ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ທິຕຖິສັມປະທາ (ຄວາມເຖິງພ້ອມດ້ວຍທິຕຖິທີ່ເປັນສັມມາທິຕຖິ) ເປັນຮຸ່ງເຊົ້າ

ອະປະມາດະສັມປະທາ (ຄວາມເຖິງພ້ອມດ້ວຍຄວາມບໍ່ປະມາດ) ເປັນຮຸ່ງເຊົ້າ

ໂຢນິໂສມະນະສິກາຣະສັມປະທາ (ຄວາມເຖິງພ້ອມດ້ວຍການເຮັດໄວ້ໃນໃຈໂດຍລະອຽດ) ເປັນຮຸ່ງເຊົ້າ (ລວມເປັນເຈັດຢ່າງທັງກັລລະຢານະມິຕຕະຕາ) ແລະ ຕໍ່ທ້າຍດ້ວຍຄໍາວ່າ ຜູ່ມີກັລລະຢານະມິຕເປັນຕົ້ນ ຍ່ອມຈະເຣີນເຮັດໃຫ້ຫຼາຍຊຶ່ງອົງຄ໌ແຫ່ງມັຄຄ໌ ຊະນິດອາໄສວິເວກ ອາໄສວິຣາຄະເປັນຕົ້ນ ດ້ວຍກັນທັງໝົດ.

ໃນສູຕອື່ນ ຜູ່ມີກັລລະຢານະມິຕເປັນຕົ້ນ ນອກຈາກຈະເຣີນເຮັດໃຫ້ຫຼາຍ ຊຶ່ງອົງຄ໌ແຫ່ງມັຄຄ໌ ຊະນິດທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອຄວາມສະລັດອອກໄດ້ແລ້ວ, ຍັງສາມາດຈະເຣີນອົງມັຄຄະ ຊະນິດທີ່ມີການນໍາອອກຊຶ່ງ ຣາຄະ - ໂທສະ - ໂມຫະ ເປັນປະຣິໂຍສານ ໄດ້ ດັ່ງນີ້ກໍມີ.

ສໍາລັບຄໍາວ່າ ທັມທີ່ເປັນຮຸ່ງເຊົ້າ ແຫ່ງການເກີດຂຶ້ນຂອງອັຕຖັງຄິກະມັຄຄະເຈັດປະການຂ້າງເທິງນັ້ນ ໃນສູຕອື່ນໆ ບໍ່ເອີ້ນວ່າ ຮຸ່ງເຊົ້າ ແຕ່ເອີ້ນວ່າ ເປັນ ທັມທີ່ມີອຸປະກາຣະຫຼາຍ (ພະຫຸປະກາຣະທັມມະ) ເພື່ອການເກີດຂຶ້ນແຫ່ງອັຕຖັງຄິກະມັຄຄະ (໑໙/໔໐-໔໒/໑໔໗-໑໖໔) ກໍມີ ; ແລະໃນສູຕອື່ນໆ ເອີ້ນວ່າ ເປັນທັມມະທີ່ເຮັດໃຫ້ອັຕຖັງຄິກະມັຄຄະ ທີ່ຍັງບໍ່ເກີດໃຫ້ເກີດຂຶ້ນ ເຮັດໃຫ້

ອັຕຖັງຄິກະມັຄຄະທີ່ເກີດຢູ່ແລ້ວ ໃຫ້ເຖິງຄວາມຈະເຣີນບໍລິບູນ (໑໙/໔໔-໔໗/໑໖໕-໑໘໒) ກໍມີ ; ແລະຕອນທ້າຍສູຕ ກໍມີຕໍ່ທ້າຍດ້ວຍຄໍາວ່າ ຜູ່ມີກັລລະຢານະມິຕເປັນຕົ້ນ ຍ່ອມຈະເຣີນເຮັດໃຫ້ຫຼາຍຊຶ່ງອົງຄ໌ແຫ່ງມັຄຄ໌ ຊະນິດອາໄສວິເວກເປັນຕົ້ນ ແລະ ຊະນິດທີ່ມີການນໍາອອກຊຶ່ງ ຣາຄະ - ໂທສະ - ໂມຫະ ເປັນປະຣິໂຍສານ ດ້ວຍກັນທັງໝົດ].

ອັຕຖັງຄິກະມັຄຄະ ສໍາເລັດໄດ້ດ້ວຍອັປປະມາດະ ຍອດແຫ່ງກຸສົລທັມ

ພິກຂຸ ທ. ! ສັຕທັງຫຼາຍທີ່ບໍ່ມີຂາ ມີສອງຂາ ມີສີ່ຂາ ມີຫຼາຍຂາກໍດີ ມີຮູບ ບໍ່ມີຮູບ

ມີສັນຍາ ບໍ່ມີສັນຍາ ມີສັນຍາກໍບໍ່ແມ່ນບໍ່ມີສັນຍາກໍບໍ່ແມ່ນ ກໍດີ ມີປະມານທໍ່ໃດ ; ຕະຖາຄົຕອະຣະຫັນຕະສັມມາສັມພຸດທະ ຍ່ອມປາກົດວ່າ ເລີດກວ່າບັນດາສັຕເຫຼົ່າ ນັ້ນ. ພິກຂຸ ທ. ! ກຸສົລທັມເຫຼົ່າໃດເຫຼົ່າໜຶ່ງ ບັນດາມີກຸສົລທັມທັງຫຼາຍທັງປວງນັ້ນ

ມີຄວາມບໍ່ປະມາດເປັນມູນ, ມີຄວາມບໍ່ປະມາດເປັນບ່ອນຈຸ້ມລົງ. ຄວາມບໍ່ປະມາດ ຍ່ອມປາກົດວ່າ ເປັນເລີດກວ່າບັນດາກຸສົລທັມເຫຼົ່ານັ້ນ ; ເຊັ່ນໃດກໍເຊັ່ນນັ້ນ.

໘໕໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ຂໍ້ນີ້ເປັນສິ່ງທີ່ພິກຂຸ ຜູ່ບໍ່ປະມາດຍ່ອມຫວັງໄດ້ ຄື ເຂົາຈະ ຈະເຣີນ

ເຮັດໃຫ້ຫຼາຍ ຊຶ່ງອັຕຖັງຄິກະມັຄຄະ໑.

[ການທີ່ຄວາມບໍ່ປະມາດເປັນຍອດແຫ່ງກຸສົລທັມທັງປວງ ໃນສູຕນີ້ຊົງອຸປະມາດ້ວຍພຣະຕະຖາຄົຕ ເປັນສັຕເລີດກວ່າສັຕທັງປວງ. ສ່ວນໃນສູຕອື່ນອີກຫຼາຍແຫ່ງ :-

ຊົງອຸປະມາດ້ວຍ ຮອຍຕີນຊ້າງ ເລີດ ຄືໃຫຍ່ກວ່າຮອຍຕີນສັຕທັງຫຼາຍ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ແປເຮືອນ ເລີດຄືຢູ່ຈອມໄມ້ໂຄງເຮືອນທັງຫຼາຍ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ຮາກໄມ້ໂກຕະຖານຸສາຣີຢະ (ກະລໍາພັກ ?) ເລີດກວ່າຮາກໄມ້ຫອມທັງຫຼາຍ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ແກ່ນຈັນແດງ ເລີດກວ່າໄມ້ແກ່ນຫອມທັງຫຼາຍ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ດອກວັດສິກະ (ມະລິ ?) ເລີດກວ່າດອກໄມ້ຫອມທັງຫຼາຍ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ຣາຊາຈັກກະພັດ ເລີດກວ່າພະຣາຊາເມືອງຂຶ້ນເມືອງອອກທັງຫຼາຍ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ແສງຈັນ ເລີດຄືຮຸ່ງເຮືອງກວ່າແສງດາວທັງຫຼາຍ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ແສງອາທິສ ພາຍຫຼັງຝົນຕົກບໍ່ມີເມກໃນລະດູສາດ ແຈ່ມໃສກວ່າຄວາມແຈ່ມໃສທັງປວງໃນອາກາສ ດັ່ງນີ້ກໍມີ ;

ຊົງອຸປະມາດ້ວຍ ຜ້າກາສີ ເລີດກວ່າບັນດາຜ້າຕໍ່າດ້ວຍເສັ້ນດ້າຍທັງຫຼາຍ ດັ່ງນີ້ກໍມີ].

- ມະຫາວາຣ. ສັງ. ໑໙ / ໖໒-໖໗ / ໒໕໔-໒໖໓.

໑. ອະຣິຍະອັຕຖັງຄິກະມັຄຄະ ໔ ຮູບແບບ ຄື ຊະນິດທີ່ອາໄສ ວິເວກ-ວິຣາຄະ-ນິໂຣດ ແລະເປັນໂວສສັຄຄະ

ປະຣິນາມີ ໑ ; ຊະນິດທີ່ມີການນໍາອອກຊຶ່ງຣາຄະ-ໂທສະ-ໂມຫະ ເປັນປະຣິໂຢສານ ໑ ; ຊະນິດທີ່ມີການ

ຢັ່ງລົງສູ່ອະມະຕະ ມີອະມະຕະເປັນເບື້ອງໜ້າ ມີອະມະຕະເປັນປະຣິໂຢສານ ໑ ; ແລະ ຊະນິດທີ່ນ້ອມ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ