ອານິສົງ

ໜ້າ/ 43

ຄຳນຳ

ສາລະບານ

ປະໂຫຍດຂອງການຈະເລີນເມດຕາຈິດ2ອານິສົງແຫ່ງການຈະເລີນເມດຕາເຈໂຕວິມຸດ 11 ປະການ4ຄວາມເປັນຜູ້ມີເມດຕາ ຍ່ອມເຖິງຄວາມ6ຈະເລີນຢ່າງດຽວ ບໍ່ມີຄວາມເສື່ອມເລີຍ6ອານິສົງແຫ່ງການຈະເລີນເມດຕາ ເຈໂຕວິມຸດ 7 ປະການ7ການຈະເລີນເມດຕາ ມີອານິສົງຫຼາຍກວ່າການໃຫ້ທານ9ວິທີລະງັບຄວາມອາຄາດ10ຈະເລີນເມດຕາເພື່ອລະໂທສະ12ອານິສົງການເດີນຈົງກົມ13ກຳລັງ 5 ປະການ14ອານຸພາບແຫ່ງຄວາມຈະເລີນເມດຕາ17ວິທີຈະເລີນອິດທິບາດ 420ທັມມະທາດຕ່າງໆ ທີ່ເປັນຜົນຂອງສົມຖະວິປັດສະນາ ອັນດັບສຸດທ້າຍ ອະພິນຍາຫົກ27ການສະແດງທັມແກ່ຜູ້ອື່ນ ບໍ່ແມ່ນທຳໄດ້ງ່າຍ31ອານິສົງຂອງທັມ 4 ປະການ33ອານິສົງສູງສຸດແຫ່ງອານາປານສະຕິ36ອານິສົງແຫ່ງອານາປານສະຕິ 7 ປະການ39ອານາປານສະຕິເປັນເຫດໃຫ້ເຖິງເຊິ່ງນິບພານ43ອານາປານສະຕິສະມາທິ ເປັນເຫດໃຫ້ລະສັງໂຍດໄດ້44ອານາປານສະຕິສະມາທິເປັນເຫດໃຫ້ສິ້ນອາສາວະ45ແບບການຈະເລີນອານາປານສະຕິທີ່ມີຜົນຫຼາຍ46ຈະເລີນອານາປານສະຕິມີອານິສົງເປັນເອກປະການ48ແບບການຈະເລີນອານາປານສະຕິທີ່ມີຜົນຫຼາຍ57(ແບບທີ່ສອງ)57ຈະເລີນອານາປານສະຕິ ມີອານິສົງເປັນເອກປະການ59(ອີກສູດໜຶ່ງ)59ຈະເລີນອານາປານະສະຕິຊື່ວ່າບໍ່ເຫີນຫ່າງຈາກຊານ64ອານາປານະສະຕິລະໄດ້ເສຍຄວາມຟຸ້ງຊ່ານ65ອານາປານສະຕິລະເສຍໄດ້ເຊິ່ງຄວາມຄັບແຄ້ນ66ຈະເລີນອານາປານສະຕິເປັນເຫດໃຫ້ຮູ້ລົມຫາຍໃຈ67ອັນມີເປັນຄັ້ງສຸດທ້າຍກ່ອນເສຍຊີວິດ67ທັມເປັນອຸປະກາລະສະເພາະແກ່ອານາປານສະຕິພາວະນາ69ອານິສົງແຫ່ງກາຍຄະຕາສະຕິ73

ປະໂຫຍດຂອງການຈະເລີນເມດຕາຈິດ

ສຸດຕັນຕະປີດົກ ອັງຄຸດຕະລະນິກາຍ

ສັດຕະກະ-ອັດຖະກະນິບາດ 13/75/59

ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍຢ່າກົວຕໍ່ບຸນເລີຍ ຄຳວ່າ ບຸນນີ້ ເປັນຊື່ແຫ່ງຄວາມສຸກ.

ພິກຂຸທັງຫຼາຍ ! ເຮົາຍ່ອມຮູ້ຊັດເຈນເຊິ່່່ງຜົນແຫ່ງບຸນອັນໜ້າປາດຖະນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ເຮົາສະເຫລີຍແລ້ວຕະຫລອດກາລະນານ ເຮົາຈະເລີນເມດຕາຈິດຕະຫລອດ 7 ປີ ເຮົາບໍ່ໄດ້ກັບມາຍັງໃນໂລກນີ້ຕະຫລອດ 7 ສັງວັດຕະ ວິວັດຕະກັບ.

ພິກຂຸທັງຫຼາຍ ! ເມື່ອໂລກເຖິງຄວາມພິນາດ ເຮົາເຂົ້າເຖິງພຮົມມະໂລກ ຊັ້ນອາພັດສະລະ ເມື່ອໂລກຫຍັງບໍ່ເຖິງ ຄວາມພິນາດ ເຮົາຍ່ອມເຂົ້າເຖິງວິມານພຮົມ ອັນວ່າງເປົ່າໃນວິມານພຮົມນັ້ນ ເຮົາເປັນພຮົມ ເປັນທ້າວມະຫາພຮົມມີຄວາມເປັນໃຫ່ຍເຊິ່ງໃຜໆບໍ່ສາມາດຄອບງຳໄດ້ ມີຄວາມເຫັນແນ່ນອນ ມີອຳນາດ, ເຮົາໄດ້ເປັນທ້າວສັກກະເທວະລາດເຖິງ 36 ຄັ້ງ, ເຮົາໄດ້ເປັນພຣະເຈົ້າຈັກກະພັດຜູ້ຊົງທັມ ເປັນພຣະລາຊາໂດຍທັມ ມີມະຫາສະໝຸດທັງ 4 ເປັນຂອບເຂດ ເປັນຜູ້ຊະນະສົງຄາມ ມີຊົນນະບົດທີ່ມີຄວາມ ໝັ້ນຄົງປະກອບດ້ວຍລັດຕະນະ 7 ປະການ ຫຼາຍຮ້ອຍຄັ້ງຄື ຊ້າງແກ້ວ, ມ້າແກ້ວ, ມະນີແກ້ວ, ນາງແກ້ວ, ຄະຫະບໍດີແກ້ວ, ຂຸນພົນແກ້ວເປັນທີເຈັດ. ອີກຢ່າງໜຶ່ງເຮົາເຄີຍມີບຸດຫຼາຍກວ່າພັນ ລ້ວນແຕ່ເປັນຜູ້ກ້າຫານ ສາມາດຢ່ຳຍີຂ້າເສິກໄດ້ ເຮົາຄອບຄອງປະຖະພີອັນມີມະຫາສະໝຸດເປັນຂອບເຂດດ້ວຍທັມ ບໍ່ຕ້ອງໃຊ້ອາດຍາ ບໍ່ຕ້ອງໃຊ້ສັດຕາ.

ອານິສົງແຫ່ງການຈະເລີນເມດຕາເຈໂຕວິມຸດ 11 ປະການ

ອັງຄຸດຕະຮະນິກາຍ ທະກະສະ-ເອກາທະສະກະນິບາດ 13/316/222

ພິກຂຸທັງຫຼາຍ ! ເມື່ອເມດຕາເຈໂຕວິມຸດ ອັນບຸກຄົນເສບແລ້ວ ຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນໂດຍລຳດັບ ສັ່ງສົມດີແລ້ວ ປາຣົບດີແລ້ວ ຍ່ອມຫວັງອານິສົງ 11 ປະການ; 11 ປະການເປັນຢ່າງໃດ ? ຄື :

ຍ່ອມຫລັບເປັນສຸກ,

ຍ່ອມຕື່ນເປັນສຸກ,

ຍ່ອມບໍ່ຝັນຮ້າຍ,

ຍ່ອມເປັນທີ່ຮັກຂອງມະນຸດທັງຫຼາຍ,

ຍ່ອມເປັນທີ່ຮັກຂອງອະມະນຸດທັງຫຼາຍ,

ເທວະດາທັງຫຼາຍຍ່ອມຮັກສາ,

ໄຟ ຢາພິດ ຫລືສັດຕາຍ່ອມບໍ່ກຳ້ກ່າຍໄດ້,

ຈິດຍ່ອມຕັ້ງໝັ້ນໄດ້,

ສີໜ້າຜ່ອງໃສ່,

ເປັນຜູ້ບໍ່ຫລົງທຳກາລະ,

ເມື່ອຫຍັງບໍ່ແທງຕະຫລອດຄຸນອັນຍິ່ງ ຍ່ອມເປັນຜູ້ເຂົ້າເຖິງພຣົມມະໂລກ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ