ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິ ແລະ ມານະ ວ່າເຮົາມີ ເຮົາເປັນໄດ້ ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດ

ວິຊຊາໃຫ້ເກີດຂຶ້ນ ເຂົາເຮັດທີ່ສຸດແຫ່ງທຸກຂ໌ໄດ້ໃນທິຕຖະທັມນີ້ ນັ້ນແລ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າພຽງທໍ່ນີ້ແລ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາ

ທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ

ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.

ງ. ໝວດເນື່ອງດ້ວຍປະຕິຈຈະສະມຸບປັນນະທັມຕາມຫຼັກແຫ່ງ

ປະຕິຈຈະສະມຸບບາດ

ງ. ໑. ກ່ຽວກັບຊະຣາມໍຣະນະ

“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ

ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ

ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”

“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກ ມາຮູ້ແຈ້ງຊຶ່ງຊະຣາມໍຣະນະ ຊຶ່ງເຫຕເປັນແດນເກີດແຫ່ງຊະຣາມໍຣະນະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າ ເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ

ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້. ທ່ານຜູ່ມີອາຍຸ ທ. ! ຊະຣາມໍຣະນະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຊະຣາມໍຣະນະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ເປັນແນວໃດໜໍ ? (ຕໍ່ໄປນີ້ເປັນລາຍລະອຽດກ່ຽວກັບຊະຣາມໍຣະນະ ໂດຍ

ໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້ຈາກໜັງສື ປຕິຈຈະ.ໂອ. ທີ່ໜ້າ ໕໓໓.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໘໘໓

ຕັ້ງແຕ່ຄໍາວ່າ ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼຸດ ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).

“ທ່ານຜູ່ມີອາຍຸ ທ. ! ເມື່ອໃດແລ ອະຣິຍະສາວົກຮູ້ແຈ້ງຊຶ່ງຊະຣາມໍຣະນະ ເຊັ່ນນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງຊະຣາມໍຣະນະ ເຊັ່ນນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ເຊັ່ນນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ເຊັ່ນນີ້, ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ ຄືກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນເຖິງຄໍາວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້”.

ງ. ໒. ກ່ຽວກັບຊາຕ

“ທ່ານຜູ່ມີອາຍຸ ທ. ! ກໍປະຣິຍາຍແມ່ນວ່າແນວອື່ນ ຍັງມີຢູ່ບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກ

ເປັນຜູ່ມີສັມມາທິຕຖິ ທິຕຖິຂອງທ່ານດໍາເນີນໄປກົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສ

ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”

“ມີຢູ່ ທ່ານຜູ່ມີອາຍຸ ທ. ! ຄືໃນກາລະໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຊາຕ ຊຶ່ງເຫຕເປັນແດນເກີດແຫ່ງຊາຕ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ. ທ່ານຜູ່ມີອາຍຸ ທ. ! ດ້ວຍເຫຕແມ່ນວ່າມີປະມານທໍ່ນີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ່ມີສັມມາທິຕຖິ ທິຕຖິຂອງເຂົາດໍາເນີນໄປກົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້, ທ່ານຜູ່ມີອາຍຸ ທ. ! ຊາຕ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຊາຕ ເປັນແນວໃດໜໍ ? ຄວາມບໍ່ເຫຼືອແຫ່ງຊາຕ ເປັນແນວໃດໜໍ ?” ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ແຫ່ງຊາຕ ເປັນແນວໃດໜໍ ? (ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຊາຕ ໂດຍໄນຍະແຫ່ງອະຣິຍະສັຈຈ໌ສີ່ ສາມາດເບິ່ງໄດ້

໘໘໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ຈາກໜັງສືປະຕິຈຈະ. ໂອ. ທີ່ໜ້າ ໕໓໓ ຕັ້ງແຕ່ຄໍາວ່າ ການເກີດ ການກໍາເນີດ ການກ້າວລົງ ... ເຖິງຄໍາວ່າ ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ