ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປເເລ້ວສູ່ປ່າ ຫຼື ໂຄນໄມ້ ຫຼື ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງດຳລົງສະຕິສະເພາະໜ້າ ທ່ານນັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ ເມື່ອຫາຍໃຈເຂົ້າຍາວ ກໍຮູ້ຊັດວ່າຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ຊັດວ່າຫາຍໃຈອອກຍາວ ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ຊັດເຈນວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈອອກສັ້ນ ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທທັງປວງ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ທຳກາຍສັງຂານໃຫ້ລະງຳ ຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມເຊິ່ງປິຕິ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປິຕິຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມເຊິ່ງສຸກ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມເຊິ່ງຈິດຕະສັງຂານຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ທຳຈິດຕະສັງຂານໃຫ້ລະງັບ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ທຳຈິດຕະສັງຂານໃຫ້ລະງັບຫາຍໃຈອອກ ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ທຳຈິດໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ທຳຈິດໃຫ້ປາໂມດຍິ່ງຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ທຳຈິດໃຫ້ຕັ້ງມັ່ນ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ້ທຳຈິດໃຫ້ຕັ້ງມັ່ນ ຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ທຳຈິດໃຫ້ປ່ອຍຢູ່ ຫາຍໃຈເຂົ້າ ວ່າ ເຮົາເປຜັນຜູ້ທຳຈິດໃຫ້ປ່ອຍຢູ່ ຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ ທ່ານຍ່ອມທຳການຝືກຫັດສືກສາວ່າເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຢ່າງນີ້ແລ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ.

ພິກຂຸທັງຫຼາຍ ! ເມື່ອອານາປານສະຕິ ອັນບຸກຄົນຈະເລີນ ທຳໃຫ້ຫຼາຍແລ້ວຢູ່ຢ່າງນີ້ ຜົນອານິສົງຢ່າງໃດຢ່າງໜຶ່ງ ໃນບັນດາຜົນ 3 ປະການ ເປັນສິ່ງທີ່ຫວັງໄດ້ ຄື ອໍຣະຫັນຕະຜົນ ໃນປັດຈຸບັນ ຫຼື ວ່າຖ້າຍັງມີອຸປະທິເຫຼືອຢູ່ ກໍຈະເປັນອະນາຄາມີ.

ອານິສົງແຫ່ງອານາປານສະຕິ 7 ປະການ

-ບາລີ ມາຫາວານ ສໍ 16/368/1314-1316.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົນໃຫ່ຍ ມີອານິສົງໃຫ່ຍ ?

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວ ສູ່ປ່າຫຼື ສູ່ໂຄນໄມ້ ຫຼື ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງດຳລົງສະຕິສະເພາະໜ້າ ທ່ານນັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ ເມື່ອຫາຍໃຈເຂົ້າຍາວ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈອອກສັ້ນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ