງ. ໒໐/໒໒໘/໕໐໑.

ນິດເທສແຫ່ງທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌

ພິກຂຸ ທ. ! ກໍອະຣິຍະສັຈຈ໌ ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນັ້ນເປັນແນວໃດໜໍ ? ຄືຫົນທາງອັນປະເສີດ ອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນີ້ເອງ ອົງຄ໌ແປດຄື ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ວາຈາຖືກຕ້ອງ ການງານຖືກຕ້ອງ ອາຊີວະຖືກຕ້ອງ ຄວາມພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໒໓

ພິກຂຸ ທ. ! ຄວາມເຫັນຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ຄວາມຮູ້ ໃນທຸກຂ໌ ຄວາມຮູ້ໃນ ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຄວາມຮູ້ໃນ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຮູ້ໃນ ຫົນທາງເປັນເຄື່ອງດັບບໍ່ເຫຼືອແຫ່ງທຸກຂ໌ ອັນໃດ ນີ້ເຮົາເອີ້ນວ່າ ຄວາມເຫັນຖືກຕ້ອງ.

ພິກຂຸ ທ. ! ຄວາມດໍາຣິຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ຄວາມດໍາຣິໃນການ ອອກ (ຈາກກາມ) ຄວາມດໍາຣິໃນການ ບໍ່ພະຍາບາດ ຄວາມດໍາຣິໃນການ ບໍ່ບຽດບຽນ ນີ້ເຮົາເອີ້ນວ່າ ຄວາມດໍາຣິຖືກຕ້ອງ.

ພິກຂຸ ທ. ! ວາຈາຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ການເວັ້ນຈາກການ ເວົ້າຂີ້ຕົວະ ການເວັ້ນຈາກການ ເວົ້າຍຸແຍ່ໃຫ້ແຕກກັນ ການເວັ້ນຈາກການ ເວົ້າຄໍາຫຍາບ ການເວັ້ນຈາກການ ເວົ້າໂລເລ ນີ້ເອີ້ນວ່າ ວາຈາຖືກຕ້ອງ.

ພິກຂຸ ທ. ! ການງານຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ການເວັ້ນຈາກການ

ຂ້າສັຕ ການເວັ້ນຈາກການ ຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ການເວັ້ນຈາກການ ປະພຶຕຜິດໃນກາມທັງຫຼາຍ,໑ ນີ້ເຮົາເອີ້ນວ່າ ການງານຖືກຕ້ອງ.

ພິກຂຸ ທ. ! ອາຊີວະຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ອະຣິຍະສາວົກໃນທັມວິນັຍນີ້ ເລີກລະຈາກ ມິຈສາຊີບ ເສຍ, ສໍາເລັດຄວາມເປັນຢູ່ດ້ວຍສັມມາອາຊີບ, ນີ້ເຮົາເອີ້ນວ່າ ອາຊີວະຖືກຕ້ອງ.

ພິກຂຸ ທ. ! ຄວາມພຽນຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນສາສນານີ້ ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມບໍ່ບັງເກີດຂຶ້ນຂອງອະກຸສົລທັມ ທ. ອັນເປັນບາບທີ່ຍັງ

ບໍ່ໄດ້ບັງເກີດ ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ

ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອການລະເສຍຊຶ່ງອະກຸສົລທັມ ທ. ອັນລາມົກ

ທີ່ບັງເກີດຂຶ້ນແລ້ວ ;

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ