ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ທັມຢ່າງໜຶ່ງນີແລ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍ ໂດຍສ່ວນດຽວ ເພື່ອຄາຍກຳໜັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພຶ່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັດສະຮູ້ ເພື່ອນິບພານ.

ອານາປານສະຕິສະມາທິ ເປັນເຫດໃຫ້ລະສັງໂຍດໄດ້

ບາລີ ມາຫາວານ ສໍ 16/426-428/1406-1407

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ທຳໃຫ້ຫຼາຍແລ້ວ ເປັນໄປເພື່ອການລະສັງໂຍດທັງຫຼາຍ.

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ທຳໃຫ້ຫຼາຍແລ້ວ ຢ່າງໃດ ຈຶ່ງເປັນໄປເພື່ອການລະສັງໂຍດທັງຫຼາຍ ?

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼື ໂຄນໄມ້ ຫຼື ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງດຳລົງສະຕິສະເພາະໜ້າ ທ່ານນັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກເມື່ອຫາຍໃຈເຂົ້າຍາວ ກໍຮູ້ຊັດວ່ເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ຊັດວ່າເຮົາຫາຍໃຈອອກຍາວ ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ຊັດວ່າຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈອອກສັ້ນ

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ທຳໃຫ້ຫຼາຍແລ້ວ ຢ່າງນີ້ແລ ຍ່ອມເປັນໄປເພື່ອການລະສັງໂຍດທັງຫຼາຍ.

ອານາປານສະຕິສະມາທິເປັນເຫດໃຫ້ສິ້ນອາສາວະ

-ບາລີ ມາຫາວານ ສໍ. 16/426/1410.

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນໄປແຫ່ງອາສາວະທັງຫຼາຍ.

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ທຳໃຫ້ຫຼາຍແລ້ວ ຢ່າງໃດ ຈຶາງເປັນໄປເພື່ອຄວາມສິ້ນໄປແຫ່ງອາສາວະທັງຫຼາຍ ?

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສຸປ່າ ຫຼື ໂຄນໄມ້ ຫຼື ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງດຳລົງສະຕິສະເພາະໜ້າ ທ່ານນັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ ເມື່ອຫາຍໃຈເຂົ້າຍາວ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍ ໃຈອອກຍາວ ກໍຮູ້ຊັດວ່າເຮົາຫາຍໃຈອອກຍາວ ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈອອກສັ້ນ

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ທຳໃຫ້ຫຼາຍແລ້ວ ຢ່າງນີ້ແລ ຍ່ອມເປັນໄປເພື່ອຄວາມສິ້ນໄປແຫ່ງອາສາວະທັງຫຼາຍ.

ແບບການຈະເລີນອານາປານສະຕິທີ່ມີຜົນຫຼາຍ

ບາລີ ມາຫາວານ ສໍ. 16/364/1305-1306.

ພິກຂຸທັງຫຼາຍ ! ທັມອັນເອກ ອັນບຸກຄົນຈະເລີນ ກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ ທັມອັນເອກນັ້ນ ຄືຢ່າງໃດ ?

ຄື ອານາປານສະຕິ

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົນໃຫ່ຍມີອານິສົງໃຫ່ຍ ?

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼື ສູ່ໂຄນໄມ້ ຫຼື ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງດຳລົງສະຕິສະເພາະໜ້າ ທ່ານນັ້ນມີສະຕິຫາຍ ໃຈເຂົ້າ ມີສະຕິຫາຍໃຈອອກ ເມື່ອຫາຍໃຈເຂົ້າຍາວກໍຮູ້ຊັດວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ຊັດວ່າເຮົາຫາຍໃຈອອກຍາວ ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນກໍຮູ້ສັ້ນວ່າ ເຮົາຫາຍໃຈອອກສັ້ນ.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫເຫຼາຍແລ້ວ ຢ່າງນີ້ແລ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ.

ຈະເລີນອານາປານສະຕິມີອານິສົງເປັນເອກປະການ

-ບາລີ ມາຫາວານ ສໍ 16/400-404/1328-1348.

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ ກໍອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົນໃຫ່ຍມີອານິສົງໃຫ່ຍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ