ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ປຽບດັ່ງບຸຣຸສທ່ຽວໄປໃນປ່າຕຶບ ໄດ້ພົບຮອຍທາງ ຊຶ່ງເຄີຍເປັນຫົນທາງເກົ່າ ທີ່ມະນຸສແຕ່ກາລກ່ອນເຄີຍໃຊ້ເດີນແລ້ວ. ບຸຣຸສນັ້ນຈຶ່ງຍ່າງຕາມທາງນັ້ນໄປ ເມື່ອຍ່າງໄປຕາມທາງນັ້ນຢູ່

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໔໓

ໄດ້ພົບຊາກນະຄອຣຊຶ່ງເປັນຣາຊະທານີບູຮານ ອັນມະນຸສສ໌ທັງຫຼາຍ ແຕ່ກາລກ່ອນເຄີຍຢູ່ອາໄສແລ້ວ ເປັນບ່ອນອັນສົມບູນດ້ວຍສວນ ສົມບູນດ້ວຍປ່າໄມ້ ສົມບູນດ້ວຍສະໂບກຂະຣະນີ ມີຊາກກໍາແພງລ້ອມ ມີພູມພາກໜ້າພິຣົມໃຈ. ພິກຂຸ ທ. ! ລະດັບນັ້ນ ບຸຣຸສນັ້ນເຂົ້າໄປຂາບທູນ ແຈ້ງຂ່າວນີ້ແກ່ພຣະຣາຊາ ຫຼືແກ່ມະຫາອາມາດຂອງພຣະຣາຊາວ່າ “ຂໍທ້າວເຈົ້າຈົ່ງຊາບເຖີ້ນ : ຂ້າພະເຈົ້າເມື່ອທ່ຽວໄປໃນປ່າຕຶບ ໄດ້ເຫັນຮອຍທາງຊຶ່ງເຄີຍເປັນຫົນທາງເກົ່າ ທີ່ມະນຸສແຕ່ກາລກ່ອນເຄີຍໃຊ້ເດີນແລ້ວ. ຂ້າພະເຈົ້າໄດ້ຍ່າງຕາມທາງນັ້ນໄປ ເມື່ອຍ່າງໄປຕາມທາງນັ້ນຢູ່ ໄດ້ພົບຊາກນະຄອຣຊຶ່ງເປັນ

ຣາຊະທານີບູຮານ ອັນມະນຸສສ໌ ທ. ແຕ່ກາລກ່ອນເຄີຍຢູ່ອາໄສແລ້ວ ເປັນບ່ອນອັນສົມບູນດ້ວຍສວນ ສົມບູນດ້ວຍປ່າໄມ້ ສົມບູນດ້ວຍສະໂບກຂະຣະນີ ມີຊາກກໍາແພງລ້ອມ ມີພູມພາກໜ້າພິຣົມໃຈ. ຂໍພຣະອົງຈົ່ງປັບປຸງສະຖານທີ່ນັ້ນໃຫ້ເປັນະຄອຣເຖີ້ນ ຂ້ານ້ອຍ !” ດັ່ງນີ້.

ພິກຂຸ ທ. ! ລະດັບນັ້ນ ພຣະຣາຊາຫຼືມະຫາອາມາດຂອງພຣະຣາຊານັ້ນ ຈຶ່ງປັບປຸງສະຖານທີ່ນັ້ນຂຶ້ນເປັນນະຄອຣ. ສະໄໝຕໍ່ມາ ນະຄອຣນັ້ນໄດ້ກາຍເປັນນະຄອຣທີ່ອຸດົມແລະຮຸ່ງເຮືອງ ມີປະຊາຊົນຫຼາຍ ອັ່ງອໍດ້ວຍມະນຸສ ເຖິງແລ້ວຊຶ່ງຄວາມຈະເຣີນໄພບູນ, ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ເຮົາໄດ້ເຫັນແລ້ວຊຶ່ງຮອຍທາງເກົ່າ

ທີ່ເຄີຍເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າທັງຫຼາຍ ໃນກາລກ່ອນເຄີຍທົງດໍາເນີນແລ້ວ.

ພິກຂຸ ທ. ! ກໍ ຮອຍທາງເກົ່າ ທີ່ເຄີຍເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າທັງຫຼາຍ ໃນກາລກ່ອນເຄີຍທົງດໍາເນີນແລ້ວ ນັ້ນເປັນແນວໃດໜໍ ? ນັ້ນຄື

ອະຣິຍະອັຕຖັງຄິກະມັຄຄະ ນີ້ນັ້ນແລ ໄດ້ແກ່ສິ່ງເຫຼົ່ານີ້ຄື ສັມມາທິຕຖິ ສັມມາ

ສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

໘໔໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ນີ້ແລ ຮອຍທາງເກົ່າທີ່ເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າທັງຫຼາຍ ໃນກາລກ່ອນເຄີຍທົງດໍາເນີນແລ້ວ. ເຮົານັ້ນໄດ້ດໍາເນີນໄປຕາມແລ້ວຊຶ່ງຫົນທາງນັ້ນ. ເມື່ອດໍາເນີນໄປຕາມຊຶ່ງຫົນທາງນັ້ນຢູ່, ເຮົາໄດ້ຮູ້ຍິ່ງສະເພາະແລ້ວ ຊຶ່ງຊະຣາມໍຣະນະ, ຊຶ່ງເຫຕໃຫ້ເກີດຂຶ້ນ ແຫ່ງຊະຣາມໍຣະນະ, ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ຊຶ່ງຂໍ້ປຕິບັດເຄື່ອງເຮັດສັຕ ໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາມໍຣະນະ ; ...

(ຂໍ້ຄວາມຕໍ່ໄປຈາກນີ້ ໄດ້ຕຣັສເຖິງຊາຕ-ພົບ-ອຸປາທານ-ຕັນຫາ-ເວທະນາ-ຜັສສະ-ສະລາຍະຕະນະ-ນາມຮູບ-ວິນຍານ ສຸດລົງພຽງສັງຂາຣ ໂດຍອາການທັງສີ່, ດັ່ງທີ່ໄດ້ຕຣັດໃນກໍລະນີແຫ່ງ ຊະຣາມໍຣະນະ ຄືກັນທຸກໂຕອັກສອນ ເວັ້ນແຕ່ຊື່ຂອງໂຕປະຕິຈຈະສະມຸບປັນນະທັມ ນັ້ນໆ ທໍ່ນັ້ນ).

ພິກຂຸ ທ. ! ເຮົານັ້ນ ຄັນຮູ້ຍິ່ງສະເພາະແລ້ວ ຊຶ່ງຫົນທາງນັ້ນ ໄດ້ບອກແລ້ວແກ່ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາທັງຫຼາຍ.

ພິກຂຸ ທ. ! ພຣົມມະຈັນຣຍ໌ນີ້ ທີ່ເຮົາກ່າວບອກແລ້ວນັ້ນ ໄດ້ເປັນພຣົມມະຈັນຣຍ໌ຕັ້ງໝັ້ນ ແລະຮຸ່ງເຮືອງແລ້ວ ເປັນພຣົມມະຈັນຣຍ໌ແຜ່ໄພສານ ເປັນທີ່ຮູ້ຈັກແຫ່ງຊົນທັງຫຼາຍ ເປັນປຶກແຜ່ນແໜ້ນໜາ ຈົນກະທັ່ງເທວະດາແລະມະນຸສສ໌ທັງຫຼາຍ ສາມາດປະກາດໄດ້ດ້ວຍດີແລ້ວ, ດັ່ງນີ້.

- ບາລີ ສັງ. ໑໖/໑໒໘/໒໕໓.

ອັຕຖັງຄິກະມັຄຄະ

ໃນຖານະເປັນຫົນທາງແຫ່ງການກໍານົດຮູ້ທຸກຂ໌

ພິກຂຸ ທ. ! ຖ້າປະຣິບພາຊົກເດຍຣະຖີອື່ນ ຈະຍ່ອມຖາມເຈົ້າທັງຫຼາຍດັ່ງນີ້ວ່າ “ອາວຸໂສ ທ. ! ມັຄຄາມີບໍ່ ປະຕິປະທາມີບໍ່ ເພື່ອກໍານົດຮູ້ຊຶ່ງທຸກຂ໌ ?” ພິກຂຸ ທ. ! ເມື່ອຖືກຖາມດັ່ງນີ້ແລ້ວ ພວກເຈົ້າຈົ່ງຕອບແກ່ປະຣິບພາຊົກ ເດຍຣະຖີອື່ນເຫຼົ່ານັ້ນ ວ່າ ມັຄຄາມີຢູ່ ປະຕິປະທາມີຢູ່ ເພື່ອກໍານົດຮູ້ຊຶ່ງທຸກຂ໌ນັ້ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໔໕

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ