ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສະຕິປັຕຖານ ໔ ຢ່າງ ແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເປັນຜູ່ມີປົກກະຕິ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ... ມີປົກກະຕິ ຕາມເຫັນເວທະນາໃນເວທະນາ ທັງຫຼາຍຢູ່ເປັນປະຈໍາ ... ມີປົກກະຕິ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາ ... ມີປົກກະຕິ ຕາມເຫັນທັມໃນທັມ ທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ ຊຶ່ງອະພິຊຊາ ແລະໂທມະນັສສະໃນໂລກ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໖໙
ພິກຂຸ ທ. ! ສະຕິປັຕຖານ ໔ ຢ່າງ ເຫຼົ່ານີ້ ອັນບຸຄຄົນໃດໃຜກໍຕາມ ປາຣົບຜິດແລ້ວ, ອະຣິຍະອັຕຖັງຄິກະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນ ປາຣົບຜິດແລ້ວດ້ວຍ. ພິກຂຸ ທ. ! ສະຕິປັຕຖານ ໔ ຢ່າງ ເຫຼົ່ານີ້ ອັນບຸຄຄົນໃດໃຜກໍຕາມ ປາຣົບຖືກຕ້ອງແລ້ວ, ອະຣິຍະອັຕຖັງຄິກະມັຄຄະ ອັນເປັນທາງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ຂອງບຸຄຄົນເຫຼົ່ານັ້ນ ກໍເປັນອັນ ປາຣົບຖືກຕ້ອງແລ້ວດ້ວຍ.
- ມະຫາວາຣ. ສັງ. ໑໙/໒໔໐/໘໐໑.
ນິດເທສ ໑໓
ວ່າດ້ວຍຂໍ້ຄວາມນໍາເລື່ອງມັຄຄະ
ຈົບ
໘໗໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ອຸດເທສແລະນິດເທສ ແຫ່ງອັຕຖັງຄິກະມັຄຄະແຕ່ລະອົງຄ໌
ພິກຂຸ ທ. ! ເຮົາຈະ ສະແດງ ຈະ ຈໍາແນກ ຊຶ່ງ ອະຣິຍະອັຕຖັງຄະກະມັຄຄະ ແກ່ເຈົ້າທັງຫຼາຍ. ເຈົ້າທັງຫຼາຍຈົ່ງຟັງຄວາມຂໍ້ນັ້ນ ຈົ່ງເຮັດໃນໃຈໃຫ້ສໍາເລັດປະໂຍຊນ໌ ເຮົາຈະກ່າວ.
ພິກຂຸ ທ. ! ອະຣິຍະອັຕຖັງຄິກະມັຄຄະ ເປັນແນວໃດໜໍ ? ອະຣິຍະອັຕຖັງ ຄິກະມັຄຄະ ໄດ້ແກ່ສິ່ງເຫຼົ່ານີ້ຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາ
ກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
ພິກຂຸ ທ. ! ສັມມາທິຕຖິ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມຮູ້ອັນໃດເປັນຄວາມຮູ້ໃນທຸກຂ໌ ເປັນຄວາມຮູ້ໃນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນຄວາມຮູ້ໃນຄວາມດັບແຫ່ງທຸກຂ໌ ເປັນຄວາມຮູ້ໃນທາງດໍາເນີນໃຫ້ເຖິງຄວາມດັບແຫ່ງທຸກຂ໌. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາທິຕຖິ.
ພິກຂຸ ທ. ! ສັມມາສັງກັປປະ ເປັນແນວໃດໜໍ ? ຄວາມດໍາຣິໃນການອອກຈາກກາມ ຄວາມດໍາຣິໃນການບໍ່ມຸ່ງຮ້າຍ ຄວາມດໍາຣິໃນການບໍ່ບຽດບຽນ. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາສັງກັປປະ.
ພິກຂຸ ທ. ! ສັມມາວາຈາ ເປັນແນວໃດໜໍ ? ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າບໍ່ຈິງ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າສັບສໍ່ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າຄໍາຫຍາບ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າໂລເລ. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາວາຈາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໗໑
ພິກຂຸ ທ. ! ສັມມາກັມມັນຕະ ເປັນແນວໃດໜໍ ? ເຈຕະນາເປັນເຄື່ອງເວັ້ນຈາກການຂ້າ ເຈຕະນາເປັນເຄື່ອງເວັ້ນຈາກການຖືເອົາສິ່ງຂອງ ທີ່ເຈົ້າຂອງບໍ່ໄດ້ໃຫ້ແລ້ວ ເຈຕະນາເປັນເຄື່ອງເວັ້ນຈາກກັມອັນບໍ່ແມ່ນພຣົມມະຈັນຣຍ໌.໑ ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາກັມມັນຕະ.
ພິກຂຸ ທ. ! ສັມມາອາຊີວະ ເປັນແນວໃດໜໍ ? ພິກຂຸ ທ. ! ສາວົກຂອງພຣະ
ອະຣິຍະເຈົ້າໃນກໍລະນີນີ້ ຢຸດການລ້ຽງຊີວິຕທີ່ຜິດເສຍ ຍ່ອມສໍາເລັດຄວາມເປັນຢູ່ດ້ວຍການລ້ຽງຊີວິຕທີ່ຖືກຕ້ອງ. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາອາຊີວະ.








