ອານິສົງ
ໜ້າ/ 43
ພິກຂຸ ຍ່ອມຮໍ່າຮຽນທຳ ຄື ສຸຕະ... ເວທັດລະ ທຳເຫຼົ່ານັ້ນ ເປັນທຳອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ທ່ານມີສະຕິຫຼົງລືມ ເມື່ອກະທຳກາລະ ທັງພິກຂຸຜູ້ມີຖິດທິເຖິງຄວາມສຳນານແຫ່ງຈິດກໍບໍ່ໄດ້ສະແດງທຳໃນເທບບໍລິສັດ ແຕ່ເທບພະບຸດຍ່ອມສະແແດງທຳ ໃນເທບບໍລິສັດ ທ່ານມີຄວາມຄິດຢ່າງນີ້ວ່າ ໃນການກ່ອນເຮົາໄດ້ປະພຶດພົມມະຈັນໃນທຳວິໄນໃດ ນີ້ຄືທຳວິໄນນັ້ນເອງ ສະຕິບັງເກີດຂື້ນຊ້າ ແຕ່ສັດນັ້ນເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ບຸກຄົນສະຫຼາດຕໍ່ສຽງສັງ ເຂົາເດີນທາງໄກເພິ່ງໄດ້ຟັງສຽງສັງເຂົ້າ ເຂົາບໍ່ມີຄວາມສົງໃສ ຫຼືເຄືອຍແຄງວ່າສຽງສັງຫຼືບໍ່ແມ່ນໜໍ ທີ່ແທ້ເຂົາເພິ່ງເຖິງຄວາມຕົກລົງໃນວ່າ ສຽງສັງສັນໃດ ພິກຂຸກໍສັນນັ້ນເມືອນກັນ ຍ່ອມຍ່ອມຮໍ່າຮຽນ ທຳ ຄື ສຸຕະ... ເວທັດລະ ທຳເຫຼົ່ານັ້ນ ເປັນທຳອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ... ສະຕິບັງເກີດຂື້ນຊ້າ ແຕ່ສັດນັ້ນເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ນີ້ເປັນອານິສົງປະການທີ່ 3 ແຫ່ງທຳທັງຫຼາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ອັນບຸກຄົນເພີ່ງຫວັງໄດ້.
ພິກຂຸ ຍ່ອມຮໍ່າຮຽນທຳ ຄື ສຸຕະ... ເວທັດລະ ທຳເຫຼົ່ານັ້ນ ເປັນທຳອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ທ່ານມີສະຕິຫຼົງລືມ ເມື່ອກະທຳກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທຳທັງຫຼາຍ ຍ່ອມປະກົດແກ່ທ່ານຜູ້ມີຄວາມສຸກຢູ່ໃນພົບນັ້ນເລຍ ແມ້ແຕ່ພິກຂຸຜູ້ມີລິດເຖິງຄວາມຊຳນານແຫ່ງຈິດກໍບໍ່ໄດ້ສະແດງທຳ ແມ້ແຕ່ເທບບໍລິສັດ ແມ້ແຕ່ເທບພະບຸດກໍບໍ່ໄດ້ສະແດງທຳ ໃນເທບບໍ່ລິສັດ ແຕ່ເທບພະບຸດຜູ້ເກີດກ່ອນເຕືອນເທບພະບຸດຜູ້ເກີດນຳຫຼັງວ່າ ທ່ານຜູ້ນິລະທຸກ ຍ່ອມລະນຶກໄດ້ຫຼືວ່າເຮົາໄດ້ປະພຶດພົມມະຈັນໃນການກອ່ນ. ທ່ານກ່າວຢ່າງນີ້ວ່າ “ເຮົາລະນຶກໄດ້ທ່ານຜູ້ນີລະທຸກ ເຮົາລະນຶກໄດ້ທ່ານຜູ້ນີລະທຸກ” ສະຕິບັງເກີດຂື້ນຊ້າ ແຕ່ສັດນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ສະຫາຍສອງຄົນຫຼີ້ນຟຸ່ນດ້ວຍກັນ ເຂົ້າມາພົບກັນ ບາງຄັ້ງບາງຄາວ ໃນທີ່ບາງແຫ່ງ ສະຫາຍຄົນໜຶ່ງໄດ້ກ່າວກັບສະຫາຍຄົນນັ້ນຢ່າງນີ້ວ່າ “ສະຫາຍ ທ່ານລະນຶກທຳນັ້ນໄດ້ບໍ່” ເຂົາໄດ້ເວົ້າຢ່າງນີ້ວ່າ “ເຮົາລະນຶກໄດ້” ສັນໃດ ພິກຂຸກໍສັນນັ້ນເມືອນກັນ ຍ່ອມຮໍ່າຮຽນທຳ ຄື ສຸຕະ... ເວທັດລະ ທຳເຫຼົ່ານັ້ນ ເປັນທຳອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ...ສະຕິບັງເກີດຂື້ນຊ້າ ແຕ່ສັດນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ນີ້ເປັນອານິສົງປະການທີ່ 4 ແຫ່ງທຳທັງຫຼາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ອັນບຸກຄົນເພີ່ງຫວັງໄດ້.
ທຳມະສວນສູດ
ສະບັບຫຼວງ 22/220/202.
ພິກຂຸທັງຫຼາຍ ! ອານິສົງໃນການຟັງທຳ 5 ປະການນີ້ 5 ປະການເປັນຢ່າງໃດ ຄື:
ຜູ້ຟັງຍ່ອມໄດ້ຟັງສິ່ງທີ່ຍັງບໍ່ເຄີຍໄດ້ຟັງ 1
ຍ່ອມເຂົ້າໃຈຊັດສິ່ງທີ່ໄດ້ຟັງມາແລ້ວ 1
ຍ່ອມບັນເທົາຄວາມສົງໃສໄດ້ 1
ຍ່ອມທຳຄວາມເຫັນໃຫ້ຕົງ 1
ຈິດຂອງຜູ້ຟັງຍ່ອມເລື່ອມໃສ 1
ພິກຂຸທັງຫຼາຍ ! ອານິສົງໃນການຟັງທຳ 5 ປະການນີ້ແລ.
ຜັດຄຸນໜະສູດ
ພຣະໄຕປີດົກໄທ(ສະບົບຫຼວງ) 22/343-345/327








