ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

.... ບາງຄົນ .... ບໍ່ເສບເມຖຸນກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບີບນວດ ເປັນຕົ້ນ ຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍ ຢອກຫຼິ້ນອໍ້ແອ້ກັບມາຕຸຄາມ ບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມ ທັງບໍ່ຍິນດີໃນການຟັງສຽງຂອງມາຕຸຄາມ ແຕ່ເຂົາມັກຕາມລະລຶກເຖິງເລື່ອງເກົ່າ ທີ່ເຄີຍຍິ້ມຫົວ ກ່ອມກ້ຽວ ຫຼິ້ນຢອກກັນແລ້ວ ພູມໃຈຍິນດີດ້ວຍການເຝົ້າລະລຶກເຊັ່ນນັ້ນ. .... ເຮົາກ່າວວ່າ ຜູ່ນີ້ປະພຶຕພຣົມມະຈັນຣຍ໌ບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ. ....

.... ບາງຄົນ .... ບໍ່ເສບເມຖຸນກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບີບນວດ ເປັນຕົ້ນ ຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍ ຢອກຫຼິ້ນອໍ້ແອ້ກັບມາຕຸຄາມ ບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມ ບໍ່ຍິນດີໃນການຟັງສຽງມາຕຸຄາມ ແລະທັງບໍ່ມັກຕາມລະລຶກເຖິງເລື່ອງເກົ່າ ທີ່ເຄີຍຍິ້ມຫົວ ກ່ອມກ້ຽວ ຢອກຫຼິ້ນກັບມາຕຸຄາມກໍຈິງ ແຕ່ເຂົາພຽງແຕ່ເຫັນພວກຄະຫະບໍດີ ຫຼືລູກຄະຫະບໍດີ ອີ່ມເອີບດ້ວຍກາມະຄຸນ ໄດ້ຮັບການບໍາເລີຢູ່ດ້ວຍກາມະຄຸນ ກໍພູມໃຈຍິນດີດ້ວຍການໄດ້ເຫັນການເຮັດເຊັ່ນນັ້ນ. .... ເຮົາກ່າວວ່າ ຜູ່ນີ້ປະພຶຕພຣົມມະຈັນຣຍ໌ບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ ....

.... ບາງຄົນ .... ບໍ່ເສບເມຖຸນກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບີບນວດ ເປັນຕົ້ນ ຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍ ຢອກຫຼິ້ນອໍ້ແອ້ກັບມາຕຸຄາມ ບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມ ບໍ່ຍິນດີໃນການຟັງສຽງມາຕຸຄາມ ບໍ່ມັກຕາມລະລຶກເຖິງເລື່ອງເກົ່າທີ່ຕົນເຄີຍຍິ້ມຫົວ ກ່ອມກ້ຽວ ຢອກຫຼິ້ນກັບມາຕຸຄາມ ແລະທັງບໍ່ຍິນດີທີ່ຈັກເຫັນພວກຄະຫະບໍດີ ຫຼືລູກຄະຫະບໍດີ ອີ່ມເອີບດ້ວຍກາມະຄຸນ ແລ້ວຕົນພອຍນຶກພູມໃຈດ້ວຍກໍຕາມ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໓໓

ແຕ່ເຂົາປະພຶຕພຣົມມະຈັນຣຍ໌ ໂດຍຕັ້ງຄວາມປາຖນາ ເພື່ອໄປເປັນເທວະດາພວກໃດພວກໜຶ່ງ. ດ້ວຍອະທິຕຖານຈິຕວ່າ “ດ້ວຍສີລ ດ້ວຍວັຕ ດ້ວຍຕະບະ ຫຼືດ້ວຍ

ພຣົມມະຈັນຣຍ໌ນີ້ ເຮົາຈັກເປັນເທວະດາອົງໃດອົງໜຶ່ງ” ດັ່ງນີ້. ... ເຮົາກ່າວວ່າ ຜູ່ນີ້ປະພຶຕພຣົມມະຈັນຣຍ໌ບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ. ....

- ສັຕຕກ. ອັງ. ໒໓/໕໖-໕໗/໔໗.

(ການປະຕິບັຕ ໗ ປາການນີ້ ເອີ້ນໂດຍທົ່ວໄປວ່າ ເມຖຸນສັງໂຢຄະ ແຕ່ເພາະມີລັກສະນະເປັນກາມະສຸຂັລລິການຸໂຢຄະ ຈຶ່ງນໍາເອົາມາໃສ່ໄວ້ໃນໝວດນີ້.)

ສິ່ງທີ່ເອີ້ນວ່າກາມະຄຸນ ແລະ ກາມະສຸຂ

ອານົນທ໌ ! ກາມະຄຸນ ໕ ຢ່າງເຫຼົ່ານີ້ ມີຢູ່. ຫ້າຢ່າງແນວໃດໜໍ ? ຫ້າຢ່າງຄື ຮູບອັນຍ່ອມຮູ້ແຈ້ງດ້ວຍຈັກຂຸ .... ສຽງອັນຍ່ອມຮູ້ແຈ້ງດ້ວຍໂສຕະ .... ກິ່ນອັນຍ່ອມຮູ້ແຈ້ງດ້ວຍຄານະ .... ຣົສອັນຍ່ອມຮູ້ແຈ້ງດ້ວຍຊິວຫາ .... ໂຜຕຖັບພະອັນຍ່ອມຮູ້ແຈ້ງດ້ວຍກາຍ ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນບ່ອນເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ : ເຫຼົ່ານີ້ແລ ຊື່ວ່າ

ກາມະຄຸນ ໕.

ອານົນທ໌ ! ສຸຂໂສມະນັສສະອັນໃດ ອາໄສກາມະຄຸນ ໕ ເຫຼົ່ານີ້ເກີດຂຶ້ນ ; ສຸຂ

ໂສມະນັສສະນັ້ນ ເອີ້ນວ່າ ກາມະສຸຂ.

- ມ. ມ. ໑໓/໙໖/໑໐໐.

(ຄວາມປຽກຊຸ່ມຢູ່ໃນກາມະສຸຂ ເອີ້ນວ່າກາມະສຸຂັລລິກະ, ການປະກອບຕົນຢູ່ໃນກາມະສຸຂັລລິກະ ເອີ້ນວ່າ ກາມະສຸຂັລລິການຸໂຢຄະ ; ຈັດເປັນອັນຕະຝ່າຍໜຶ່ງ ຊຶ່ງເປັນຂ້າເສິກແກ່ມັຊຊິມາປະຕິປະທາ.)

໘໓໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ສຸຂັລລິການຸໂຢຄະ ໒ ແບບ

ກ. ສຸຂັລລິການຸໂຢຄະຂອງມິຈສາທິຕຖິ

ຈຸນທະ ! ອາດຈະມີປະຣິບພາຊົກ ຜູ່ເປັນລັດທິອື່ນທັງຫຼາຍ ກ່າວກັບພວກເຈົ້າ

ເຊັ່ນນີ້ວ່າ “ພວກສະມະນະສາກາຢະປຸຕຕິຍະ ຢູ່ກັນຢ່າງຕາມປະກອບດ້ວຍສຸຂັລລິການຸໂຢຄະ (ປະກອບຕົນໃຫ້ຊຸ່ມຢູ່ດ້ວຍຄວາມສຸຂ)” ດັ່ງນີ້ ; ຈຸນທະ ! ເມື່ອປະຣິບພາຊົກຜູ່ເປັນລັດທິອື່ນ ກ່າວຢູ່ເຊັ່ນນີ້ ພວກເຈົ້າຈົ່ງກ່າວກັບເຂົາວ່າ “ອາວຸໂສ ! ສຸຂັລລິການຸໂຢຄະຊະນິດໃດກັນ ? ກໍສຸຂັລລິການຸໂຢຄະ ມີຢູ່ຫຼາຍຫຼວງ ຫຼາຍຢ່າງຫຼາຍປະການ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ