ອານິສົງ

ໜ້າ/ 43

ວິມັງສາທີ່ປະກອບດ້ວຍຖິນະມິດທະ ສັມປະຍຸດດ້ວຍຖິນະມິດທະ ນີ້ເອີ້ນວ່າ ວິມັງສາ ທີ່ຫົດຫູ່ໃນພາຍໃນ.

ກໍວິມັງສາ ທີ່ຟູ້ງຊ່ານໄປໃນພາຍນອກເປັນຢ່າງໃດ ?

ວິມັງສາທີ່ຟູງຊ່ານໄປ ພລ່ານໄປະຣົກກາມມະຄຸນ 5 ໃນພາຍນອກນີ້ເອີ້ນວ່າ ວິມັງສາທີ່ຟູ້ງໄປໃນພາຍນອກ.

ພິກຂຸມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ ອົບຮົມຈິດໃຫ້ສະຫວ່າງຢູ ຢ່າງນີ້ແລ.

ດູຣາພິກຂຸທັງຫຼາຍ ! ອິດທິບາດ 4 ອັນພິກຂຸຈະເລີນແລ້ວຢ່າງນີ້ ກະທຳໃຫ້ຫູາຍແລ້ວຢ່າງນີ້ ຍ່ອມມີຜົນຫຼາຍມີອານິສົງຫຼາຍ.

ດູຣາພິກຂຸທັງຫຼາຍ ! ພິກຂຸເມື່ອຈະເລີນ ກະທຳໃຫ້ຫຼາຍ ຊຶ່ງອິດທິບາດ 4 ຢ່າງນີ້ແລ.

ຍ່ອມສະແດງລິດໄດ້ຫຼາຍຢ່າງຄື ຄົນດຽວເປັນຫຼາຍຄົນກະໄດ້ ຫຼາຍຄົນເປັນຄົນດຽວກໍໄດ້ ໃຊອຳນາດທາງກາຍໄປຕະຫຼອດເຖິງ ພຣົມມະໂລກກໍໄດ້.

ດູຣາພິກຂຸທັງຫຼາຍ ! ພິກຂຸເມື່ອຈະເລີນ ກະທຳໃຫ້ຫຼາຍ ຊຶ່ງອິດທິບາດ 4 ຢ່າງນີ້ແລ

ຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະສິ້ນໄປດ້ວຍປັນຍາອັນຍິ່ງເອງ ໃນປະຈຸບັນເຂົ້າເຖິງຢູ່.

ທັມມະທາດຕ່າງໆ ທີ່ເປັນຜົນຂອງສົມຖະວິປັດສະນາ ອັນດັບສຸດທ້າຍ ອະພິນຍາຫົກ

-ມ.ມ 13/257/261-266.

ຂ້າແຕ່ພຣະອົງຜູ້ຈະເລີນ ! ຜົນເທົ່າໃດ ອັນບຸກຄົນເພິ່ງບັນລຸດ້ວຍ ເສຂະຍານ ດ້ວຍເສຂະວິຊຊາ ຜົນນັ້ນ ຂ້າພຣະອົງບັນລຸແລ້ວໂດຍລຳດັບ; ຂໍພຣະຜູ້ມີພຣະພາກ ຈົງຊົງສະແດງທັມທີ່ຍິ່ງຂຶ້ນໄປ ແກ່ ຂ້ານ້ອຍເຖີດ !

ວັດສະ ຖ້າເຊັ່ນນັ້ນຈ ທ່ານຈົ່ງຈະເລີນທັມ ທັງສອງໃຫ້ຍິ່ງຂື້ນໄປ ຄືສະມະຖະ ແລະ ວິປັດສະນາ, ວັຈສະ ! ທັມທັງສອງຄື ສະມະຖະ ແລະ ວິປັດສະນາເຫຼົ່ານີ້ແລ ອັນທ່ານຈະເລີນໃຫ້ຍິ່ງຂື້ນແລ້ວ ຈັກເປັນໄປເພື່ອແທງຕະຫຼອດຊຶ່ງທາດເປັນ ອາເນກ 1 ກ່າວຄື:

1. ວັດສະ ! ທ່ານຈະບໍ່ໄດ້ໂດຍສະເພາະຊຶ່ງອິດທິວິທີມີຢ່າງຕ່າງໆ ຕາມທີ່ທ່ານຫວັງ ເຊັ່ນທ່ານຫວັງວ່າ ເຮົາຜູ້ດຽວປ່ຽນຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ, ທຳທີ່ກຳບັງໃຫ້ເປັນທີ່ແຈ້ງ, ທຳທີ່ແຈ້ງໃຫ້ເປັນທີ່ກຳບັງ,ໄປໄດ້ບໍ່ຂັດຂ້ອງ, ຜ່ານທະລຸຟາ ທະລຸກຳແພງ ທະລຸພູເຂົາ ດຸດໄປໃນອາກາດ ວ່າງໆ, ຜຸດຂື້ນ ແລະ ດຳລົງ ແຜ່ນດິນໄດ້ເໝືອນໃນນຳ,້ ເດີນໄດ້ເໜືອນຳ້ເໝືອນກັບເດີນບົນແຜ່ນດິນ, ທັງທີ່ນັ່ງສະມາທິຂຸບັນລັງ ກໍລອຍໄປໄດ້ໃນອາກາດເໝືອນນົກກົມມີປີກ ລູບຄຳດວງຈັນ ແລະ ດວງອາທິດ ອັນມີລິດອານຸພາກຫຼາຍຢ່າງນີ້ ໄດ້ດ້ວຍຝາມື, ແລະ ສະແດງອຳນາດທາງກາຍ ເປັນໄຕະຫຼອດເຖິງພຣົມມະໂລກໄດ້, ດັ່ງນີ້. ໃນອິດທິວິທີຍານທາດ ນັ້ນໆ ນັ້ນແລະ ທ່ານກໍຈະເຖິງຄວາມສາມາດ ທຳໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ ອາຍະຕະນະ ຫຍັງມີຢູ່.

2. ວັດສະ ! ທ່ານຈະບໍ່ໄດ້ຕາມທີ່ທ່ານຫວັງ ຄື ມີໂສຕະທາດ ເປັນເປັນທິບບໍລິສຸດ ໝົດຈົດລ່ວງໂສຕະ ແຫ່ງສາມັນມະນຸດ ໄດ້ຍິນສຽງທັງສອງ ຄືທັງສຽງທິບ ແລະ ສຽງມະນຸດ ທັງທີ່ໄກ ແລະ ທີ່ໃກ້ ດັ່ງນີ້.

ໃນທິບໂສຕະຍານທາດ ນັ້ນໆ ນັ້ນແລະ ທ່ານກໍຈັກເຖິງຄວາມສາມາດທຳໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ ອາຍະຕະນະຍັງຢູ່.

3. ວັດສະ ! ທ່ານຈະບໍ່ໄດ້ຕາມທີ່ທ່ານຫວັງ ຄື ກຳນົດຮູ້ໃຈແຫ່ງສັດອື່ນ ບຸກຄົນອື່ນດ້ວຍໃຈຂອງຕົນ ຄືກຳນົດຮູ້ຈິດທີ່ມີຣາຄະ ວ່າມີຣາຄະ ກຳນົດຮູ້ຈິດບໍ່ມີຣາຄະ ວ່າບໍ່ມີຣາຄະ ມີໂທສະ ວ່າມີໂທສະ ບໍ່ມີໂທສະ ວ່າບໍ່ມ ີໂທສະ ມີໂມຫະ ວ່າມີໂມຫະ ບໍ່ມີໂມຫະ ວ່າບໍ່ມີໂມຫະ ຫົດຫູ່ວ່າຫົດຫູ່ ຟູ້ງຊ່ານວ່າຟູ້ງຊ່ານື ເຖິງຊຶ່ງຄຸນອັນໃຫ່ຍວ່າເຖິງຊຶ່ງຄຸນອັນໃຫ່ຍ ບໍ່ເຖິງຊຶ່ງຄຸນອັນໃຫ່ຍ ວ່າບໍ່ເຖິງຊຶ່ງຄຸນອັນໃຫ່ຍ ມີຈິດອັນຍິ່ງກວ່າ ວ່າມີຈິດອັນຍິ່ງກວ່າ ບໍ່ມີຈິດອັນຍິ່ງກວ່າ ວ່າບໍ່ມີຈິດອັນຍິ່ງກວ່າ ຕັ້ງມັ່ນວ່າຕັ້ງມັ່ນ ບໍ່ຕັ້ງມັ່ນວ່າບໍ່ຕັ້ງມັ່ນ ຫຼຸດພົ້ນວ່າຫຼຸດພົ້ນ ບໍ່ຫຼຸດພົ້ນວ່າບໍ່ຫຼຸດພົ້ນ ດັ່ງນີ້;

ໃນເຈໂຕປະຣິຍະຍານທາດ ນັ້ນໆ ນັ້ນແລະ ທ່ານຈະເຖິງຄວາມສາມາດ ທຳໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະ ຫຍັງມີຢູ່.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ