ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ມຸສາວາດ ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງມຸສາວາດ ຂອງຜູ່ທີ່ເປັນມະນຸສສ໌ທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການຖືກກ່າວຕູ່ດ້ວຍຄໍາບໍ່ຈິງ.

ພິກຂຸ ທ. ! ປິສຸນະວາດ (ຄໍາແຍ່ຍົວະໃຫ້ແຕກກັນ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງປິສຸນະວາດ ຂອງຜູ່ເປັນມະນຸສສ໌ທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການແຕກຈາກມິຕ.

ພິກຂຸ ທ. ! ຜະຣຸສະວາດ (ຄໍາຫຍາບ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ ວິບາກແຫ່ງຜະຣຸສະວາດ ຂອງຜູ່ເປັນມະນຸສສ໌ທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ການໄດ້ຟັງສຽງທີ່ບໍ່ໜ້າພໍໃຈ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໗໙

ພິກຂຸ ທ. ! ສັມຜັປປະລາປະວາດ (ຄໍາໂລເລ) ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງສັມຜັປປະລາປະວາດ ຂອງຜູ່ເປັນມະນຸສສ໌ທີ່ເບົາກວ່າວິບາກທັງປວງ ຄືວິບາກທີ່ເປັນໄປເພື່ອ ວາຈາທີ່ບໍ່ມີໃຜເຊື່ອຖື.

- ອັຕຖກ. ອັງ. ໒໓/໒໕໒/໑໓໐.

ນິດເທສ ໑໖

ວ່າດ້ວຍສັມມາວາຈາ

ຈົບ

໑໐໘໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ນິດເທສ ໑໗ ວ່າດ້ວຍ ສັມມາກັມມັນຕະ

(ມີ ໘ ເລື່ອງ)

ໝວດ ກ. ວ່າດ້ວຍ ອຸດເທສ-ວິພາກ ຂອງສັມມາກັມມັນຕະ

ອຸດເທສແຫ່ງສັມມາກັມມັນຕະ

ພິກຂຸ ທ. ! ສັມມາກັມມັນຕະ ເປັນແນວໃດ ? ເຈຕະນາເປັນເຄື່ອງເວັ້ນແຫ່ງການຂ້າ ເຈຕະນາເປັນເຄື່ອງເວັ້ນຈາກການຖືເອົາສິ່ງຂອງ ທີ່ເຈົ້າຂອງບໍ່ໄດ້ໃຫ້ແລ້ວ ເຈຕະນາເປັນເຄື່ອງເວັ້ນຈາກການປະພຶຕຜິດໃນກາມທັງຫຼາຍ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ສັມມາກັມມັນຕະ.

- ມຫາ. ທີ ໑໐/໓໔໘/໒໙໙.

(ບາລີແຫ່ງອື່ນ ມີຂໍ້ຄວາມແຕກຕ່າງອອກໄປວ່າ :)

ພິກຂຸ ທ. ! ສັມມາກັມມັນຕະ ເປັນແນວໃດ ? ພິກຂຸ ທ. ! ການເວັ້ນຈາກການຂ້າສັຕ ການເວັ້ນຈາກການຖືເອົາສິ່ງຂອງ ທີ່ເຈົ້າຂອງບໍ່ໄດ້ໃຫ້ ການເວັ້ນຈາກກັມອັນບໍ່ແມ່ນພຣົມມະຈັນຣຍ໌ ; ນີ້ເຮົາເອີ້ນວ່າ ສັມມາກັມມັນຕະ.

- ມຫາວາຣ. ສັງ. ໑໙/໑໑/໓໗.

ບາລີສູຕເທິງສະແດງດ້ວຍ ກາເມສຸມິຈສາຈາຣ, ບາລີລຸ່ມສະແດງດ້ວຍ ອະພຣັມມະຈະຣິຢາ ເຂົ້າໃຈວ່າ ສູຕເທິງສະແດງສໍາລັບຄະຣາວາດ ສູຕລຸ່ມສະແດງສໍາລັບບັນພະຊິຕ ; ໂດຍທົ່ວໄປສະແດງຢ່າງສູຕເທິງ ຍ້ອນສະແດງຢ່າງສູຕລຸ່ມມີໜ້ອຍຫຼາຍ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາກັມມັນຕະ ໑໐໘໑

ຫຼັກວິນິຈສັຍກາຢະກັມ ໓ ສະຖານ

ໝວດທີ ໑ : ເມື່ອຈັກເຮັດ

ຣາຫຸລະ ! ເຈົ້າຕ້ອງການຈະເຮັດກັມໃດດ້ວຍກາຍ ຄວນພິຈາຣະນາກັມນັ້ນເສຍກ່ອນວ່າ “ກາຢະກັມທີ່ເຮົາຕ້ອງການຈະເຮັດນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ່ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ?” ດັ່ງນີ້. ຣາຫຸລະ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ ດັ່ງນີ້ແລ້ວ, ເຈົ້າ ບໍ່ຄວນເຮັດກາຢະກັມຊະນິດນັ້ນໂດຍຝ່າຍດຽວ.

ຣາຫຸລະ ! ຖ້າເຈົ້າພິຈາຣະນາຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາຕ້ອງການຈະເຮັດນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ່ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຢະກັມອັນເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ, ຣາຫຸລະ ! ເຈົ້າ ຄວນເຮັດກາຢະກັມຊະນິດນັ້ນ.

ໝວດ ໒ : ເມື່ອເຮັດຢູ່

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ