ອານິສົງ
ໜ້າ/ 43
ດູຣາອານົນ! ຈິດຂອງພິກຂຸໃນທຳມະວິໄນນີ້ ຍັງບໍ່ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ໃນເວລາໃກ້ຕາຍທ່ານໄດ້ເຫັນຕະຖາຄົດ ຕະຖາຄົດຍ່ອມສະແດງທຳວອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິງຂອງທ່ານຍ່ອມຫຼຸດພົ້ນຈາກສັງໂຫຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5 ເພາະໄດ້ຟັງທຳມະເທດສະໜານັ້ນ
ດູຣາອານົນ! ນີ້ເປັນອານິສົງຂໍ້ທີ່ 1 ໃນການຟັງທຳໂດຍການອັນຄວນ.
ອີກປະການໜຶ່ງ ຈິດຂອງພິກຂຸ ຍັງບໍ່ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ໃນເວລາໃກ້ຕາຍທ່ານບໍ່ໄດ້ເຫັນຕະຖາຄົດເລີຍ ແຕ່ໄດ້ເຫັນສາວົກຂອງພຣະຕະຖາຄົດ ສາວົກຂອງພຣະຕະຖາຄົດ ຍ່ອມສະແດງທຳອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິງຂອງທ່ານຍ່ອມຫຼຸດພົ້ນຈາກສັງໂຫຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5 ເພາະໄດ້ຟັງທຳມະເທດສະໜານັ້ນ
ດູຣາອານົນ! ນີ້ເປັນອານິສົງຂໍ້ທີ່ 2 ໃນການຟັງທຳໂດຍການອັນຄວນ.
ອີກປະການໜຶ່ງ ຈິດຂອງພິກຂຸ ຍັງບໍ່ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ໃນເວລາໃກ້ຕາຍທ່ານບໍ່ໄດ້ເຫັນຕະຖາຄົດ ແລະ ບໍ່ໄດ້ເຫັນສາວົກຂອງພຣະຕະຖາຄົດເລີຍ ແຕ່ທ່ານຍ່ອມຕຶກຕອງເພັ່ງດ້ວຍໃຈ ເຊິ່ງທຳຕາມທີ່ໄດ້ຟັງມາໄດ້ຮຽນມາ ເມື່ອທ່ານຕືກຕອງເພັ່ງດ້ວຍໃຈ ເຊິ່ງທຳຕາມທີ່ໄດ້ຟັງມາ ໄດ້ຮຽນມາຢູ່ ຈິງຂອງທ່ານຍ່ອມຫຼຸດພົ້ນຈາກສັງໂຫຍດອັນເປັນໄປໃນສ່ວນເບື້ອງຕໍ່າ 5.
ດູຣາອານົນ! ນີ້ເປັນອານິສົງຂໍ້ທີ່ 3 ໃນການໃຄ້ຄວນເນື້ອຄວາມແຫ່ງທຳໂດຍການອັນຄວນ.
ດູຣາອານົນ! ຈິດຂອງພິກຂຸໃນທຳມະວິໄນນີ້ ໄດ້ຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ແຕ່ຈິດຂອງທ່ານຍັງບໍ່ນ້ອມໄປໃນນິພານອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ໄດ້ ໃນເວລາໄກ້ຕາຍ ທ່ານຍ່ອມໄດ້ເຫັນພຮະຕະຖາຄົດ ພຣະຕະຖາຄົດຍ່ອມສະແດງທຳອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິດຂອງທ່ານນ້ອມໄປໃນນິພານ ອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ມີ ເພາະໄດ້ຟັງທຳມະເສດສະໜານັ້ນ.
ດູຣາອານົນ! ນີ້ເປັນອານິສົງຂໍ້ທີ່ 4 ໃນການຟັງທຳໂດຍການອັນຄວນ.
ອີກປະການໜຶ່ງ ຈິດຂອງພິກຂຸຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ແຕ່ຈິດຂອງທ່ານຍັງບໍ່ນ້ອມໄປໃນນິພານອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ໄດ້ ໃນເວລາໄກ້ຕາຍ ທ່ານຍ່ອມບໍ່ໄດ້ເຫັນພຮະຕະຖາຄົດ ແຕ່ທ່ານຍ່ອມໄດ້ເຫັນສາວົກຂອງພຮະຕະຖາຄົດ ສາວົກຂອງ ພຮະຕະຖາຄົດຍ່ອມສະແດງທຳອັນງາມໃນເບື້ອງຕົ້ນ ອັນງາມໃນທ່າມກາງ ອັນງາມໃນທີ່ສຸດ ປະກາດ ພຣົມມະຈັນພ້ອມທັງອັດຖະ ທັງພະຍັນສະນະ ບໍລິສຸດ ບໍລິສູນສີ້ນເຊິງແກ່ທ່ານ ຈິດຂອງທ່ານນ້ອມໄປໃນນິພານ ອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ມີ ເພາະໄດ້ຟັງທຳມະເສດສະ ໜານັ້ນ.
ດູກ່ອນອານົນ! ນີ້ເປັນອານິສົງຂໍ້ທີ່ 5 ໃນການຟັງທຳໂດຍການອັນຄວນ.
ອີກປະການໜຶ່ງ ຈິດຂອງພິກຂຸຫຼຸດພົ້ນຈາກສັງໂຍດອັນເປັນໄປໃນເບື້ອງຕໍ່າ 5 ແຕ່ຈິດຂອງທ່ານຍັງບໍ່ນ້ອມໄປໃນນິພານອັນເປັນທີ່ສີ້ນໄປແຫ່ງອຸປະທິກິເລດ ອັນຫາທຳອື່ນຍິ່ງກ່ວາບໍ່ໄດ້ ໃນເວລາໄກ້ຕາຍ ທ່ານຍ່ອມບໍ່ໄດ້ເຫັນພຮະຕະຖາຄົດ ທ່ານຍ່ອມບໍ່ໄດ້ເຫັນສາວົກຂອງພຮະຕະຖາຄົດເລີຍເລີຍ ແຕ່ທ່ານຍ່ອມຕຶກຕອງເພັ່ງດ້ວຍໃຈ ເຊິ່ງທຳຕາມທີ່ໄດ້ຟັງມາໄດ້ຮຽນມາ ເມື່ອທ່ານຕືກຕອງເພັ່ງດ້ວຍໃຈ ເຊິ່ງທຳຕາມທີ່ໄດ້ຟັງມາ ໄດ້ຮຽນມາຢູ່ ຈິງຂອງທ່ານຍ່ອມນ້ອມໄປໃນນິພານອັນເປັນທີ່ສີ້ນໄປແຫ່ງອຸປະທິກິດເລດອັນຫາທຳອື່ນຍິ່ງກ່ວາບໍ່ໄດ້.
ດູຣາອານົນ! ນີ້ເປັນອານິສົງຂໍ້ທີ່ 6 ໃນການໃຄ້ຄວນເນື້ອຄວາມແຫ່ງທຳໂດຍການອັນຄວນ.
ດູຣາອານົນ! ອານິສົງໃນການຟັງທຳ ໃນການອັນຄວນເນື້ອຄວາມໂດຍການອັນຄວນ 6 ປະການນີ້ແລ.
ອີນຊີຂອງບຸກຄົນ 10 ຈໍາພວກ
(ໄທ) ທສກ.ອໍ. 24/123/75.








