ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ນິຊຊາມະປະຕິປະທາ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ປະພຶຕເປືອຍກາຍ ມີມາຣະຍາດອັນປ່ອຍຖິ້ມເສຍແລ້ວ ເປັນຜູ່ປະພຶຕເຊັດອຸຈຈາຣະຂອງຕົນດ້ວຍມື ຖືເປັນຜູ່ບໍ່ຮັບອາຫາຣທີ່ເຂົາຮ້ອງເຊີນວ່າ ທ່ານຜູ່ຈະເຣີນຈົ່ງມາ ບໍ່ຮັບອາຫາຣທີ່ເຂົາຮ້ອງນິມົນ ....ໆລໆ.... (ລາຍລະອຽດຕໍ່ໄປຈາກນີ້
ມີອີກຫຼາຍ ເບິ່ງໄດ້ຈາກຂໍ້ຄວາມໃນໜັງສື ພຸດທະປະວັຕຈາກພຣະໂອຖະ ທີ່ຫົວຂໍ້ວ່າ “ທົງປະພຶຕ ອັຕຕະກິລະມະຖານຸໂຢຄະ” ທີ່ໜ້າ ໕໖-໕໘ ຈົນເຖິງຄໍາວ່າ .... ເຮົາປະກອບຕາມຊຶ່ງຄວາມພຽນໃນການລົງສູ່ແມ່ນໍ້າເວລາຄໍ່າ ເປັນຄັ້ງທີສາມແດ່, ເຮົາປະກອບຕາມຊຶ່ງຄວາມພຽນ ໃນການເຮັດ (ກິເລສໃນ) ກາຍໃຫ້ເຫືອດແຫ້ງ ດ້ວຍວິທີຕ່າງໆ ເຊັ່ນນີ້ ດ້ວຍອາການເຊັ່ນນີ້ຢູ່). ພິກຂຸ ທ. !
ນີ້ເອີ້ນວ່າ ນິຊຊາມະປະຕິປະທາ (ບໍ່ແມ່ນມັຊຊິມາປະຕິປະທາ).
ພິກຂຸ ທ. ! ມັຊຊິມາປະຕິປະທາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນສັມມາທິຕຖິ ຍ່ອມຈະເຣີນສັມມາສັງກັປປະ ຍ່ອມຈະເຣີນສັມມາວາຈາ ຍ່ອມຈະເຣີນສັມມາກັມມັນຕະ ຍ່ອມຈະເຣີນສັມມາອາຊີວະ ຍ່ອມຈະເຣີນສັມມາ
ວາຢາມະ ຍ່ອມຈະເຣີນສັມມາສະຕິ ຍ່ອມຈະເຣີນສັມມາສະມາທິ : ນີ້ເອີ້ນວ່າ
ມັຊຊິມາປະຕິປະທາ.
ພິກຂຸ ທ. ! ເຫຼົ່ານີ້ແລ ປະຕິປະທາ ໓ ຢ່າງ.
- ຕິກ. ອັງ. ໒໐/໓໘໑-໓໘໒/໕໙໗.
(ອາຄາລະຫະປະຕິປະທາ ແລະ ນິຊຊາມະປະຕິປະທາ ສອງຢ່າງນີ້ ແມ່ນວ່າມີຊື່ຕ່າງຈາກກາມະສຸຂັລລິການຸໂຢຄະ ແລະ ອັຕຕະກິລະມະຖານຸໂຢຄະ ກໍຕ່າງກັນສັກແຕ່ວ່າຊື່ ສ່ວນໃຈຄວາມເປັນແນວດຽວກັນ. ທັງສອງຢ່າງນີ້ ເປັນປະຕິປັກຕໍ່ມັຊຊິມາປະຕິປະທາ ຈຶ່ງນໍາເອົາມາກ່າວໄວ້ໃນບ່ອນນີ້ ໃນຖານະເປັນຂ້າເສິກຂອງມັຊຊິມາປະຕິປະທາ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໓໑
ລັກສະນະອີກປະຣິຍາຍໜຶ່ງແຫ່ງກາມະສຸຂັລລິການຸໂຢຄະ
ພຣາມ ! ໃນກໍລະນີນີ້ ຜູ່ທີ່ເອີ້ນຕົນເອງວ່າ ສະມະນະຫຼືພຣາມບາງຄົນ ປະຕິນຍາຕົນວ່າ ເປັນພຣົມມະຈາຣີໂດຍຖືກຕ້ອງ ເຂົາບໍ່ເສບເມຖຸນກັບມາຕຸຄາມກໍຈິງແລ
ແຕ່ວ່າເຂົາຍິນດີການລູບຄໍາ ການບີບນວດ ການອາບ ການຖູໂຕ ທີ່ໄດ້ຮັບຈາກມາຕຸຄາມ. ເຂົາພູມໃຈຍິນດີດ້ວຍການບໍາເລີເຊັ່ນນັ້ນ ຈາກມາຕຸຄາມ. .... ເຮົາກ່າວວ່າ ຜູ່ນີ້ປະພຶຕພຣົມມະຈັນຣຍ໌ບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ. ....
.... ບາງຄົນ .... ບໍ່ເສບເມຖຸນກັບມາຕຸຄາມ ແລະ ບໍ່ຍິນດີການລູບຄໍາ ການບີບນວດ ເປັນຕົ້ນ ຈາກມາຕຸຄາມ ແຕ່ເຂົາຍັງເວົ້າຈາສໍາອອຍ ຢອກຫຼິ້ນອໍ້ແອ້ກັບມາຕຸຄາມ. ເຂົາພູມໃຈຍິນດີດ້ວຍການບໍາເລີເຊັ່ນນັ້ນ ຈາກມາຕຸຄາມ. .... ເຮົາກ່າວວ່າ ຜູ່ນີ້ປະພຶຕພຣົມມະຈັນຣຍ໌ບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ. ....
.... ບາງຄົນ .... ບໍ່ເສບເມຖຸນກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບີບນວດ ເປັນຕົ້ນ ຈາກມາຕຸຄາມ ທັງບໍ່ຍິນດີໃນການເວົ້າຈາສໍາອອຍ ຢອກຫຼິ້ນອໍ້ແອ້ກັບມາຕຸຄາມ ແຕ່ເຂົາຍັງຈ້ອງຕາຕໍ່ຕາກັບມາຕຸຄາມ ແລ້ວພູມໃຈຍິນດີດ້ວຍການເຮັດເຊັ່ນນັ້ນ. .... ເຮົາກ່າວວ່າ ຜູ່ນີ້ປະພຶຕພຣົມມະຈັນຣຍ໌ບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ. ....
.... ບາງຄົນ .... ບໍ່ເສບເມຖຸນກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບີບນວດ ເປັນຕົ້ນ ຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍ ຢອກຫຼິ້ນອໍ້ແອ້ກັບມາຕຸຄາມ ທັງບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມ ແຕ່ເຂົາຍັງມັກຟັງສຽງຂອງມາຕຸຄາມ ທີ່ຫົວດັງຢູ່ກໍດີ ເວົ້າລົມຢູ່ກໍດີ ຮ້ອງລໍາຢູ່ກໍດີ ຮ້ອງໄຫ້ຢູ່ກໍດີ ທີ່ຂ້າງນອກຝາກໍຕາມ
ພາຍນອກກໍາແພງກໍຕາມ ແລ້ວພູມໃຈຍິນດີດ້ວຍການໄດ້ຟັງສຽງນັ້ນ. .... ເຮົາກ່າວວ່າ ຜູ່ນີ້ປະພຶຕພຣົມມະຈັນຣຍ໌ບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ. ....
໘໓໒ ອະຣິຍະສັຈຈ໌ຈາກພຣະໂອຖະ








