ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໑. ຄໍາກ່າວນີ້ ເປັນຄໍາກ່າວທີ່ເປັນກາງໆທົ່ວໄປ ແຕ່ໃນບາງກໍລະນີຊຶ່ງມີໜ້ອຍແທ້ ກ່າວວ່າ ເວັ້ນຈາກກັມອັນ

ບໍ່ແມ່ນພຣົມມະຈັນຣຍ໌ກໍມີ ; ເຂົ້າໃຈວ່າເປັນການກ່າວມຸ່ງໝາຍບັນພະຊິຕ. (ມະຫາວາຣ. ສັງ. ໑໙/໑໑/໓໗).

໘໒໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອການບັງເກີດຂຶ້ນແຫ່ງກຸສົລທັມ ທ. ທີ່ຍັງບໍ່ໄດ້ບັງເກີດ ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມຍືນຍົງ ຄວາມບໍ່ເລິເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບແຫ່ງກຸສົລທັມ ທ. ທີ່ບັງເກີດຂຶ້ນແລ້ວ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມພຽນຖືກຕ້ອງ.

ພິກຂຸ ທ. ! ຄວາມລະນຶກຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນສາສນານີ້ ເປັນຜູ່ມີປົກກະຕິພິຈາຣະນາ ເຫັນກາຍໃນກາຍຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ຖອນຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້ ; ເປັນຜູ່ມີປົກກະຕິພິຈາຣະນາ ເຫັນເວທະນາໃນເວທະນາ ທ. ຢູ່, ມີຄວາມ ພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ຖອນຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້ ; ເປັນຜູ່ມີປົກກະຕິພິຈາຣະນາ ເຫັນຈິຕໃຈຈິຕຢູ່, ມີຄວາມພຽນເຄື່ອງເຜົາບາບ, ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ຖອນຄວາມພໍໃຈ ແລະ ບໍ່ພໍໃນໃນໂລກອອກເສຍໄດ້ ; ເປັນຜູ່ມີປົກກະຕິພິຈາຣະນາ ເຫັນທັມໃນທັມ ທ. ຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ຖອນຄວາມພໍໃນ ແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມລະນຶກຖືກຕ້ອງ.

ພິກຂຸ ທ. ! ຄວາມຕັ້ງໃຈໝັ້ນຖືກຕ້ອງ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນ

ສາສນານີ້ ເພາະສະງັດຈາກກາມ ທ. ເພາະສະງັດຈາກອະກຸສົລທັມ ທ., ຍ່ອມເຂົ້າເຖິງ ຊານທີໜຶ່ງ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກ ແລ້ວແລຢູ່. ເພາະວິຕົກວິຈາຣລະງັບລົງ ເຂົາເຂົ້າເຖິງ ຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິ ແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່ ເພາະປີຕິຈາງຫາຍໄປ ເຂົາເປັນຜູ່ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກໂຕທົ່ວພ້ອມ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໒໕

ແລະໄດ້ສະເຫວີຍສຸຂດ້ວຍນາມກາຍ ຍ່ອມເຂົ້າເຖິງ ຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນລະເສີນຜູ່ໄດ້ບັນລຸວ່າ “ເປັນຜູ່ເສີຍຢູ່ໄດ້ ມີສະຕິ ມີຄວາມຢູ່ເປັນປົກກະຕິສຸຂ” ແລ້ວແລຢູ່. ເພາະລະສຸຂ ແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ ເຂົາຍ່ອມເຂົ້າເຖິງ ຊານທີສີ່ ອັນບໍ່ທຸກຂ໌ແລະ ບໍ່ສຸຂ ມີແຕ່ສະຕິອັນບໍຣິສຸດເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບ

ບໍ່ເຫຼືອແຫ່ງທຸກຂ໌.

- ມະຫາ. ທີ. ໑໐/໓໔໘/໒໙໙.

ໝວດ ຂ. ວ່າດ້ວຍອັນຕະ ໒ ຈາກມັຄຄະ

ຂ້າເສິກຂອງມັຊຊິມາປະຕິປະທາ (ອັຕຖັງຄິກະມັຄຄະ)

ພິກຂຸ ທ. ! ມີສິ່ງທີ່ແລ່ນດິ່ງໄປສຸດໂຕ່ງ (ອັນຕາ) ຢູ່ ໒ ຢ່າງ ທີ່ບັນພະຊິຕບໍ່ຄວນຂ້ອງກ່ຽວດ້ວຍ ສິ່ງທີ່ແລ່ນດິ່ງໄປສຸດໂຕ່ງນັ້ນ ຄືອັນໃດ ? ຄື ການປະກອບຕົນພົວພັນຢູ່ດ້ວຍຄວາມໃຄ່ໃນກາມທັງຫຼາຍ (ກາມະສຸຂັລລິການຸໂຢຄະ) ອັນເປັນການປະພຶຕທີ່ຍັງຕໍ່າ ເປັນຂອງຊາວບ້ານ ເປັນຂອງຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະເຈົ້າ

ບໍ່ປະກອບດ້ວຍປະໂຍຊນ໌ ແລະ ການປະກອບຄວາມພຽນໃນການທໍລະມານຕົນໃຫ້ລໍາບາກ (ອັຕຕະກິລະມະຖານຸໂຢຄະ) ອັນນໍາມາຊຶ່ງຄວາມທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌ ສອງຢ່າງນີ້ແລ.

໘໒໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ