ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼື ໂຄນໄມ້ກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງດຳລົງສະຕິສະເພາະໜ້າ ທ່ານນັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ ເມື່ອຫາຍໃຈເຂົ້າຍາວ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ຊັດວ່າເຮົາຫາຍໃຈອອກຍາວ ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ຊັດວ່າເຮົາຫາຍໃຈອອກສັ້ນ

ພິກຂຸທັງຫຼາຍ ! ອານາປານສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຢ່າງນີ້ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ.

ຈິດຫຼຸດພົ້ນຈາກອາສາວະ

ພິກຂຸທັງຫຼາຍ ! ແມ້ເຮົາເອງ ເມື່ອຍັງບໍຕຣັດສະຮູ້ ກ່ອນການ ຕຣັດສະຮູ້ຍັງເປັນໂພທິສັດຢູ່ ຍ່ອມຢູ່ດ້ວຍວິຫານທັມນີ້ເປັນສວນຫຼາຍ.

ພິກຂຸທັງຫຼາຍ ! ເມື່ອເຮົາຢູ່ດ້ວຍວິຫານນະທັມນີ້ເປັນສວນຫຼາຍ ກາຍກໍບໍ່ລຳບາກ ຕາກໍບໍ່ລຳບາກ ແລະ ຈິດຂອງເຮົາກໍຫຼຸດພົ້ນຈາກອາສາວະທັງຫຼາຍ ເພາະບໍ່ຖືໝັ່ນດ້ວຍອຸປະທານ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸ ປາດຖະໜາວ່າ ກາຍຂອງເຮົາຈະບໍ່ລຳບາກ ຕາຂອງເຮົາຈະບໍ່ລຳບາກ ແລະ ຈິດຂອງເຮົາຈະຫຼຸດພົ້ນຈາກອາສາວະທັງຫຼາຍ ເພາະບໍ່ຖືໝັ່ນດ້ວຍອຸປະທານ ດັ່ງນີ້ແລ.

ອານາປານສະຕິສະມາທິ ນີ້ແລ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈເປັນຢ່າງດີ.

ລະຄວາມດຳລິອັນອາໄສເຮືອນ

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາ ວ່າ ຄວາມລະລຶກ ແລະ ດຳລິອັນອາໄສເຮືອນເຫຼົ່າໃດ ຂອງເຮົາມີຢູ່ ຄວາມລະລຶກ ແລະ ຄວາມດຳລິເຫຼົ່ານັ້ນເພິ່ງສິ້ນໄປ ດັ່ງນີ້ແລ

ອານາປານສະຕິສະມາທິ ແລະ ອັນພິກຂຸນັ້ນ ເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.

ຄວບຄຸມຄວາມຮູ້ສືກກ່ຽວຄວາມບໍ່ເປັນປະຕິກູນ

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາ ວ່າ ເຮົາເພິ່ງເປັນຜູ້ມີສັນຍາວ່າ ປະຕິກູນໃນສິ່ງທີ່ບໍ່ເປັນປະຕິກູນຢູ່ເຖີ້ດ ດັ່ງນີ້ແລ້ວແລ.

ອານາປານສະຕິນີ ແລະອັນພິກຂຸນັ້ນ ເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະນາວ່າ ເຮົາເພິ່ງເປັນຜູ້ມີສັນຍາວ່າ ບໍ່ປະຕິກູນໃນສິ່ງທີ່ປະຕິກູນຢູ່ເຖີ້ດ. ດັ່ງນີ້ແລ້ວແລ.

ອານາປານສະຕິນີແລະ ອັນພິກຂຸນັ້ນ ເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະນາວ່າ ເຮົາເພິ່ງເປັນຜູ້ມີສັນຍາວ່າ ປະຕິກູນທັງໃນສິ່ງທີ່ບໍ່ປະຕິກູນ ແລະ ທັງໃນສິ່ງທີ່ປະຕິກູນຢູ່ເຖີ້ດ ດັ່ງນີ້ແລ້ວແລ.

ອານາປານສະຕິນີແລະ ອັນພິກຂຸ ເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາ ວ່າ ເຮົາເພິ່ງເປັນຜູ້ເວົ້ນຂາດຄວາມຮູ້ສືກວ່າປະຕິກູນ ແລະຄວາມຮູ້ສຶກວ່າບໍ່ເປັນປະຕິກູນ 2 ຢ່າງເສຍໂດຍເດັດຂາດ ແລ້ວເປັນຜູ້ຢູ່ອຸເບກຂາ ມີສະຕິສັມປະສັນຍະຢູ່ເຖີ້ດ ດັ່ງນີ້ແລ້ວແລ.

ອານາປານສະຕິສະມາທິນີ້ແລະ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.

ເປັນເຫດໃຫ້ໄດ້ສະມາທິໃນລະດັບຣູປະສັນຍາທັງສີ່

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກປາດຖະໜາວ່າ ເຮົາເພິ່ງເປັນຜູ້ສະງັດຈາກກາມທັງຫຼາຍ ສະງັດຈາກອະກຸສົນທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈານມີປິຕິ ແລະ ສຸກ ອັນເກີດຈາກວິເວກແລ້ວແລຢູ່ເຖີ້ດ ດັ່ງນີ້ແລ້ວແລ

ອານາປານສະຕິນີ້ແລະ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາວ່າ ເພາະວິຕົກວິຈານລະງັບໄປ ເຮົາເພິ່ງເຂົ້າເຖິງທຸຕິຍະຊານ ອັນເປັນເຄື່ອງຜ່ອງໃສ່ແຫ່ງຈິດໃນພາຍໃນ ເພາະທັມອັນເອກຄື ສະມາທິ ຜຸດມີຂື້ນ ບໍ່ມີວິຕົກວິຈານ ມີປິຕິ ແລະ ສຸກ ອັນເກີດຈາກສະມາທິແລ້ວແລຢູ່ເຖີ້. ດັ່ງນີ້ແລ້ວແລ.

ອານາປານສະຕິນີ້ແລະ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ