ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ທັມໃດ ເປັນການປະກອບໃນການເຮັດຕົນໃຫ້ລໍາບາກ (ອັຕຕະກິລະມະຖານຸ
ໂຢຄະ) ອັນເປັນການປະພຶຕທີ່ເປັນທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍປະໂຍຊນ໌, ທັມນັ້ນ ປະກອບດ້ວຍທຸກຂ໌ ປະກອບດ້ວຍຄວາມຄັບແຄ້ນ ປະກອບດ້ວຍຄວາມແຫ້ງເຫືອດໃນໃຈ ປະກອບດ້ວຍຄວາມເຜົາລົນ ເປັນມິຈສາປະຕິປະທາ (ເປັນຂ້າເສິກຕໍ່ມັຊຊິມາປະຕິປະທາ).
ທັມໃດ ບໍ່ເປັນການຕາມປະກອບ ຊຶ່ງການຕາມປະກອບໃນການເຮັດຕົນໃຫ້
ລໍາບາກ ອັນເປັນການຕາມປະກອບທີ່ເປັນທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະ
ບໍ່ປະກອບດ້ວຍປະໂຍຊນ໌, ທັມນັ້ນ ບໍ່ປະກອບດ້ວຍທຸກຂ໌ ບໍ່ປະກອບດ້ວຍຄວາມຄັບແຄ້ນ ບໍ່ປະກອບດ້ວຍຄວາມແຫ້ງເຫືອດໃນໃຈ ບໍ່ປະກອບດ້ວຍຄວາມເຜົາລົນ ເປັນສັມມາປະຕິປະທາ (ບໍ່ເປັນຂ້າເສິກຕໍ່ມັຊຊິມາປະຕິປະທາ).
ຄໍາໃດ ທີ່ເຮົາກ່າວແລ້ວວ່າ “ບຸຄຄົນບໍ່ຄວນຕາມປະກອບຊຶ່ງກາມະສຸຂ ອັນເປັນສຸຂທີ່ຕໍ່າຊາມ ເປັນຂອງຊາວບ້ານ ເປັນຂອງຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະ
ບໍ່ປະກອບດ້ວຍປະໂຍຊນ໌ ແລະ ບໍ່ຄວນຕາມປະກອບ ຊຶ່ງອັຕຕະກິລະມະຖານຸໂຢຄະ ອັນນໍາມາຊຶ່ງຄວາມທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌” ດັ່ງນີ້, ຄໍານັ້ນ ເຮົາ ອາໄສເຫຕຜົລ (ດັ່ງກ່າວຂ້າງເທິງ) ນີ້ ກ່າວແລ້ວ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໒໙
ກໍຄໍາທີ່ເຮົາກ່າວແລ້ວວ່າ “ຕໍ່ໄປນີ້ເປັນຂໍ້ປະຕິບັຕເປັນທາງສາຍກາງ (ມັຊຊິມາ ປະຕິປະທາ) ທີ່ບໍ່ດິ່ງໄປຫາສິ່ງສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັຕທີ່ຕະຖາຄົຕໄດ້ຕຣັສຮູ້ສະເພາະຕົນແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ” ດັ່ງນີ້ນັ້ນ (ຄໍາວ່າມັຊຊິມາປະຕິປະທາໃນບ່ອນນີ້) ເຮົາກ່າວແລ້ວໝາຍເຖິງອັນໃດ ? ໝາຍເຖິງ ອະຣິຍະອັຕຖັງຄິກະມັຄຄະນີ້ ນັ້ນແລ ກ່າວຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ....
ພິກຂຸ ທ. ! ມັຊຊິມາປະຕິປະທານີ້ ໃດ. ອັນເປັນຂໍ້ປະຕິບັຕທີ່ຕະຖາຄົຕ ໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ ; ທັມ (ມັຊຊິມາປປະຕິປະທາ) ນັ້ນ ເປັນທັມບໍ່ປະກອບດ້ວຍທຸກຂ໌ ບໍ່ປະກອບດ້ວຍຄວາມຄັບແຄ້ນ ບໍ່ປະກອບດ້ວຍຄວາມແຫ້ງເຫືອດໃນໃຈ ບໍ່ປະກອບດ້ວຍຄວາມເຜົາລົນ ເປັນສັມມາປະຕິປະທາ ເພາະເຫຕນັ້ນ ທັມນັ້ນຈຶ່ງຊື່ວ່າ ທັມບໍ່ເປັນຂ້າເສິກ (ອະຣະນະ).
- ອຸປະຣິ. ມ. ໑໔/໔໒໒-໔໒໔,໔໓໑/໖໕໔-໖໕໖,໖໖໕.
ອີກໄນຍະໜຶ່ງ (ຕາມບາລີ ຕິກ. ອັງ.)
ພິກຂຸ ທ. ! ປະຕິປະທາ ໓ ຢ່າງເຫຼົ່ານີ້ ມີຢູ່. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື
ອາຄາລະຫະປະຕິປະທາ (ປະຕິປະທາປຽກຊຸ່ມ), ນິຊຊາມະປະຕິປະທາ (ປະຕິປະທາໄໝ້ແຫ້ມ), ມັຊຊິມາປະຕິປະທາ.
ພິກຂຸ ທ. ! ອາຄາລະຫະປະຕິປະທາ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ມີວາທະແນວນີ້ ມີທິຕຖິເຊັ່ນນີ້ ວ່າ “ໂທດໃນກາມທັງຫຼາຍບໍ່ມີ” ດັ່ງນີ້
ເຂົາຍ່ອມເຖິງຄວາມຕົກຈົມຢູ່ໃນກາມທັງຫຼາຍ : ນີ້ເອີ້ນວ່າ ອາຄາລະຫະປະຕິປະທາ (ບໍ່ແມ່ນມັຊຊິມາປະຕິປະທາ).
໘໓໐ ອະຣິຍະສັຈຈ໌ຈາກພຣະໂອຖະ








