ອານິສົງ
ໜ້າ/ 43
ພິກຂຸໃນທັມວິໄນນີ້ ຍ່ອມພິຈາລະນາກາຍນີ້ ເບື້ອງເທິງແຕ່ພື້ນຕີນຂື້ນມາ ເບື້ອງລຸ່ມແຕ່ປາຍຜົມລົງໄປ ມີໜັງຫຸ້ມຫໍ່ຢູ່ໂດຍຮອບ ເຕັມດ້ວຍຂອງບໍ່ສະອາດ ມີປະການຕ່າງໆວ່າ: ໃນກາຍນີ້ ມີຜົມ ຂົນ ເລັບ ຟັນ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບພັງຜືດ ໄຕ ປອດ ໄສ້ໃຫ່ຍ ໄສ້ນ້ອຍ ອາຫານໃໝ່ ອາຫານເກົ່າ ດີ ເສລົດນອງ ເລືອດ ເຫງື່ອ ມັນຂົ້ນ ນຳ້ຕາ ມັນແຫຼວ ນຳ້ລາຍ ນຳ້ມູກ ໄຂຂໍ້ ມູຕອນ ພິກຂຸຊື່ວ່າ ມີຄວາມສຳຄັນຢູ່ວ່າ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ຢ່າງນີ້ແລ.
ພິກຂຸມີຄວາມສຳຄັນຢູ່ວ່າ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງວັນກໍສັນນັ້ນຢ່າງໃດ ?
ພິກຂຸໃນທັມວິໄນນີ້ ຍ່ອມຈະເລີນ ອິດທິບາດ ປະກອບດ້ວຍສັນ ທະສະມາທິ ແລະ ປະທານສັງຂານໃນກາງເວັນ ດ້ວຍອາການເຫຼົ່າໃດ ດ້ວຍເພດເຫຼົ່າໃດ ດ້ວຍມິດເຫຼົ່າໃດ ທ່ານຍ່ອມຈະເລີນ ອິດທິບາດປະກອບດ້ວຍສັນທະສະມາທິ ແລະ ປະທານສັງຂານໃນກາງ ຄືນ ດ້ວຍອາການເຫຼົ່ານັ້ນ ດ້ວຍເພດເຫຼົ່ານັ້ນ ດ້ວຍມິດເຫຼົ່ານັ້ນ ອີກຢ່າງໜຶ່ງພິກຂຸຍ່ອມຈະເລີນ ອິດທິບາດ ອັນປະກອບດ້ວຍສັນທະ ສະມາທິ ແລະ ປະທານສັງຂານ ໃນກາງຄືນ ດ້ວຍອາການເຫຼົ່າໃດ ດ້ວຍເພດເຫຼົ່າໃດ ດ້ວຍມິດເຫຼົ່າໃດ ທ່ານຍ່ອມຈະເລີນອິດ ທິບາດອັນປະກອບດ້ວຍສັນທະ ສະມາທິ ແລະ ປະທານສັງຂານ ໃນກາງເວັນ ດ້ວຍອາການເຫຼົ່ານັ້ນ ດ້ວຍເພດເຫຼົ່ານັ້ນ ດ້ວຍມິດເຫຼົ່ານັ້ນ ພິກຂຸສຳຄັນຢູ່ວ່າ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງ ຄືນສັນໃດ ກາງເວັນກໍສັນນັ້ນ ຢ່າງນີ້ແລ.
ພິກຂຸມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ ອົບຮົມຈິດໃຫ້ສະຫວ່າງຢູ່ຢ່າງໃດ ?
ອາໂລກສັນຍາ ຄວາມສຳຄັນວ່າແສງສະຫວ່າງ ອັນພິກຂຸໃນທັມວິໄນນີ້ ຍືດໄວ້ດີແລ້ວ ຄວາມສຳຄັນກາງເວັນຕັ້ງມັ່ນດີແລ້ວ ພິກຂຸມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ ອົບຮົມຈິດໃຫ້ສະຫວ່າງຢູ່ ຢ່າງນີ້ແລ.
ກໍວິຣິຍະທີ່ຍໍ່ຫຍ່ອນເກີນໄປເປັນຢ່າງໃດ ?
ວິຣິຍະ ທີ່ປະກອບດ້ວຍຄວາມກຽດຄ້ານ ສັມປະຍຸດດ້ວຍຄວາມກຽດຄ້ານ ນີ້ເອີ້ນວ່າ ວິຣິຍະທີ່ຍໍ່ຫຍ່ອນເກີນໄປ.
ກໍວິຮິຍະ ທີ່ຕ້ອງປະຄອງເກີນໄປເປັນຢ່າງໃດ ?
ວິຣິຍະ ທີ່ປະກອບດ້ວຍອຸດທັດຈະ ສັມປະຍຸດດ້ວຍອຸດທັດຈະ ນີ້ເອີ້ນວ່າ ວິຣິຍະທີ່ປະຄອງເກີນໄປ.
ກໍວິຣິຍະ ທີ່ຫົດຫູ່ໃນພາຍໃນເປັນຢ່າງໃດ ?
ວິຮິຍະທີ່ປະກອບດ້ວຍຖິນະມິດທະ ສັມປະຍຸດດ້ວຍຖິນະມິດທະ ນີ້ເອີ້ນວ່າ ວິຮິຍະທີ່ຫົດຫູ່ໃນພາຍໃນ.
ກໍວຮິຍະ ທີ່ຟູງຊ່ານໄປໃນພາຍນອກຢ່າງໃດ ?
ວິຮິຍະ ທີ່ຟູງຊານໄປ ພລ່ານໄປປະຣົກກາມມະຄຸນ 5 ໃນພາຍນອກ ນີ້ເອີ້ນວ່າ ວິຣິຍະທີ່ຟູງຊ່ານໄປໃນພາຍນອກ.
ກໍພິກຂຸມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ ອົບຮົມຈິດໃຫ້ສະຫວ່າງຢູ່ຢ່າງໃດ ອາໂລກສັນຍາ ອັນພິກຂຸໃນທັມວິໄນນີ້ ຍືດໄວ້ດີແລ້ວ ຄວາມສຳຄັນວ່າ ກາງເວັນ ຕັ່ງມັ່ນດີແລ້ວ ພິກຂຸມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ ອົບຮົມຈິດໃຫ້ສະຫວ່າງຢູ່ ຢ່າງນີ້ແລ.
ກໍຈິດທີ່ຍໍ່ຫຍ່ອນເກີນໄປເປັນຢ່າງໃດ ?
ຈິດທີ່ປະກອບດ້ວຍຄວາມກຽດຄ້ານ ສັມປະຍຸດດ້ວຍຄວາມກຽດຄ້ານ ນີ້ເອີ້ນວ່າ ຈິດທີ່ຍໍ່ຫຍ່ອນເກີນໄປ.
ກໍຈິດທີ່ປະຄອງເກີນໄປເປັນຢ່າງໃດ ?
ຈິດທີ່ປະກອບດ້ວຍອຸດທັດຈະ ສັມປະຍຸດດ້ວຍອຸດທັດຈະ ນີ້ເອີ້ນວ່າ ຈິດທີ່ປະຄອງເກີນໄປ.
ກໍຈິດທີ່ຫົດຫູ່ໃນພາຍໃນເປັນຢ່າງໃດ ?
ຈິດທີ່ປະກອບດ້ວຍ ຖິນະມິດທະ ສັມປະຍຸດດ້ວຍຖິນະມິດທະ ນີ້ເອີ້ນວ່າ ຈິດທີ່ຫົດຫູ່ໃນພາຍໃນ.
ກໍຈິດຟູງຊ່ານໄປໃນພາຍນອກເປັນຢ່າງໃດ ?
ຈິດທີ່ຟູງຊ່ານໄປ ພລ່ານໄປ ປະຣົກກາມມະຄຸນ 5 ໃນພາຍນອກ ນີ້ເອີ້ນວ່າ ຈິດທີ່ຟູງຊ່ານໄປໃນພາຍນອກ.
ພິກຂຸມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ອົບຮົມຈິດໃຫ້ສະຫວ່າງຢູ່ ຢ່າງນີ້ແລ.
ກໍວິມັງສາ ທີ່ຍໍ່ຫຍ່ອນເກີນໄປເປັນຢ່າງໃດ ?
ວິມັງສາທີ່ປະກອບດ້ວຍຄວາມກຍດຄ້ານ ສັມປະຍຸດດ້ວຍຄວາມກຽດຄ້ານ ນີ້ເອີ້ນວ່າ ວິມັງສາ ທີ່ຍໍ່ຫຍ່ອນເກີນໄປ.
ກໍວິມັງສາ ທີ່ປະຄອງເກີນໄປເປັນຢ່າງໃດ ?
ວິມັງສາ ທີ່ປະກອບດ້ວຍ ອຸດທັດຈະ ສັມປະຍຸດດ້ວຍອຸດທັດຈະ ນີ້ເອີ້ນວ່າ ວິມັງສາທີ່ປະຄອງເກີນໄປ.
ກໍວິມັງສາ ທີ່ຫົດຫູ່ໃນພາຍໃນເປັນຢ່າງໃດ ?








