ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເປັນການກັບໄປໃຊ້ມາດຕະຖານຫຼັກອັນເດີມ ທີ່ມຊ້ກັນໃນຄັ້ງພຸດທະການ
ເພື່ອຮັກສາຄວາມຖືກຕ້ອງໃນຫຼັກທັມວິນັຍ ທີ່ປະກາດໂດຍພຣະພຸດທະເຈົ້າ
ຖືເປັນການອັນເຊີນພຣະພຸດທະເຈົ້າ ຜູ່ອະຣະຫັນຕະສັມມາສັມພຸດທະ ກັບມາສູ່ຈິຕໃຈ
ຂອງຊາວພຸດອີກຄັ້ງໜຶ່ງ
ເພື່ອເປັນພຸດທະບູຊາ ແລະ ເພື່ອເປັນປະໂຍຊນ໌ສຸຂ
ແກ່ມະນຸສສ໌ ແລະ ເທວະດາທັງຫຼາຍ ສືບໄປ
[4]
ໃຈຄວາມສໍາຄັນ
ຫຼັງຈາກຊົງປະລາຊາສົມບັດ ຖິ້ມໂອກາດແຫ່ງການເສບກາມ ໃນລະດັບພະເຈົ້າຈັກກະພັດຜູ່ຄອງແຜ່ນດິນສຸດມະຫາສະໝຸດທັງ 4 ສະມະນະໂຄດົມ (ໂຄດົມ) ໄດ້ບໍາເພັນພຽນອັນຍາກຫຍິ່ງ ເພື່ອການບັນລຸຄວາມຮູ້ອັນປະເສີດ ອັນເປັນທາງຫຼຸດພົ້ນຈາກຫ້ວງທຸກ
ໃນທີ່ສຸດຊົງຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ໃຕ້ດວງໄມ້ອັດສັກຖະ
ໃນຄືນວັນເພັນເດືອນ15ເກີດແສງສະຫວ່າງອັນໂອລານບໍ່ອາດຈະປະມານ
ຫຍິ່ງໃຫຍ່ກວ່າອະນຸພາບຂອງເທວະດາທັງຫຼາາຍຈະບັນດານຂຶ້ນໄດ້
ຄວາມສະຫວ້າງແຫ່ງແສງນີ້ ແຜ່ໄປເຖິງທົ່ວທຸກພົບພູມ
ສ່ອງສະຫວ່າງເຖິງບໍ່ເວັ້ນແມ້ນແຕ່ໂລກັນຕະຣິນະລົກອັນມືດມິຕ
ສິ່ງທີ່ຊົງຕຣັສຮູ້ນັ້ນ ຄືຄວາມຈິງອັນປະເສີດທັງ 4 (ອະຣິຍະສັຈຈ໌ 4)
ອັນໄດ້ແກ່ ທຸກ, ສະມຸໄທ, ນິໂຣດ ແລະ ມັຄຄະ
ແລະ ທີ່ບັນຈຸຢູ່ໃນໜັງສືເຫຼັ້ມນີ້ ຄືອະຣິຍະສັຈຈ໌ 3 ຂໍ້ທໍາອິດ
ໂດຍດັດແປງມາສະເພາະພຸດທະວະຈະນະ ເປັນຕະຖາຄົຕພາສິຕ
ຄືທີ່ຊົງຕຣັດໄວ້ດ້ວຍພຣະອົງເອງ
ການຈັດພິມຄັ້ງນີ້ ມີການແກ້ໄຂຄໍາທີ່ພິມຜິດ, ປັບແກ້ແບບອັຕຖະທີ່ຍັງເປັນປະເດັນຂໍ້ຮັກສາເລກໜ້າໄວ້ຄືເກົ່າ ເພື່ອຄວາມສະດວກແກ່ຜູ່ສົນໃຈສຶກສາ ທຽບຄຽງກັບຕົ້ນສະບັບເດີມ ຂອງທ່ານພູດທະທາສ ແລະ ກອງຕໍາລາຄະນະທັມມະທານ ທັມມະທານມູນນິທິ ແລະ ເພື່ອເປີດໂອກາດໃຫ້ຜູ່ສຶກສາ, ຜູ່ຮູ້ດ້ານບາລີ ໄດ້ກວດສອບເນັ້ນຢໍ້າຄວາມຖືກຕ້ອງ ເພື່ອຄວາມສົມບູນຫຍິ່ງຂຶ້ນຕໍ່ໄປ
[5]
ພຸດທະວະຈະນະ
2
ອະຣິຍະສັຈຈ໌ຈາກພຣະໂອດ
ພາກປາຍ
[7]
ສາລະບານຫຍໍ້
(ຕາມລະດັບພາກ ທຸກພາກ)
ໜ້າ
ພາກນໍາ ວ່າດ້ວຍ ຂໍ້ຄວາມທີ່ຄວນຮູ້ກ່ອນ ກ່ຽວກັບ ຈະຕຸຣາຣິຍະສັຈຈ໌ 1-140
ພາກ 1 ວ່າດ້ວຍ ທຸກຂະອະຣິຍະສັຈຈ໌ ຄວາມຈິງອັນປະເສີດຄືທຸກ 145-174
ພາກ 2 ວ່າດ້ວຍ ສະມຸທະຢະອະຣິຍະສັຈຈ໌ ຄວາມຈິງອັນປະເສີດ-
-ຄືເຫຕໃຫ້ເກີດທຸກ 277-403
ພາກ 3 ວ່າດ້ວບ ນິໂຣດອະຣິຍະສັຈຈ໌ ຄວາມຈິງອັນປະເສີດ-
-ຄືການດັບບໍ່ເຫຼືອຂອງທຸກ 407-816
ພາກ 4 ວ່າດ້ວຍ ມັຄຄະອະຣິຍະສັຈຈ໌ ຄວາມຈິງອັນປະເສີດຄືມັຄຄະ 819-1409
ພາກສະຫຼຸບ ວ່າດ້ວຍ ຂໍ້ຄວາມສະຫຼຸບ ກ່ຽວກັບ ຈະຕຸຣາຣິຍະສັຈຈ໌ 1493-1534
ພາກຄັດຕິດ ວ່າດ້ວຍ ເລື່ອງນໍາມາຄັດຕິດເພື່ອຄວາມສະດວກແກ່ການອ້າງອີງ1537-1572
ປຶ້ມ
ອະຣິຍະສັຈຈ໌
ຈາກພຣະໂອຖະ
(ພາກປາຍ)
ຄະນະຜູ່ແປແລະກວດແກ້ເປັນພາສາລາວ :
ພຣະອາຈາຣຍ໌ ຕິສສະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ
ນະຄອຣຫຼວງວຽງຈັນ.
ພຣະອາຈາຣຍ໌ ບຸນຍ໌ເລືອກ ກຸນນະໂລກ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ
ມ. ຫາດຊາຍຟອງ ນະຄອຣຫຼວງວຽງຈັນ.
ພຣະອາຈາຣຍ໌ ປັນຍານັນດະ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ
ນະຄອຣຫຼວງວຽງຈັນ.
ພຣະອາຈາຣຍ໌ ວ. ວົງແສງສີ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ
ນະຄອຣຫຼວງວຽງຈັນ.
ພຣະອາຈາຣຍ໌ ຊາຄະຣະທັມໂມ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ
ນະຄອຣຫຼວງວຽງຈັນ.
ພຣະອາຈາຣຍ໌ ອະຣິຍະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ
ນະຄອຣຫຼວງວຽງຈັນ.
ຄະນະສິສສານຸສິສວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ
ນະຄອຣຫຼວງວຽງຈັນ.
ພິເສດແມ່ນອຸປາສິກາ ໂສດາວັນ ເປັນສັດທາເອື້ອເຟື້ອ ໃນການແປຈາກພາສາໄທມາເປັນພາສາລາວ.
ອັກສອນຫຍໍ້
(ເພື່ອຄວາມສະດວກແກ່ຜູ່ທີ່ຍັງບໍ່ເຂົ້າໃຈ ເລື່ອງອັກສອນຫຍໍ້ ທີ່ໃຊ້ໝາຍແທນຊື່ຄໍາພີ ຊຶ່ງມີຢູ່ໂດຍສ່ວນຫຼາຍ)
ມຫາວິ. ວິ. ມະຫາວິພັງຄະ ວິນະຢະປິຕະກະ.
ພິກຂຸນີ. ວິ. ພິກຂຸນີວິພັງຄະ ”
ມຫາ. ວິ. ມະຫາວັຄຄະ ”








