ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມປຸກຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະຍັງອະກຸສົລທັມອັນເປັນບາບທີ່ຍັງບໍ່ເກີດ ບໍ່ໃຫ້ເກີດຂຶ້ນ ; .... ເພື່ອລະອະກຸສົລທັມອັນເປັນບາບ ທີ່ເກີດຂຶ້ນແລ້ວ ; .... ເພື່ອຍັງກຸສົລທັມທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ ; .... ເພື່ອຄວາມຕັ້ງຢູ່ ຄວາມບໍ່ລືມເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມທີ່ເກີດຂຶ້ນແລ້ວ.
ພິກຂຸ ທ. ! ນີ້ເອີ້ນວ່າ ມັຊຊິມາປະຕິປະທາ.
໘໔໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສສັນທະ ເປັນປະທານກິຈຈ໌ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສວິຣິຢະ ເປັນປະທານກິຈຈ໌ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສຈິຕຕະ ເປັນປະທານກິຈຈ໌ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສວິມັງສາ ເປັນປະທານກິຈຈ໌ ; (ກິຈຈ໌ໃນບ່ອນນີ້ຄື ກິຈຈ໌ກ່ຽວກັບການລະວັງ ການລະ ການເຮັດໃຫ້ເກີດມີ ແລະການຮັກສາ).
ພິກຂຸ ທ. ! ນີ້ເອີ້ນວ່າ ມັຊຊິມາປະຕິປະທາ.
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ຈະເຣີນສັດທິນຊີ ຍ່ອມ ຈະເຣີນວິຣິຢິນຊີ ຍ່ອມ ຈະເຣີນສະຕິນຊີ ຍ່ອມ ຈະເຣີນສະມາທິນຊີ ຍ່ອມ ຈະເຣີນປັນຍິນຊີ.
ພິກຂຸ ທ. ! ນີ້ເອີ້ນວ່າ ມັຊຊິມາປະຕິປະທາ.
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ຈະເຣີນສັດທາພະລະ ຍ່ອມ ຈະເຣີນວິຣິຢະພະລະ ຍ່ອມ ຈະເຣີນສະຕິພະລະ ຍ່ອມ ຈະເຣີນສະມາທິພະລະ ຍ່ອມ ຈະເຣີນປັນຍາພະລະ.
ພິກຂຸ ທ. ! ນີ້ເອີ້ນວ່າ ມັຊຊິມາປະຕິປະທາ.
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ຈະເຣີນສະຕິສັມໂພຊຊົງຄ໌ ຍ່ອມ ຈະເຣີນທັມມະວິຈະຢະສັມໂພຊຊົງຄ໌ ຍ່ອມ ຈະເຣີນວິຣິຢະສັມໂພຊຊົງຄ໌ ຍ່ອມ ຈະເຣີນປີຕິສັມໂພຊຊົງຄ໌ ຍ່ອມ ຈະເຣີນປັສສັດທິສັມໂພຊຊົງຄ໌ ຍ່ອມ ຈະເຣີນສະມາທິສັມໂພຊຊົງຄ໌ ຍ່ອມ ຈະເຣີນອຸເປກຂາສັມໂພຊຊົງຄ໌.
ພິກຂຸ ທ. ! ນີ້ເອີ້ນວ່າ ມັຊຊິມາປະຕິປະທາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໔໙
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ຈະເຣີນສັມມາທິຕຖິ ຍ່ອມ ຈະເຣີນສັມມາສັງກັປປະ ຍ່ອມ ຈະເຣີນສັມມາວາຈາ ຍ່ອມ ຈະເຣີນສັມມາກັມມັນຕະ ຍ່ອມ ຈະເຣີນສັມມາອາຊີວະ ຍ່ອມ ຈະເຣີນສັມມາວາຢາມະ ຍ່ອມ ຈະເຣີນສັມມາສະຕິ ຍ່ອມ ຈະເຣີນສັມມາສະມາທິ.
ພິກຂຸ ທ. ! ນີ້ເອີ້ນວ່າ ມັຊຊິມາປະຕິປະທາ.
- ຕິກ. ອັງ. ໒໐/໓໘໐-໓໘໒/໕໙໖-໕໙໗.
(ມັຊຊິມາປະຕິປະທາ ຕາມທີ່ທົງສະແດງໄວ້ໃນສູຕນີ້ ເຫັນໄດ້ວ່າ ທົງສະແດງສ່ວນສຸດທັງສອງຝ່າຍໄວ້ດ້ວຍອາຄາລະຫະປະຕິປະທາ ຄືຄວາມຕົກໄປໃນກາມ ແລະນິຊຊາມະປະຕິປະທາ ຄືວັຕຕະປະຕິປະທາຂອງອະເຈລະກະ ຊຶ່ງເອີ້ນກັນໂດຍທົ່ວໆໄປວ່າ ອັຕຕະກິລະມະຖານຸໂຢຄະ ຫຼືຕະປັສສີວັຕ ຊຶ່ງມີລາຍລະອຽດຫາເບິ່ງໄດ້ໃນໜັງສື ພຸ. ໂອ. ທີ່ໜ້າ ໕໖-໕໗. ໃນບ່ອນນີ້ຈັກເຫັນໄດ້ວ່າ ໂພທິປັກຂິຢະທັມທັງສາມສິບເຈັດຂໍ້ນັ້ນແຫຼະ ຄື
ມັຊຊິມາປະຕິປະທາ ; ຫຼືເຖິງກັບຈະກ່າວໄດ້ວ່າ ຂໍ້ປະຕິບັຕດີປະຕິບັຕຊອບທັງໝົດ ໃນພຣະພຸດທະສາສນາ ຊຶ່ງລວມກັນແລ້ວກ່າວໄດ້ວ່າ ສີລ ສະມາທິ ປັນຍາ ຫຼືພຣົມມະຈັນຣຍ໌ທັງໝົດ, ນັ້ນແຫຼະຄື ມັຊຊິມາປະຕິປະທາ).
ຄ. ມັຊຊິມາປະຕິປະທາ (ໃນຄວາມໝາຍຊັ້ນເລິກ)
(ຫຼັກເກນນີ້ ອາໄສພຣະບາລີທີ່ຕຣັດໂຕ້ຕອບແກ່ບຸຄຄົນຜູ່ມາທູນຖາມ ຊຶ່ງສ່ວນຫຼາຍເປັນພຣາມ ໄດ້ທູນຖາມ ເລື່ອງສິ່ງກົງກັນຂ້າມທີ່ແຍກກັນເປັນຄູ່ໆ ; ເຊັ່ນວ່າ ສິ່ງທັງປວງມີ ຫຼືບໍ່ມີ ; ສິ່ງທັງປວງເໝືອນກັນ ຫຼືແຕກຕ່າງກັນ ; ຕົນເອງຫຼືຜູ່ອື່ນເປັນຜູ່ເຮັດຫຼືສະເຫວີຍຜົລ ; ການກ່າວລົງໄປວ່າ ສິ່ງນັ້ນໆ ເປັນແບບນັ້ນໂດຍສ່ວນດຽວ ຫຼືວ່າເປັນແບບອື່ນຈາກຄວາມເປັນແບບນັ້ນໂດຍສ່ວນດຽວ ; ດັ່ງນີ້ ເປັນຕົ້ນ. ພຣະອົງຄ໌ ຕຣັດຕອບໂດຍສາຍກາງ
(ມັຊເຊນະ) ບໍ່ຍອມຮັບຝ່າຍໃດຝ່າຍໜຶ່ງ, ໂດຍພຣະບາລີວ່າ “ເອເຕ ເຕ ພຣາມມະນະ ອຸໂພ ອັນເຕ ອະນຸປະຄັມມະ ມັຊເຊນະ ຕະຖາຄະໂຕ ທັມມັງ ເທເສຕິ ໆລໆ” :-)








