ອານິສົງ
ໜ້າ/ 43
ດູຣາພິກຂຸທັງຫຼາຍ ! ອະລິຍະສາວົກໃນທັມວິໄນນີ້ ສະງັດຈາກກາມ ສະງັດຈາກກຸສົນທັມ ບັນລຸ ປະຖົມມະຊານ ມີວິຕົກວິຈານ ມີປິຕິແລະ ສຸກເກີດແຕ່ວິເວກຢູ່ ເພາະວິຕົກວິຈານສະຫງົບໄປ ບັນລຸ ທຸຕິຍະຊານ ອັນເປັນຄວາມຜ່ອງໃສ່ແຫ່ງຈິດ ໃນພາຍໃນ ເປັນທັມເອກຜຸດຂຶ້ນ ບໍ່ມີວິຕົກວິຈານ ມີປິຕິແລະ ສຸກເກີດແຕ່ສະມາທິຢູ່ ເພາະປິຕິສິ້ນໄປ ເປັນຜູ້ມີອຸເບກຂາ ມີສະຕິ ມີສັມປະສັນຍະ ສະເຫວີຍດ້ວຍນາມກາຍ ບັນລຸ ຕະຕິຍະຊານ ທີ່ພຣະອະລະຍະເຈົ້າທັງຫຼາຍສັນລະເສີນວ່າ ຜູ້ໄດ້ຊານນີ້ເປັນຜູ້ມີອຸເບກຂາ ມີສະຕິ ຢູ່ເປັນສຸກ ບັນລຸ ຈະຕຸຕທະຊານ ອັນບໍ່ມີທຸກບໍ່ມີສຸກ ເພາະລະສຸກແລະ ທຸກເສຍແລະ ດັບໂສມະນັດ ໂທມະນັດ ກ່ອນໆໄດ້ມີອຸເບກຂາ ເປັນເຫດໃຫ້ສະຕິບໍລິສຸດຢູ່ ນີ້ເອີ້ນວ່າກຳລັງ ຄື : ສະມາທິ.
ກຳລັງ ຄື: ປັນຍາເປັນຢ່າງໃດ ?
ດູກ່ອນພິກຂຸທັງຫຼາຍ ! ອະລິຍະສາວົກໃນທັມວິໄນນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາ ທີ່ຫຍັ່ງເຖິງຄວາມເກີດແລະ ຄວາມດັບ ເປັນອະລິຍະ ຊຳແລກກິເລດ.
ເປັນເຄື່ອງໃຫ້ເຖິງຄວາມສິ້ນໄປແຫ່ງທຸກໂດຍຊອບ ນີ້ເອີ້ນວ່າ ກຳລັງຄື: ປັນຍາ; ດູຣາພິກຂຸທັງຫຼາຍ ! ກຳລັງ 5 ປະການນີ້ແລ.
ອານຸພາບແຫ່ງຄວາມຈະເລີນເມດຕາ
ອັງຄຸດຕະລະນິກາຍ ປັນຈະກະ-ສັກກະນິບາດ 22/267/282
ພິກຂຸທັງຫຼາຍ ! ບຸນກິລິຍາວັດຖຸ ຢ່າງໃດຢ່າງໜຶ່ງມີອຸປະທິກິ ເລດ ບຸນກິລິຍາວັດຖຸທັງໝົດນັ້ນ ຍ່ອມບໍ່ເຖິງສ້ຽວທີ 16 ຂອງເມດຕາເຈໂຕວິມຸດ ເມດຕາເຈໂຕວິມຸດນັ້ນເເລ. ຄອບງຳບຸນກິລິຍາວັດຖຸເຫລົ່ານັ້ນ ສະຫວ່າງສະໄຫວ ປຽບເໝືອນລັດສະໝີ ຂອງດາວຊະນິດໃດຊະນິດໜຶ່ງ ລັດສະໝີຂອງດາວທັງໝົດນັ້ນ ຍ່ອມບໍ່ເຖິງສ້ຽວທີ 16 ແຫ່ງລັດສະໝີຂອງດວງຈັນ ລັດສະໝີຂອງດວງຈັນນັ້ນແລ ຄອບງຳລັດສະໝີຂອງດາວເຫລົ່ານັ້ນ ຮຸ່ງເຮື່ອງສະຫວ່າງສະໄຫວສັນນັ້ນ.
ພິກຂຸທັງຫຼາຍ ! ປຽບເໝືອນໃນຊ່ວງເວລາອາກາດ ປອດໂປ່ງປາສະຈາກເມກໃນສາຣະທະສະໄໝ ໃນທ້າຍເດືອນແຫ່ງລະດູຝົນ ພຣະອາທິດລອຍຂຶ້ນສູ່ທ້ອງຟ້າ ກຳຈັດອາກາດອັນມືດມົນທັງປວງ ຮຸ່ງເຮື່ອງສະຫວ່າງສະໄຫວສັ້ນນັ້ນ.
ອີກຢ່າງໜຶ່ງ ປຽບເໝືອນດາວປະກາຍພຶກ ໃນປັດຈຸບັນສະໄໝແຫ່ງຣາຕຣີ ຍ່ອມຮຸ່ງເຮື່ອງສະຫວ່າງສະໄຫວສັນນັ້ນ.
ຜູ້ໃດມີສະຕິ ຈະເລີນເມດຕາບໍ່ມີປະມານ ສັງໂຍນທັງຫຼາຍຂອງຜູ້ນັ້ນ ຜູ້ທີ່ພິຈາລະນາເຫັນທັມ ອັນເປັນທີ່ສິ້ນໄປແຫ່ງອຸປະທິ ຍ່ອມເປັນທັມມະຊາດເບົາບາງ ຖ້າວ່າຜູ້ນັ້ນບໍ່ມີຈິດທີ່ມຸ່ງຮ້າຍ ເຊິ່ງສັດທີ່ມີຊີວິດ ແມ່ນແຕ່ຊະນິດດຽວ ເປັນຜູ້ຈະເລີນເມດຕາຢູ່ ຜູ້ນັ້ນຍ່ອມຊື່ວ່າ ເປັນຜູ້ມີກຸສົນ ເພາະການຈະເລີນເມດຕານັ້ນ ອັນພຣະອະລິຍະເຈົ້າບຸກຄົນ ມີໃຈອະນຸເຄາະເຊິ່ງສັດທີ່ມີຊີວິດ ທຸກໝູ່ເຫລົ່າ ຍ່ອມກະທຳບຸນຫລາກຫຼາຍ ພຣະລາຊະຣືສີ ທັງຫຼາຍ ຊົງຊະນະເຊິ່ງແຜນດິນ ອັນເຕັມໄປດ້ວຍໝູ່ສັດ ຊົງບູຊາຢູ່ເຊິ່ງບຸນເຫລົ່າໃດ ສະເດັດທ່ຽວໄປ ບຸນເຫລົ່ານັ້ນຍ່ອມບໍ່ເຖິງສ້ຽວທີ 16 ແຫ່ງເມດຕາຈິດອັນບຸກຄົນຈະເລີນດີແລ້ວ.
ສາລານິຍະທັມ ທັມອັນເປັນທີ່ຕັ້ງແຫ່ງຄວາມລະນຶກເຖິງກັນ (ສູດທີ 1)
ພິກຂຸທັງຫຼາຍ ! ສາລນິຍະທັມ 6 ປະການ; 6 ປະການເປັນຢ່າງ ໃດ ?
ພິກຂຸທັງຫຼາຍ ! ພິກຂຸໃນທັມວິໄນນີ້ ເຂົ້າໄປຕັ້ງ ກາຍະກັມ ປະກອບດ້ວຍເມດຕາ.
ໃນເພື່ອນພຣົມມະຈັນທັງຫຼາຍ ທັງຕໍ່ໜ້າ ແລະ ຫຼັບຫຼັງ ນີ້ເປັນສາລານິຍະທັມ.
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸເຂົ້າໄປຕັ້ງ ວະຈິກັມ ປະກອບດ້ວຍເມດຕາ ໃນເພື່ອນພຣົມມະຈັນທັງຫຼາຍ ທັງຕໍ່ໜ້າ ແລະ ຫຼັບຫຼັງ ນີ້ກໍເປັນສາລານິຍະທັມ.
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸເຂົ້າໄປຕັ້ງ ມະໂນກັມ ປະກອບດ້ວຍເມດຕາ ໃນເພື່ອນພຣົມມະຈັນທັງຫຼາຍ ທັງຕໍ່ໜ້າ ແລະ ຫຼັບຫຼັງ ນີ້ກໍເປັນສາລານິຍະທັມ.
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸແບ່ງປັນລາບທັງຫຼາຍທີ່ປະກອບດ້ວຍທັມ ໄດ້ມາໂດຍທັມ ໂດຍທີ່ສຸດແມ່ນພຽງ ບິນທະ ບາດ ຍ່ອມບໍລິໂພກຮ່ວມກັນກັບເພື່ອນພຣົມມະຈັນທັງຫຼາຍຜູ້ມີສີນ ນີເປັນສາລານິຍະທັມ.








