ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພຣາມ ! ຕະຖາຄົຕ ຍ່ອມ ສະແດງທັມໂດຍສາຍກາງ (ມັຊເຊນະ) ບໍ່ເຂົ້າໄປຫາສ່ວນສຸດທັງສອງນັ້ນ ຄືຕະຖາຄົຕຍ່ອມສະແດງ ດັ່ງນີ້ວ່າ :-

໘໕໐ ອະຣິຍະສັຈຈ໌ຈາກພຣະໂອຖະ

“ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ ;

ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ ;

ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ ;

ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຢະຕະນະ ;

ເພາະມີສະລາຢະຕະນະເປັນປັຈຈັຍ ຈຶ່ງມີຜັສສະ ;

ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ ;

ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ ;

ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ ;

ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ ;

ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ ;

ເພາະມີຊາຕເປັນປັຈຈັຍ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້.

ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອແຫ່ງ ອະວິຊຊານັ້ນ ນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ ;

ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ ;

ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ ;

ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຢະຕະນະ ;

ເພາະມີຄວາມດັບແຫ່ງສະລາຢະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ ;

ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ ;

ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ ;

ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ ;

ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ ;

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໕໑

ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ ;

ເພາະມີຄວາມດັບແຫ່ງຊາຕນັ້ນແລ ຊະຣາມໍຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສສະ ອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້” ດັ່ງນີ້.

- ນິທານ. ສັງ. ໑໖/໙໑, ໙໒, ໙໐, ໒໗, ໒໔, ໗໒-໗໔/໑໗໓, ໑໗໖, ໑໗໐, ໕໕, ໕໐, ໑໒໙-໑໓໒.

(ຄໍາວ່າ ມັຊເຊນະ ໂດຍພຣະບາລີຂ້າງເທິງນີ້ ກໍຄືຄໍາວ່າ ມັຊຊິມາປະຕິປະທາ ນັ້ນເອງ, ມັຊຊິມາປະຕິປະທາຈຶ່ງໄດ້ແກ່ ກະແສແຫ່ງປະຕິຈຈະສະມຸບບາດ ດັ່ງທີ່ກ່າວແລ້ວໃນສູຕນີ້ ຊຶ່ງເຮັດໃຫ້ບໍ່ອາດກ່າວສິ່ງໃດໆ ໂດຍຄວາມເປັນແນວໃດແນວໜຶ່ງ ໂດຍສ່ວນດຽວ ທີ່ເອີ້ນວ່າ ສ່ວນສຸດຝ່າຍໜຶ່ງໆ. ລາຍລະອຽດກ່ຽວກັບສຸດໂຕ່ງເປັນຄູ່ໆນີ້ ຫາເບິ່ງໄດ້ຈາກໜັງສື ພຸ. ໂອ. ຕັ້ງແຕ່ໜ້າ ໒໔໗ ເຖິງໜ້າ ໒໕໒.

ຢາກຈະແນະນໍາວ່າ ໃນການສຶກສາເລື່ອງ ມັຊຊິມາປະຕິປະທານັ້ນ ຄວນຈະສຶກສາມັຊຊິມາປະຕິປະທາ ຊັ້ນພື້ນຖານທົ່ວໄປ ຄືອັຕຖັງຄິກະມັຄຄະ ເປັນລະດັບທໍາອິດ, ແລ້ວສຶກສາມັຊຊິມາປະຕິປະທາໃນຄວາມໝາຍຊັ້ນກ້ວາງ ຄືໂພທິປັກຂິຢະທັມທັງໝົດ ເປັນລະດັບທີສອງ ແລ້ວຈຶ່ງສຶກສາມັຊຊິມາປະຕິປະທາ ໃນຄວາມໝາຍຊັ້ນເລິກ ຄືປະຕິຈຈະສະມຸບບາດ ເປັນລະດັບສຸດທ້າຍ ; ບໍ່ດັ່ງນັ້ນຈະລໍາບາກ.)

ລັກສະນະຫົນທາງແຫ່ງຄວາມສະອາດປອດກ້ຽງ

ທາງມີອົງຄ໌ແປດ ເປັນທາງອັນປະເສີດກວ່າທາງທັງຫຼາຍ, ບົດແຫ່ງ

ອະຣິຍະສັຈຈ໌ສີ່ ປະເສີດກວ່າບົດທັງຫຼາຍ. ວິຣາຄະທັມ ປະເສີດກວ່າທັມ

ທັງຫຼາຍ. ຜູ່ມີພຸດທະຈັກຂຸ ປະເສີດກວ່າສັຕສອງຂາທັງຫຼາຍ.

ນີ້ແຫຼະ ທາງເພື່ອຄວາມສະອາດປອດກ້ຽງແຫ່ງທັສສະນະ ທາງອື່ນບໍ່ໄດ້ມີ.

ເຈົ້າທັງຫຼາຍ ຈົ່ງເດີນຕາມທາງນັ້ນ ອັນເປັນບ່ອນຫຼົງແຫ່ງມາຣ ;

ເຈົ້າທັງຫຼາຍ ເດີນຕາມທາງນັ້ນແລ້ວ ຈັກເຮັດທີ່ສຸດແຫ່ງທຸກຂ໌ໄດ້.

໘໕໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ທາງເຮົາບອກແລ້ວແກ່ເຈົ້າທັງຫຼາຍ ເພື່ອການຮູ້ຈັກການຖອນຊຶ່ງ

ລູກສອຣ ; ຄວາມພຽນເປັນກິຈຈ໌ອັນເຈົ້າທັງຫຼາຍຄວນເຮັດ ຕະຖາຄົຕ

ທັງຫຼາຍ ເປັນພຽງຜູ່ບອກ (ວິທີແຫ່ງການເຮັດ). ຜູ່ມຸ່ງປະຕິບັຕແລ້ວ

ຍ່ອມພົ້ນຈາກເຄື່ອງຜູກແຫ່ງມາຣ.

ເມື່ອໃດ ບຸຄຄົນເຫັນດ້ວຍປັນຍາວ່າ “ສັງຂາຣທັງຫຼາຍທັງປວງ

ບໍ່ທ່ຽງ” ; ເມື່ອນັ້ນເຂົາຍ່ອມເບື່ອໜ່າຍໃນສິ່ງທີ່ເປັນທຸກຂ໌ ; ນັ້ນແຫຼະ

ເປັນຫົນທາງແຫ່ງຄວາມສະອາດປອດກ້ຽງ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ