ອານິສົງ

ໜ້າ/ 43

ດູຣາພິກຂຸທັງຫຼາຍ! ພິກຂຸຜູ້ປະກອບດ້ວຍທຳ 5 ປະການ ເສບອານາປານາສະຕິ ກຳມະຖານຢູ່ ຍ່ອມແທງຕະຫຼອດທຳ ທີ່ບໍ່ກຳເລີ້ມໂດຍບໍ່ດົນ ທັມ 5 ປະການເປັນຈັ່ງໃດ  ຄື ພິກຂຸໃນທັມມະວິໃນນີ້ຍ່ອມເປັນຜູ້ມີກິດນ້ອຍ ລ້ຽງງ່າຍຍິນດີໃນການບໍລິຂານແຫ່ງຊີວິດ 1 ຍ່ອມເປັນຜູ່ມີອາຫານນ້ອຍ ປະກອບຄວາມເປັນຜູ່ບໍ່ເຫັນແກ່ປາກແກ່ທ້ອງ 1 ຍ່ອມເປັນຜູ້ມີຄວາມງ້ວງນອນນ້ອຍ ປະກອບຄວາມພຽນເປັນເຄື່້ອງຕື່ນຢູ່ 1 ຍ້ອມເປັນພະຫູສູດ ສົງສຸຕະ ສັງສົມສຸຕະ  ເປັນຜູ້ໄດ້ຟັງມາຫຼາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີ ດ້ວຍຄວາມເຫັນ ຊຶ່ງທຳທັງຫຼາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີສຸດ ປະກາດພົມມະຈັນພ້ອມທາງອັດຖະ ພ້ອມທາງພະຍັນສະນະ ບໍລິສຸດບໍລິບູນສິນເຊີງ 1 ຍ່ອມພິດຈາລະນາຈິດຕາມທີ່ຫຼຸດພົ້ນແລ້ວ 1

ດູຣາພິກຂຸທັງຫຼາຍ !  ພິກຂຸຜູ້ປະກອບດ້ວຍທຳ 5 ປະການນິແຫຼະເສບອານາປານະສະຕິກໍາມະຖານຢູ່ຍ້ອມແທງຕະຫຼອດທໍາທີ່ບໍ່ກຳເລື່ມໃນການບໍ່ດົນ.

ຂໍ້ແຕກຕ່າງລະຫວ່າງອິຣິຍະສາວົກຜູ້ໄດ້ຟັງ ກັບປຸຖຸຊົນຜູ້ບໍ່ໄດ້ຟັງ ເມື່ອໄດ້ສຳມາທິ (ຮູບປະສັນຍາ)

ບາລີ ຈຕຸກກ. ອໍ. 21/168/123.

ພິກຂຸທັງຫລາຍ !  ບຸກຄົນ 4 ຈຳພວກນີ້ມີຢູ່ໃນໂລກ ຫາໄດ້ໃນໂລກ 4 ຈຳພວກຄືຫຍັງແດ່ ຄື:

ບຸກຄົນບາງຄົນໃນໂລກນີ້ ເພາະສະງັດຈາກກາມ ແລະອະກຸສົນລະທຳທັງຫຼາຍ ບັນລຸປະຖົມມະຊານ ມີວິຕົກ ມີວິຈານ ມີປິຕິແລະສຸກ ອັນເກີດຈາກວິເວກແລ້ວແລຢູ່ ເຂົາຍ່ອມມັກໃຈທຳນັ້ນ ປາດຖະໜາທຳນັ້ນ ແລະເຖິງຄວາມຍິນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າພຣົມມະກາຍິກາ

ພິກຂຸທັງຫລາຍ ! ກັບ 1 ເປັນປະມານອາຍຸຂອງເທວະດາພົມມະກາຍິກາ ປຸທຸຊົນດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່ .

. ອີກປະການຫນຶ່ງ ບຸກຄົນບາງຄົນໃນໂລກນີ້ເພາະສະງົບວິຕົກ ແລະວິຈານໄດ້ຈຶ່ງບັນລຸທຸຕິຍະຊານອັນເປັນເຄື່້ອງຜ່ອງໃສແຫ່ງຈິດໃນພາຍໃນໃຫ້ສະມາທິເປັນທຳອັນເອກພຸດຂຶ້ນ ບໍ່ມີວິຕົກບໍ່ມີວິຈານມີແຕ່ປິຕິແລະສຸກອັນເກີດຈາກສຳມາທິແລ້ວແລຢູ່ ເຂົ່າຍ່ອມມັກໃຈທັມນັ້ນ ປາຖະໜາທຳນັ້ນ ແລະເຖິງຄວາມຍິນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າ ອາພັດສະຣະ

ພິກຂຸທັງຫຼາຍ ! 2 ກັບເປັນປະມານອາຍຸຂອງເທວະດາເຫຼົ່າອາພັດສະຣະ ປຸທຸຊົນດຳລົງຢູ່ໃນຊັ້ນພຣົມ ອາພັດສະຣະ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່ .

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ