ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຈຸນທະ ! ສຸຂັລລິການຸໂຢຄະ ໔ ຢ່າງ ເຫຼົ່ານີ້ ເປັນການປະພຶຕທີ່ຕໍ່າຊາມ ເປັນຂອງຊາວບ້ານ ເປັນຂອງຄົນຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະ ບໍ່ປະກອບດ້ວຍ
ປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ຄວາມສະງົບລະງັບ ບໍ່ເປັນໄປເພື່ອຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ບໍ່ເປັນໄປເພື່ອ
ນິບພານ. ສີ່ຢ່າງ ອັນໃດໜໍ ? ສີ່ຢ່າງຄື ຄົນບາງຄົນໃນກໍລະນີນີ້ ເປັນຄົນພາລ ຂ້າສັຕມີຊີວິຕແລ້ວ ລ້ຽງຕົນເອງໃຫ້ເປັນສຸຂໃຫ້ອີ່ມໜໍາ : ນີ້ເປັນສຸຂັລລິການຸໂຢຄະຂໍ້ທີ ໑. ຈຸນທະ ! ຂໍ້ອື່ນຍັງມີອີກ : ຄົນບາງຄົນໃນໂລກນີ້ ຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ແລ້ວ ລ້ຽງຕົນເອງໃຫ້ເປັນສຸຂໃຫ້ອີ່ມໜໍາ : ນີ້ເປັນສຸຂັລລິການຸໂຢຄະຂໍ້ທີ ໒. ຈຸນທະ ! ຂໍ້ອື່ນຍັງມີອີກ : ຄົນບາງຄົນໃນໂລກນີ້ ກ່າວຄໍາຂີ້ຕົວະແລ້ວ ລ້ຽງຕົນເອງໃຫ້ເປັນສຸຂໃຫ້ອີ່ມໜໍາ : ນີ້ເປັນສຸຂັລລິການຸໂຢຄະຂໍ້ທີ ໓. ຈຸນທະ ! ຂໍ້ອື່ນຍັງມີອີກ : ຄົນບາງຄົນໃນໂລກນີ້ ອີ່ມເອີບພຽບພ້ອມດ້ວຍກາມະຄຸນທັງຫ້າ ໃຫ້ເຂົາບໍາເລີຢູ່ : ນີ້ເປັນສຸຂັລລິການຸໂຢຄະຂໍ້ທີ ໔.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໓໕
ຂ. ສຸຂັລລິການຸໂຢຄະຂອງສັມມາທິຕຖິ
ຈຸນທະ ! ອາດຈະມີປະຣິບພາຊົກ ຜູ່ເປັນລັດທິອື່ນທັງຫຼາຍ ກ່າວກັບພວກເຈົ້າ
ເຊັ່ນນີ້ວ່າ “ພວກສະມະນະສາກາຢະປຸຕຕິຍະ ຢູ່ກັນຢ່າງຕາມປະກອບດ້ວຍສຸຂັລລິການຸໂຢຄະ (ພົວພັນຢູ່ກັບຄວາມສຸຂ) ໔ ຢ່າງເຫຼົ່ານັ້ນ (ແນ່ແທ້)” ດັ່ງນີ້ ; ພວກເຈົ້າຈົ່ງກ່າວກັບເຂົາວ່າ
ບໍ່ໄດ້ເປັນເຊັ່ນນັ້ນ. ກໍປະຣິບພາຊົກເຫຼົ່ານັ້ນ ບໍ່ໄດ້ກ່າວກັບພວກເຈົ້າຢູ່ໂດຍຖືກຕ້ອງ ແຕ່ກ່າວຕູ່ພວກເຈົ້າດ້ວຍຄໍາບໍ່ຈິງ ບໍ່ແທ້.
ຈຸນທະ ! ສຸຂັລລິການຸໂຢຄະ ໔ ຢ່າງ ເຫຼົ່ານີ້ ເປັນໄປເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ເປັນໄປເພື່ອຄວາມດັບ ຄວາມເຂົ້າໄປສະງົບລະງັບ ເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຮູ້ພ້ອມ ເພື່ອນິບພານ, ໂດຍສ່ວນດຽວ.
ສີ່ຢ່າງເຫຼົ່າໃດໜໍ ? ຈຸນທະ ! ສີ່ຢ່າງຄື ພິກຂຸໃນທັມວິນັຍນີ້ ເພາະສະງັດຈາກກາມແລະ ອະກຸສົລທັມ ທ. ຈຶ່ງ ບັນລຸຊານທີ ໑ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກ ແລ້ວແລຢູ່ : ນີ້ເປັນສຸຂັລລິການຸໂຢຄະທີໜຶ່ງ ; ຈຸນທະ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງ ບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່ : ນີ້ເປັນສຸຂັລລິການຸໂຢຄະທີສອງ ; ຈຸນທະ ! ຂໍ້ອື່ນຍັງ
ມີອີກ : ພິກຂຸ ເພາະຄວາມຈາງຄາຍໄປແຫ່ງປີຕິ ຈຶ່ງຢູ່ອຸເປກຂາ ມີສະຕິແລະສັມປະ ຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ່ໄດ້ຊານນີ້ເປັນຜູ່ຢູ່ອຸເປກຂາ ມີສະຕິ ຢູ່ເປັນສຸຂ, ແລ້ວແລຢູ່ : ນີ້ເປັນສຸຂັລລິການຸໂຢຄະທີສາມ ; ຈຸນທະ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສສະແລະໂທມະນັສສະ ທ. ໃນກາລກ່ອນ ຈຶ່ງ ບັນລຸຊານທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່ : ນີ້ເປັນສຸຂັລລິການຸໂຢຄະທີສີ່.
໘໓໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ຈຸນທະ ! ສຸຂັລລິການຸໂຢຄະສີ່ຢ່າງເຫຼົ່ານີ້ແລ ເປັນໄປເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ...ໆລໆ... ເພື່ອນິບພານ, ໂດຍສ່ວນດຽວ.
ຈຸນທະ ! ນັ້ນແຫຼະ ຄືຖານະທີ່ມີຢູ່ ຄືຖານະທີ່ປະຣິບພາຊົກຜູ່ເປັນລັດທິອື່ນ ທ.
ຈະກ່າວເຊັ່ນນີ້ ວ່າ “ພວກສະມະນະສາກາຢະປຸຕຕິຍະ ຢູ່ກັນຢ່າງປະກອບດ້ວຍ ສຸຂັລລິການຸໂຢຄະ ໔ ຢ່າງເຫຼົ່ານີ້” ດັ່ງນີ້. ພວກເຈົ້າຈົ່ງກ່າວກັບເຂົາວ່າ ເຊັ່ນນັ້ນຖືກແລ້ວ. ປະຣິບພາຊົກເຫຼົ່ານັ້ນ ກ່າວກັບພວກເຈົ້າຢູ່ຢ່າງຖືກຕ້ອງ ; ຈະກ່າວຕູ່ພວກເຈົ້າດ້ວຍຄໍາບໍ່ຈິງ ບໍ່ແທ້ ກໍຫາກບໍ່ແມ່ນ.
ຜົລແຫ່ງສຸຂັລລິການຸໂຢຄະຂອງສັມມາທິຕຖິ








