ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ເມື່ອເມດຕາເຈໂຕວິມຸດ ອັນບຸກຄົນເສບແລ້ວ ຈະເລີນໃຫ້ຫຼາຍແລ້ວ ກະທຳໃຫ້ຫຼາຍແລ້ວ ກະທຳໃຫ້ເປັນດັ່ງຍານ ໃຫ້ຕັ້ງມັ້ນໂດຍລຳດັບ ສັ່ງສົມດີແລ້ວ ປາຣົບດີແລ້ວ ຍ່ອມຫວັງອານິສົງ 11 ປະການເຫລົ່ານີ້ແລ.

ຄວາມເປັນຜູ້ມີເມດຕາ ຍ່ອມເຖິງຄວາມ

ຈະເລີນຢ່າງດຽວ ບໍ່ມີຄວາມເສື່ອມເລີຍ

ທີຄະນິກາຍ ມະຫາວັດ 10/71/75

ພິກຂຸກທັງຫຼາຍ ! ເມື່ອພິກຂຸທັງຫຼາຍເຂົ້າໄປ ຕັ້ງກາຍະກັມ ປະກອບດ້ວຍເມດຕາໃນເພື່ອນພຣົມມະຈັນທັງ ຫຼາຍ ທັງໃນທີ່ແຈ້ງ ແລະທີ່ລັບຢູ່ພຽງໃດ ຍ່ອມຫວັງໄດ້ເຊິ່ງຄວາມຈະເລີນຢ່າງດຽວ ບໍ່ມີຄວາມເສື່ອມພຽງນັ້ນ.

ພິກຂຸທັງຫຼາຍ ! ເມື່ອພິກຂຸທັງຫຼາຍເຂົ້າໄປຕັ້ງ ວະຈີກັມປະກອບດ້ວຍເມດຕາໃນເພື່ອນພຣົມມະຈັນທັງຫຼາຍ ທັງໃນທີ່ແຈ້ງ ແລະທີ່ລັບຢູ່ພຽງໃດ ຍ່ອມຫວັງໄດ້ເຊິ່ງຄວາມຈະເລີນຢ່າງດຽວ ບໍ່ມີຄວາມເສື່ອມພຽງນັ້ນ.

ພິກຂຸທັງຫຼາຍ ! ເມື່ອພິກຂຸທັງຫຼາຍເຂົ້າໄປຕັ້ງ ມະໂນກັມ ປະກອບດ້ວຍເມດຕາໃນເພື່ອນພຣົມມະຈັນທັງ ຫຼາຍ ທັງໃນທີ່ແຈ້ງ ແລະທີ່ລັບຢູ່ພຽງໃດ ຍ່ອມຫວັງໄດ້ເຊິ່ງຄວາມຈະເລີນຢ່າງດຽວ ບໍ່ມີຄວາມເສື່ອມພຽງນັ້ນ.

ອານິສົງແຫ່ງການຈະເລີນເມດຕາ ເຈໂຕວິມຸດ 7 ປະການ

ອັງຄຸດຕະລະນິກາຍ ສັດຕະກະ-ນະວະກະນິບາດ 13/117-118/91

ພິກຂຸທັງຫຼາຍ ! ເມື່ອເມດຕາເຈໂຕວິມຸດ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງໝັ້ນຈະເລີນເນື່ອງໆ ສັ່ງສົມໄວ້ສະໝຳ່ສະເໝີ ປາຣົບດີແລ້ວ ຍ່ອມຫວັງໄດ້ອານິສົງ 7 ປະການ; 7 ປະການເປັນຢ່າງໃດ ? ຄື :

ຫຼັບເປັນສຸກ,

ຕື່ນເປັນສຸກ,

ບໍ່ຝັນຮ້າຍ,

ເປັນທີ່ຮັກ ຂອງມະນຸດທັງຫຼາຍ,

ເປັນທີ່ຮັກຂອງອະມະນຸດທັງຫຼາຍ,

ເທວະດາຍ່ອມຮັກສາ,

ໄຟ ຢາພິດຫຼື ສັດຕຣາຍ່ອມບໍ່ກຳ້ກ່າຍໄດ້,

ເມື່ອຫຍັງບໍ່ແທງຕະຫຼອດຄຸນອັນຍິ່ງ ຍ່ອມເປັນຜູ້ເຂົ້າເຖິງພຣົມມະໂລກ.

ພິກຂຸທັງຫຼາຍ ! ເມື່ອເມດຕາເຈໂຕວິມຸດ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໝັ່ນຈະເລີນເນື່ອງໆ ສັ່ງສົມໄວ້ສະໝຳ່ສະເໝີ ປາຣົບດີແລ້ວ ຍ່ອມຫວັງໄດ້ອານິສົງ 7 ປະການນີແລ.

ຜູ້ໃດມີສະຕິໝັ່ນຄົງ ຈະເລີນເມດຕາອັນຫາປະມານບໍ່ໄດ້ ສັງໂຍນຂອງຜູ້ນັ້ນ ຜູ້ເຫັນທັມ ເປັນທີ່ສິ້ນໄປແຫ່ງອຸປະທິກິເລດ ຍ່ອມເບົາບາງ ຫາກເຂົາບໍ່ມີຈິດປ້ອງຮ້າຍສັດແມ່ນພຽງໂຕດຽວ ຈະເລີນເມດຕາຈິດຢູ່ ເພາະເຫດທີ່ຈະເລີນເມດຕາຈິດນັ້ນ ຍ່ອມເປັນກຸສົນ ເຂົາມີໃຈອະນຸ ເຄາະແກ່ໝູ່ສັດທັງປວງ ເປັນຜູ້ປະເສີດກະທຳບຸນຫຼາກຫຼາຍ ພຣະລາຊາ ຜູ້ປະກອບດ້ວຍທັມເຊັ່ນກັບລືສີປົກປ້ອງແຜ່ນດິນ ອັນປະກອບດ້ວຍໝູ່ສັດ ຈະເລີນຮອຍຕາມກັນ ບູຊາຍັນເຫຼົ່າໃດ ຄື ສັສສະເມທະ ຊົງຄວາມເກັ່ງກ້າ ໃນການບຳລຸງພຶດພັນ ທັນຍາຫານ, ປຸຣິສະເມທະ ຊົງຄວາມສາມາດ ໃນການເກ້ຍກ່ອມປະຊາຊົນ, ສັມມາປາສະ ມີອັດທະຍາໄສເໝືອນບ້ວງຄອງນຳ້ໃຈປະຊາຊົນ, ວາຊະເປີຍຍະ ຊົງມີວາຈາເປັນທີ່ດູດດື່ມນຳ້ໃຈຄົນ ເຊິ່ງມີຜົນຄືການກະທຳໃຫ້ນະຄອນບໍ່ມີຫຼີ້ມກອນ ມະຫາຍັນເຫຼົ່ານັ້ນທັງໝົດ ຍັງບໍ່ເຖິງສ້ຽວທີ່ 16 ແຫ່ງເມດຕາຈິດ ທີ່ບຸກຄົນຈະເລີນດີແລ້ວ ເໝືອນກຸ່ມດວງດາວທັງໝົດ ບໍ່ທຽບເທົ່າແສງເດືອນ ສັນນັ້ນ.

ຜູ້ໃດມີເມດຕາຈິດໃນສັບພະສັດ ບໍ່ຂ້າເອງ, ບໍ່ໃຊ້ໃຫ້ຜູ້ອື່ນຂ້າ, ບໍ່ຊະນະເອງ, ບໍ່ໃຊ້ໃຫ້ຜູ້ອື່ນຊະນະ, ຜູ້ນັ້ນຍ່ອມບໍ່ມີເວນກັບຄົນໃດໆ.

ການຈະເລີນເມດຕາ ມີອານິສົງຫຼາຍກວ່າການໃຫ້ທານ

ສັງຍຸດຕະນິກາຍ ນິທານ. ໂອກະຂາສູດ 16/167/667

ພິກຂຸທັງຫຼາຍ ! ຜູ້ໃດທີ່ໃຫ້ທານປະມານ 100 ໝໍ້ໃຫ່ຍໃນເວລາເຊົ້າ: ຜູ້ໃດທີ່ໃຫ້ທານປະມານ 100 ໝໍ້ໃຫ່ຍໃນເວລາທ່ຽງ: ຜູ້ໃດທີ່ໃຫ້ທານປະມານ 100 ໝໍ້ໃຫ່ຍໃນເວລາແລງ.

ຜູ້ໃດທີ່ຈະເລີນເມດຕາຕາຈິດໃນເວລາເຊົ້າ ໂດຍທີ່ສຸດພຽງຊົ່ວການຢາດນຳ້ນົມແຫ່ງແມ່ງົວຫຼື ຜູ້ໃດທີ່ຈະເລີນເມດຕາຈິດໃນເວລາທ່ຽງ ໂດຍທີ່ສຸດພຽງຊົ່ວການຢາດນຳ້ນົມແຫ່ງແມ່ງົວ ຫຼື ຜູ້ໃດທີ່ຈະເລີນເມດຕາຈິດໃນເວລາແລງ ໂດຍທີ່ສຸດພຽງຊົ່ວການຢາດນຳ້ນົມແຫ່ງແມ່ງົວ ການຈະເລີນເມດຕາຈິດ ນັ້ນມີຜົນຫຼາຍກວ່າ ທານທີ່ບຸກຄົນໃຫ້ແລ້ວ 3 ຄັ້ງໃນວັນໜຶ່ງນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ