ອານິສົງ
ໜ້າ/ 43
ດູຣາອານົນ ! ການສະແດງທັມແກ່ຜູ້ອື່ນບໍ່ແມ່ນທຳໄດ້ງ່າຍ ພິກຂຸເມື່ອສະແດງທັມແກ່ຜູ້ອື່ນ ພຶ່ງຕັ້ງທັມ 5 ປະການນີ້ໄວ້ໃນພາຍໃນ ແລ້ວຈຶ່ງສະແດງທັມແກ່ຜູ້ອື່ນ.
ດູຣາພິກຂຸທັງຫຼາຍ ! ທັມ 5 ປະການນີ້ ເກີດຂື້ນແລ້ວບັນເທົາໄດ້ຫຍາກ ທັມ 5 ປະການເປັນຢ່າງໃດ ? ຄຶ: ຣາຄະ, ໂທສະ, ໂມຫະ, ປະຕິພານ, ຈິດຄິດຈະໄປ.
ດູຣາພິກຂຸທັງຫຼາຍ ! ທັມ 5 ປະການນີ້ ເກີດຂື້ນແລ້ວບັນເທົາໄດ້ຍາກ.
ອານິສົງຂອງທັມ 4 ປະການ
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີ້ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳ ໃຫ້ແຈ້ງເຊິ່ງໂສຕະຕິຜົນ; 4 ປະການເປັນຢ່າງໃດ ? ຄື :
ຄົບສັດຕະບູລຸດ,
ການຟັງພະສັດທັມ,
ການກະທຳໄວ້ໃນໃຈໂດຍລະອຽດ,
ການປະຕິບັດທັມສົມຄວນແກ່ທັມ.
ພິກຂຸທັງຫຼາຍ ! ທຳ 4 ປະການເຫຼົ່ານີ້ແລ ອັນບຸກຄົນຈະເລີນແລ້ວກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳໃຫ້ແຈ້ງເຊິ່ງໂສຕະຕິຜົນ.
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີ້ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳໃຫ້ແຈ້ງເຊິ່ງສະກາທາຄາມີຜົນ; 4 ປະການເປັນຢ່າງໃດ ? ຄື :
ການຄົບສັດຕາບູລຸດ,
ການຟັງພະສັດທັມ,
ການກະທຳໄວ້ໃນໃຈໂດຍລະອຽດ,
ການປະຕິບັດທັມສົມຄວນແກ່ທັມ.
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີແລ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳໃຫ້ແຈ້ງ ເຊິ່ງສະກະທາຄາມີຜົນ.
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີ້ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳໃຫ້ແຈ້ງເຊິ່ງອານາຄາມີຜົນ; 4 ປະການເປັນຢ່າງໃດ ? ຄື :
ການຄົບສັດຕະບູລຸດ,
ການຟັງພະສັດທັມ,
ການກະທຳໄວ້ໃນໃຈໂດຍລະອຽດ,
ການປະຕິບັດທັມສົມຄວນແກ່ທັມ.
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີ້ແລ ອັນບຸກຄົນຈະເລີນແລ້ວກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳໃຫ້ແຈ້ງເຊິ່ງອານາຄາມີຜົນ.
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີ້ ອັນບຸກຄົນຈະເລີນແລ້ວກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳໃຫ້ແຈ້ງເຊິ່ງອໍລະຫັນຕະຜົນ; 4 ປະການເປັນຢ່າງໃດ ? ຄື :
ການຄົບສັດຕະບູລຸດ,
ການຟັງພະສັດທັມ,
ການກະທັມໄວ້ໃນໃຈໂດຍລະອຽດ,
ການປະຕິບັດທັມສົມຄວນແກ່ທັມ.
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີ້ແລ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອກະທຳໃຫ້ແຈ້ງ ເຊິ່ງອໍລະຫັນຕະຜົນ.
ພິກຂຸທັງຫຼາຍ ! ທັມທັງຫຼາຍ 4 ປະການເຫຼົ່ານີ້ ເປັນໄປໄດ້ສະເພາະເຊິ່ງປັນຍາ; 4 ປະການເປັນຢ່າງໃດ ? ຄື :
ການຄົບສັດຕະບູລຸດ,
ການຟັງພະສັດທັມ,
ການກະທຳໄວ້ໃນໃຈໂດຍລະອຽດ,
ການປະຕິບັດທັມສົມຄວນແກ່ທັມ.
ພິກຂຸທັງຫຼາຍ ! ທັມ 4 ປະການເຫຼົ່ານີ້ແລ ເປັນໄປພ້ອມເພື່ອໄດ້ສະເພາະເຊິ່ງປັນຍາ.
ອານິສົງສູງສຸດແຫ່ງອານາປານສະຕິ
ພິກຂຸທັງຫຼາຍ ! ອານາປານສະຕິອັນບຸກຄົນຈະເລີນກະທຳໃຫ້ຫຼາຍ ຍ່ອມມີຜົນໃຫ່ຍ ມີອານິສົງໃຫຍ່
ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົນໃຫ່ຍ ມີອານິສົງໃຫ່ຍ ?








