ອານິສົງ

ໜ້າ/ 43

(1) ບຸກຄົນບາງຄົນໃນໂລກນີ້ ເພາະກ່າວຫຼວງຮູບປະສັນຍາໄດ້ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຖິຂະສັນຍາ ເພາະການບໍ່ໃສ່ໃຈຊື່ງນານັດຕະສັນຍາ ຈຶ່ງເຂົ້າເຖິງອາກາສານັນຈາຍະຕະນະ ອັນມີການກະທຳໃນໃຈວ່າ ອາກາດບໍ່ມີທີ່ຊິ້ນສຸດ ດັ່ງນີ້ແລ້ວແລຢູ່ ເຂົາຍ່ອມມັກໃນທຳນັ້ນ ປະຖະໜາທຳນັ້ນ ແລະເຖິງຄວາມຍີນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາທີ່ເຂົ້າເຖິງຊັ້ນອາກາສານັນຈາຍະຕະນະ

ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນອາກາສານັນຈາຍາຕະນະ ມີອາຍຸປະມານ 2 ໝື່ນກັບ ປຸຖຸຊົນດຳລົງຢູ່ໃນຊັ້ນອາກາສານັນຈາຍະຕະນະນັ້ນຕາບເທົ່າສິ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ຊີ້ນໄປແລ້ວ ຍ່ອມເຂົ້າເຖິງນະຮົກແດ່ ກຳເນີດເດຣະສານແດ່ ເປຣດວິໄສແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາກດຳລົງຢູ່ໃນຊັ້ນອາກາສານັນຈາຍະຕານະນັ້ນຕາບເທົ່າສີ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສີ້ນໄປແລ້ວຍ່ອມປະຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນ ເປັນຄວາມມຸ້ງໝາຍແຕກຕ່າງກັນ ເປັນເຄື່້ອງກະທຳໃຫ້ແຕກຕ່າງກັນ ລະວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

(2) ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະກ້າວຫຼ່ວງອາກາສານັນຈາຍະຕະນະໄດ້ ໂດຍປະການທັງປວງຈື່ງເຂົ້າເຖິງວິນຍານັນຈາຍະຕະນະ ອັນມີການກະທຳໄວ້ໃນໃຈວ່າວິນຍານບໍ່ມີທີ່ສີ້ນສຸດ ເຂົາຍ່ອມມັກໃນທຳນັ້ນ ປະຖະໜາທຳນັ້ນ ແລະເຖິງຄວາມຍີນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາທີ່ເຂົ້າເຖິງຊັ້ນ ວິນຍານັນຈາຍະຕະນະ

ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນ ວິນຍານັນຈາຍະຕະນະ ມີອາຍຸປະມານ 4 ໝື່ນກັບ ປຸຖຸຊົນດຳລົງຢູ່ໃນຊັ້ນວິນຍານັນຈາຍະຕະນະນັ້ນຕາບເທົ່າສິ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ຊີ້ນໄປແລ້ວ ຍ່ອມເຂົ້າເຖິງນະຮົກແດ່ ກຳເນີດເດຣະສານແດ່ ເປຣດວິໄສແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາກດຳລົງຢູ່ໃນຊັ້ນວິນຍານັນຈາຍະຕະນະນັ້ນຕາບເທົ່າສີ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສີ້ນໄປແລ້ວຍ່ອມປະຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນ ເປັນຄວາມມຸ້ງໝາຍແຕກຕ່າງກັນ ເປັນເຄື່້ອງກະທຳໃຫ້ແຕກຕ່າງກັນ ລະວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

(3) ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະກ້າວຫຼ່ວງ ວິນຍານັນຈາຍະຕະນະ ໄດ້ ໂດຍປະການທັງປວງຈື່ງເຂົ້າເຖິງ ອາກີນຈັນຍາຍະຕະນະ ອັນມີການກະທຳໄວ້ໃນໃຈວ່າ ອັນໃດໆ ກໍບໍ່ມີ ເຂົາຍ່ອມມັກໃນທຳນັ້ນ ປະຖະໜາທຳນັ້ນ ແລະເຖິງຄວາມຍີນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາທີ່ເຂົ້າເຖິງຊັ້ນ ອາກີນຈັນຍາຍະຕະນະ

ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນ ອາກີນຈັນຍາຍະຕະນະ ອາຍຸປະມານ 6 ໝື່ນກັບ ປຸຖຸຊົນດຳລົງຢູ່ໃນຊັ້ນ ອາກີນຈັນຍາຍະຕະນະ ນັ້ນຕາບເທົ່າສິ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ຊີ້ນໄປແລ້ວ ຍ່ອມເຂົ້າເຖິງນະຮົກແດ່ ກຳເນີດເດຣະສານແດ່ ເປຣດວິໄສແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາກດຳລົງຢູ່ໃນຊັ້ນ ອາກີນຈັນຍາຍະຕະນະນັ້ນຕາບເທົ່າສີ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສີ້ນໄປແລ້ວຍ່ອມປະຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນ ເປັນຄວາມມຸ້ງໝາຍແຕກຕ່າງກັນ ເປັນເຄື່້ອງກະທຳໃຫ້ແຕກຕ່າງກັນ ລະວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

ພິກຂຸທັງຫຼາຍ ! ບຸກຄົນ 3 ຈຳພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ