ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຈຸນທະ ! ອາດຈະມີປະຣິບພາຊົກ ຜູ່ເປັນລັດທິອື່ນທັງຫຼາຍ ກ່າວກັບພວກເຈົ້າ

ເຊັ່ນນີ້ວ່າ “ອາວຸໂສ ! ເມື່ອທ່ານທັງຫຼາຍ ຕາມປະກອບຢູ່ຊຶ່ງສຸຂັລລິການຸໂຢຄະ (ພົວພັນຢູ່ກັບຄວາມສຸຂ) ໔ ຢ່າງເຫຼົ່ານີ້ ທ່ານຫວັງຜົລອັນໃດ ຫວັງອານິສົງສ໌ອັນໃດ ?”. ເມື່ອພວກເຂົາກ່າວດັ່ງນີ້ ພວກເຈົ້າຈົ່ງຕອບເຂົາວ່າ “ອາວຸໂສ ! ພວກເຮົາຕາມປະກອບຢູ່ ຊຶ່ງສຸຂັລລິການຸໂຢຄະ ໔ ຢ່າງເຫຼົ່ານີ້ ຫວັງຜົລ ໔ ຢ່າງ ຫວັງອານິສົງສ໌ ໔ ຢ່າງ. ສີ່ຢ່າງ ແນວໃດໜໍ ? ສີ່ຢ່າງໃນກໍລະນີນີ້ຄື ພິກຂຸ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ເປັນ ໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ່ທ່ຽງແທ້ຕໍ່ນິບພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ : ນີ້ເປັນ ຜົລທີໜຶ່ງ ເປັນອານິສົງສ໌ທີໜຶ່ງ. ອາວຸໂສ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ແລະເພາະຄວາມທີ່ ຣາຄະ ໂທສະ ໂມຫະເປັນທັມມະຊາຕເບົາບາງ ເປັນ ສະກະທາຄາມີ ມາສູ່ໂລກນີ້ພຽງຄັ້ງດຽວ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້ : ນີ້ເປັນ ຜົລທີສອງ ເປັນອານິສົງສ໌ທີສອງ. ອາວຸໂສ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ໃນເບື້ອງຕໍ່າທັງຫ້າຢ່າງ ເປັນ ໂອປະ ປະຕິກະ (ອະນາຄາມີ) ມີການປະຣິນິບພານໃນພົບນັ້ນ ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ : ນີ້ເປັນ ຜົລທີສາມ ເປັນອານິສົງສ໌ທີສາມ.

ພາກ ໔ - ມັຄຄະຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໓໗

ອາວຸໂສ ! ຂໍ້ອື່ນຍັງມີອີກ : ພິກຂຸ ເຮັດໃຫ້ແຈ້ງຊຶ່ງ ເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ : ນີ້ເປັນ ຜົລທີສີ່ ເປັນອານິສົງສ໌ທີສີ່. ອາວຸໂສ ! ເຮົາທັງຫຼາຍຕາມປະກອບຊຶ່ງສຸຂັລລິການຸໂຢຄະ ໔ ຢ່າງເຫຼົ່ານີ້ຢູ່ ເພາະຫວັງຜົລ ໔ ຢ່າງເຫຼົ່ານີ້” ດັ່ງນີ້.

- ປາ. ທີ. ໑໑/໑໔໓-໑໔໕/໑໑໔-໑໑໖.

(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ຄໍາວ່າ “ກາມະສຸຂັລລິການຸໂຢຄະ” ກັບຄໍາວ່າ “ສຸຂັລລິການຸໂຢຄະ” ບໍ່ແມ່ນ ຄໍາຄໍາດຽວກັນ ແລະ ມີຄວາມໝາຍກວ້າງແຄບກວ່າກັນ ຄືກາມະສຸຂັລລິການຸໂຢຄະນັ້ນ ມຸ່ງຄວາມສຸຂເກີດແຕ່ກາມຢ່າງດຽວ ສ່ວນສຸຂັລລິການຸໂຢຄະນັ້ນ ລວມເອົາຄວາມສຸຂຂອງຄົນບາບກໍໄດ້ ຂອງຄົນບໍຣິໂພກກາມກໍໄດ້ ຂອງຄົນມີຄວາມສຸຂເກີດຈາກຊານຫຼືສະມາທິກໍໄດ້, ກ່າວໄດ້ວ່າ ມີຄວາມໝາຍກວ້າງກວ່າ ກາມະສຸຂັລລິກາ

ນຸໂຢຄະ ສາມທໍ່ໂຕເປັນຢ່າງໜ້ອຍ.)

ຕະໂປຄຸຈສິວັຕ

ປຽບດັ່ງການຂີ່ຂອນໄມ້ດິບທ່ອນກົມຂ້າມແມ່ນໍ້າ

“ຂ້າແຕ່ພຣະອົງຄ໌ຜູ່ຈະເຣີນ ! ມີສະມະນະພຣາມພວກໜຶ່ງ ບັນຍັຕການຮື້ຖອນຊຶ່ງໂອຄະ ໂດຍຂໍ້ປະຕິບັຕຊຶ່ງປະກອບດ້ວຍທັມ ໒ ຢ່າງ ຄືດ້ວຍສີລະວິສຸດທິ ແລະດ້ວຍຕະໂປຄຸຈສະ (ການກີດກັນບາບດ້ວຍຕະບະ). ຂ້າແຕ່ພຣະອົງຄ໌ຜູ່ຈະເຣີນ ! ໃນເລື່ອງນີ້ ພຣະຜູ່ມີພຣະພາຄ ຕຣັດວ່າແນວໃດ ?”

ສາລະຫະເອີຍ ! ເຮົາກ່າວສີລະວິສຸດທິ ວ່າເປັນອົງຄ໌ແຫ່ງສາມັນຍະປະຕິບັຕ

ອົງຄ໌ໃດອົງຄ໌ໜຶ່ງ. ສ່ວນສະມະນະພຣາມ ພວກທີ່ເປັນຕະໂປຄຸຈສະວາດ (ການສອນກີດກັນບາບດ້ວຍຕະບະ)

໘໓໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ມີຕະໂປຄຸຈສະເປັນສາຣະ ເກືອກກົ້ວພົວພັນຢູ່ ໃນຕະໂປຊິຄຸຈສະ ເປັນພວກທີ່

ບໍ່ສົມຄວນຈະຮື້ຖອນຊຶ່ງໂອຄະ ; ເຖິງແມ່ນວ່າສະມະນະພຣາມ ພວກທີ່ມີກາຢະສະມາຈາຣບໍ່ບໍຣິສຸດ ມີວະຈີສະມາຈາຣບໍ່ບໍຣິສຸດ ມີມະໂນສະມາຈາຣບໍ່ບໍຣິສຸດ ມີອາຊີວະ

ບໍ່ບໍຣິສຸດ ພວກນັ້ນກໍບໍ່ຄວນແກ່ຍານທັສສະນະ ແລະແກ່ຄວາມຮູ້ພ້ອມ ອັນບໍ່ມີອັນໃດຍິ່ງໄປກວ່າ (ອະນຸຕຕະຣະສັມໂພດະ).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ