ອານິສົງ

ໜ້າ/ 43

ຍ່ອມຈະເລີນ ອຸເບກຂາສົມໂພດຊົງ ອັນອາໄສວິເວກ ອັນອາໄສວິລາຄະ ອັນອາໄສນິໂລດ ນ້ອມໄປໃນການສະລະ

ພິກຂຸທັງຫຼາຍ ! ພິກຂຸຜູ້ຈະເລີນໂພດຊົງ 7 ກະທຳໃຫ້ຫຼາຍ ເຊິ່ງໂພດຊົງ 7 ຢ່າງນີ້ແລ ຍ່ອມເປັນຜູ້ນ້ອໄປສູ່ນິບພານ ໂນ້ນໄປສູ່ນິບພານ ໂອນໄປສູ່ນິບພານ.

ຈະເລີນອານາປານະສະຕິຊື່ວ່າບໍ່ເຫີນຫ່າງຈາກຊານ

- ບາລີ ເອກ ອໍ. 20/55-55/224.

ພິກຂຸທັງຫຼາຍ ! ຖ້າພິກຂຸຈະເລີນອານາປານະສະຕິ ແມ້ຊົ່ວການພຽງລັດນິ້ວມື

ພິກຂຸນີ້ເຮົາກ່າວວ່າ ຢູ່ບໍ່ເຫີນຫ່າງຈາກຊານ ທຳຕາມຄຳສອນຂອງພຣະສາດສະດາປະຕິບັດຕາມໂອວາດບໍ່ສັນບິນທະບາດ ຂອງຊາວແວ່ນແຄ້ນເປົ່າ ກໍຈະປ່ວຍກ່າວໄປເຖິງຜູ້ທີ່ກະທຳໃຫ້ຫຼາຍ ເຊິ່ງອານາປານະສະຕິນັ້ນແລ.

ອານາປານະສະຕິລະໄດ້ເສຍຄວາມຟຸ້ງຊ່ານ

-ບາລີ ສກຸກ. ອໍ. ໒໒/໔໙໘/໓໘໖.

ພິກຂຸທັງຫຼາຍ ! ທັມ 3 ປະການນີ້ 3 ປະການຢ່າງໃດ ຄື:

ຄວາມເປັນຜູ້ວ່າຍາກ

ຄວາມເປັນຜູ້ມີມິດຊົ່ວ

ຄວາມຟຸ້ງຊ່ານແຫ່ງຈິດ

ພິກຂຸທັງຫຼາຍ ! ນີ້ແລທັມ 3 ປະການ.

ພິກຂຸທັງຫຼາຍ ! ທັມ 3 ປະການ ອັນພິຫຂຸເພິ່ງທຳໃຫ້ຈະເລີນເພື່ອລະທັມ 3 ປະການເຫຼົ່ານີ້, 3 ປະການຢ່າງໃດ ? ຄື:

ຄວາມເປັນຜູ້ວ່າງ່າຍ ອັນພິກຂຸເພິ່ງໃຫ້ຈະເລີນ ເພື່ອລະຄວາມເປັນຜູ້ວ່າຍາກ

ຄວາມເປັນຜູ້ມີມິດດີ ອັນພິກຂຸເພິ່ງໃຫ້ຈະເລີນ ເພື່ອລະຄວາມເປັນຜູ້ມີມິດຊົ່ວ

ອານາປານສະຕິ ອັນພິກຂຸເພິ່ງໃຫ້ຈະເລີນ ເພື່ອລະຄວາມຟຸ້ງຊ່ານແຫ່ງຈິດ.

ພິກຂຸທັງຫຼາຍ ! ນີ້ແລທັມ 3 ປະການ ອັນພິກຂຸເພິ່ງເຮັດໃຫ້ຈະເລີນ ເພື່ອລະທຳ 3 ປະການເຫຼົ່ານັ້ນ.

ອານາປານສະຕິລະເສຍໄດ້ເຊິ່ງຄວາມຄັບແຄ້ນ

- ບາລີ ອິຕິວຸ. ຂຸ. 25/292-292/264.

ພິກຂຸທັງຫຼາຍ ! ທ່ານທັງຫຼາຍ

ຈົ່ງເປັນຜູ້ພິຈາລະນາເຫັນອາລົມວ່າບໍ່ງາມໃນກາຍຢູ່

ຈົ່ງເຂົ້າໄປຕັ້ງອານາປານສະຕິໄວ້ສະເພາະໜ້າໃນພາຍໃນ

ຈົ່ງພິຈາລະນາເຫັນຄວາມບໍ່ທ່ຽງໃນສັງຂານທັງປວງຢູ່ເຖີດ.

ພິກຂຸທັງຫຼາຍ !

ເມື່ອທ່ານທັງຫຼາຍ ພິຈາລະນາເຫັນອາລົມວ່າບໍ່ງາມໃນກາຍຢູ່ ຍ່ອມລະລາຄານຸໄສ ໃນເພາະຄວາມເປັນທາດງາມໄດ້

ເມື່ອທ່ານທັງຫຼາຍເຂົ້າໄປຕັ້ງອານາປານສະຕິໄວ້ສະເພາະໜ້າໃນພາຍໃນ ທັມເປັນທີ່ມານອນແຫ່ງວິຕົກທັງຫຼາຍໃນພາຍນອກ ອັນເປັນໄປໃນຝັກຝ່າຍແຫ່ງຄວາມແຄ້ນຍ່ອມບໍ່ມີ

ເມື່ອທ່ານທັງຫຼາຍພິຈາລະນາເຫັນຄວາມບໍ່ທ່ຽງໃນສັງຂານທັງປວງຢູ່ ຍ່ອມລະອະວິຊາໄດ້ ວິຊາຍ່ອມເກີດຂຶ້ນ.

ພິກຂຸຜູ້ພິຈາລະນາເຫັນອາລົມວ່າບໍ່ງາມໃນພາຍໃນມີສະຕິສະ ເພາະໃນລົມຫາຍໃຈ ມີຄວາມພຽນທຸກເມື່ອ ພິຈາລະນາເຫັນເຊິ່ງ ນິບພານ ອັນເປັນທີ່ລະງັບສັງຂານທັງປວງ, ພິກຂຸນັ້ນແລ ຜູ້ເຫັນໂດຍຊອບ ພະຍາຍາມຢູ່ ຍ່ອມນ້ອມໄປໃນນິບພານ ອັນເປັນທີ່ລະງັບແຫ່ງສັງຂານທັງປວງ, ພິກຂຸນັ້ນແລ ຜູ້ຢູ່ຈົບອະພິນຍາ ສະງົບລະງັບລ່ວງໂຍຄະເສຍໄດ້ແລ້ວຊື່ວ່າເປັນມຸນີຜູ້ສະງົບ.

ຈະເລີນອານາປານສະຕິເປັນເຫດໃຫ້ຮູ້ລົມຫາຍໃຈ

ອັນມີເປັນຄັ້ງສຸດທ້າຍກ່ອນເສຍຊີວິດ

- ບາລີ ມ.ມ. 13/140-142/146.

ຣາຫຸນ ! ທ່ານຈົງຈະເລີນອານາປານສະຕິພາວະນາເຖີດເພາະອານາປານສະຕິທີ່ບຸກຄົນຈະເລີນ ກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົນໃຫ່ຍມີອານິສົງໃຫ່ຍ ?

ຣາຫຸນ ! ໃນກໍລະນີນີ້ພິກຂຸໄປແລ້ວສຸປ່າຫຼືໂຄນໄມ້ຫຼື ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງດຳລົງສະຕິ ສະເພາະໜ້າ ທ່ານນັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າຍາວ

ເມື່ອຫາຍໃຈອອກຍາວ ກໍຊັດວ່າເຮົາຫາຍໃຈອອກຍາວ

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າສັ້ນ

ເມື່ອຫາຍໃຈອອກສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈອອກສັ້ນ

ຣາຫຸນ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວກະທຳໃຫ້ຫຼາຍແລ້ວ ຢ່າງນີ້ແລ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ.

ຣາຫຸນ ! ເມື່ອບຸກຄົນຈະເລີນ ກະທຳໃຫ້ຫຼາຍເຊິ່ງອານາປານສະຕິຢ່າງນີ້ແລ້ວ

ລົມອັດສາສະ (ລົມຫາຍໃຈເຂົ້າ)

ປັດສາສະ (ລົມຫາຍໃຈອອກ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ