ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ໃນພຣະບາລີສູຕອື່ນໆ ສະແດງລັກສະນະແຫ່ງສັມມາທິຕຖິ ໆລໆ ອັນເປັນອົງຄ໌ແຫ່ງອັຕຖັງ
ຄິກະມັຄຄະ ໃນກໍລະນີ້ເຊັ່ນນີ້ຕ່າງອອກໄປຄື : ຣາຄະປຣິໂຢສານະ : ມີການນໍາອອກຊຶ່ງຣາຄະເປັນປະຣິໂຍສານ, ໂທສະວິນະຢະປະຣິໂຢສານະ : ມີການນໍາອອກຊຶ່ງໂທສະເປັນປະຣິໂຍສານ, ໂມຫະວິນະຢະປະຣິໂຢສານະ : ມີການນໍາອອກຊຶ່ງໂມຫະປະຣິໂຍສານ : (໑໙/໖໙/໒໖໗) ; ອະມະໂຕຄະດະ : ຢັ່ງລົງສູ່ອະມະຕະ, ອະມະຕະປະຣາຢະນະ : ມີເບື້ອງໜ້າເປັນອະມະຕະ, ອະມະຕະປະຣິໂຢຊະນະ : ມີອະມະຕະເປັນປະຣິໂຍສານ (໑໙/໖໙/໒໖໙) ; ນິບພານະນິນນະ : ນ້ອມໄປສູ່ນິບພານ, ນິບພານະໂປນະ : ນ້ອມໄປສູ່ນິບພານ, ນິບພານະປັບພາຣະ : ຄ້ອຍໄປສູ່ນິບພານ (໑໙/໗໐/໒໗໑) ; ດັ່ງນີ້ກໍມີ.)
ການເຮັດກິຈຈ໌ຂອງອິນຊີ ໃນຂະນະບັນລຸທັມ
ຖືກແລ້ວ ຖືກແລ້ວ ສາຣີບຸຕ ! ສາຣີບຸຕ ! ອະຣິຍະສາວົກໃດ ມີຄວາມເຫຼື້ອມໃສຢ່າງຍິ່ງ ໃນຕະຖາຄົຕ ເຖິງທີ່ສຸດໂດຍສ່ວນດຽວ, ເຂົາຍ່ອມບໍ່ສົງໄສ ຫຼືລັງເລໃນຕະຖາຄົຕ ຫຼືຄໍາສອນໃນຕະຖາຄົຕ. ສາຣີບຸຕ ! ເມື່ອອະຣິຍະສາວົກ ເປັນຜູ່ມີສັດທາແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາກໍຈະເປັນຜູ່ປາຣົບຄວາມພຽນ ເພື່ອລະ
ອະກຸສົລທັມທັງຫຼາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫຼາຍ ເປັນຜູ່ມີກໍາລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸລະໃນກຸສົລທັມທັງຫຼາຍ. ສາຣີບຸຕ ! ຄວາມພຽນເຊັ່ນນີ້ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ວິຣິຢິນຊີ ຂອງເຂົານັ້ນ.
ສາຣີບຸຕ ! ເມື່ອອະຣິຍະສາວົກເປັນຜູ່ມີສັດທາ ເປັນຜູ່ປາຣົບຄວາມພຽນຢູ່ແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາກໍຈະເປັນຜູ່ມີສະຕິ ປະກອບພ້ອມດ້ວຍສະຕິ ເປັນເຄື່ອງລະວັງຮັກສາຕົນເປັນຢ່າງຍິ່ງ ເປັນຜູ່ລະນຶກໄດ້ ຕາມລະນຶກໄດ້ ຊຶ່ງສິ່ງທີ່ເຮັດ ແລະຄໍາທີ່ເວົ້າ ແມ່ນແຕ່ດົນນານໄດ້. ສາຣີບຸຕ ! ຄວາມລະນຶກເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ສະຕິນຊີ ຂອງເຂົານັ້ນ.
໑໔໒໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ສາຣີບຸຕ ! ເມື່ອອະຣິຍະສາວົກເປັນຜູ່ມີສັດທາ ປາຣົບຄວາມພຽນ ມີສະຕິເຂົ້າໄປຕັ້ງໄວ້ແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາກໍຈະເປັນຜູ່ເຮັດແລ້ວໄດ້ ຊຶ່ງໂວສສັຄຄາຣົມ ຈະໄດ້ຊຶ່ງຄວາມຕັ້ງໝັ້ນແຫ່ງຈິຕ ກ່າວຄື ຄວາມທີ່ຈິຕມີອາຣົມອັນດຽວ. ສາຣີບຸຕ ! ຄວາມຕັ້ງໝັ້ນແຫ່ງຈິຕເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ສະມາທິນອິນຊີ ຂອງເຂົານັ້ນ.
ສາຣີບຸຕ ! ເມື່ອອະຣິຍະສາວົກເປັນຜູ່ມີສັດທາ ປາຣົບຄວາມພຽນ ມີສະຕິເຂົ້າໄປຕັ້ງໄວ້ແລ້ວ ມີຈິຕຕັ້ງໝັ້ນໂດຍຖືກຕ້ອງແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາກໍຈະເປັນຜູ່ຮູ້ແຈ້ງເຊັ່ນນີ້ວ່າ “ສັງສາຣາວັຕ ເປັນສິ່ງທີ່ມີບ່ອນສຸດ ອັນບຸຄຄົນຮູ້ບໍ່ໄດ້, ທີ່ສຸດຝ່າຍເບື້ອງຕົ້ນ ຍ່ອມບໍ່ປາກົດແກ່ສັຕທັງຫຼາຍ ຜູ່ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ກໍາລັງແລ່ນໄປ ທ່ອງທ່ຽວໄປ. ຄວາມຈາງຄາຍດັບໄປໂດຍບໍ່ມີເຫຼືອແຫ່ງອະວິຊຊາ ອັນເປັນກອງແຫ່ງຄວາມມືດນັ້ນເສຍໄດ້ ມີຢູ່ : ນັ້ນເປັນບົດທີ່ສະງົບ ນັ້ນເປັນບົດທີ່ປະນີຕ ກ່າວຄືທັມເປັນບ່ອນສະງົບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ”. ສາຣີບຸຕ ! ຄວາມຮູ້ເຊັ່ນນັ້ນຂອງອະຣິຍະສາວົກນັ້ນ ຍ່ອມເປັນ ປັນຍິນຊີ ຂອງເຂົານັ້ນ.
ສາຣີບຸຕ ! ອາຣິຍະສາວົກນັ້ນ ນັ້ນແຫຼະ ຕັ້ງໄວ້ແລ້ວ ຕັ້ງໄວ້ແລ້ວ (ຊຶ່ງວິຣິຢະ) ດ້ວຍອາການເຊັ່ນນີ້, ລະນຶກແລ້ວ ລະນຶກແລ້ວ (ດ້ວຍສະຕິ) ດ້ວຍອາການເຊັ່ນນີ້, ຕັ້ງໝັ້ນແລ້ວ ຕັ້ງໝັ້ນແລ້ວ (ດ້ວຍສະມາທິ) ດ້ວຍອາການເຊັ່ນນີ້, ຮູ້ແຈ້ງແລ້ວ ຮູ້ແຈ້ງແລ້ວ (ດ້ວຍປັນຍາ) ດ້ວຍອາການເຊັ່ນນີ້, ເຂົາຍ່ອມເຊື່ອຢ່າງຍິ່ງດັ່ງນີ້ວ່າ “ທັມເຫຼົ່າໃດ ເປັນທັມທີ່ເຮົາເຄີຍຟັງແລ້ວໃນກາລກ່ອນ, ໃນບັດນີ້ ເຮົາຖືກຕ້ອງທັມເຫຼົ່ານັ້ນດ້ວຍ. ນາມກາຍແລ້ວແລຢູ່ດ້ວຍ ແລະແທງຕະຫຼອດທັມເຫຼົ່ານັ້ນດ້ວຍປັນຍາ ແລ້ວເຫັນຢູ່ດ້ວຍ” ດັ່ງນີ້.
ສາຣີບຸຕ ! ຄວາມເຊື່ອເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ສັດທິນຊີ ຂອງເຂົານັ້ນ, ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໒໙໙-໓໐໐/໑໐໑໗-໑໐໒໒.








