ອານິສົງ
ໜ້າ/ 43
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະນາວ່າ ເພາະຄວາມຈາງຄາຍໄປແຫ່ງປິຕິ ເຮົາເພິ່ງເປັນຢູ່ອຸເບກຂາ ມີສະຕິສັມປະສັນຍະ ສະເວີຍສຸກດ້ວຍກາຍ ຊະນິດທີ່ພຮະອະລິຍະເຈົ້າກ່າວວ່າ ຜູ້ນັ້ນເປັນຜູ້ຢູ່ອຸເບກຂາ ມີສະຕິ ມີການຢູ່ເປັນສຸກ ເຂົ້າເຖິງ ຕະຕິຍະຊານ ແລ້ວແລຢູ່ເຖີດ ດັ່ງນີ້ແລ້ວແລ.
ອານາປານສະຕິ ແລະອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາ ວ່າ ເພາະລະສຸກ ແລະສຸກເສຍໄດ້ ເພາະຄວາມດັບໄປແຫ່ງໂສມະ ນັດ ແລະໂທມະນັດໃນການກ່ອນ ເຮົາເພິ່ງເຂົ້າເຖິງ ຈະຕຸຕ ຖະຊານ ອັນບໍ່ມີທຸກບໍ່ສຸກ ມີແຕ່ຄວາມບໍລິສຸດແຫ່ງສະຕິ ເພາະອຸເບກຂາແລ້ວແລຢູ່ເຖີ້ດ ດັ່ງນີແລ້ວແລ.
ອານາປານສະຕິສະມາທິນີ້ ແລະອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.
ເປັນເຫດໃຫ້ໄດ້ສະມາທິໃນລະດັບອະຮູປະສັນຍາທັງສີ່
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະນາວ່າ ເພາະກ້າວລ່ວງຮູປະສັນຍາເສຍໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາທັງຫຼາຍເພາະການບໍ່ມີການທຳໃນໃຈ ເຊິ່ງນານັດຕະສັນຍາ ມີປະການຕ່າງໆ ເຮົາເພິ່ງເຂົ້າເຖິງອາການ ສານັນຈາຍະຕະນະ ອັນມີການທຳໄວ້ໃນໃຈວ່າ ອາກາດບໍ່ມີທີ່ສຸດ ດັ່ງນີ້ແລ້ວແລຢູ່ເຖີ້ດ ດັ່ງນີແລ້ວແລ ອານາປານສະຕິນີ້ແລະ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາ ວ່າ ເຮົາເພິ່ງກ່າວລ່ວງ ອາກາສານັນຈາຍະຕະນະ ໂດຍປະການທັງປວງເສີຍແລ້ວ. ເພິ່ງເຂົ້າເຖິງວິນຍານນັນຈາຍະຕະນະ ອັນມີການທຳໃນໃຈວ່າ ວິນຍານບໍ່ມີທີີ່ສຸດ ດັ່ງນີແລ້ວແລຢູ່ເຖີ້ດ ດັ່ງນີແລ.
ອານາປານສະຕິນີແລະ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈ ໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາ ວ່າ ເຮົາເພິ່ງກ່າວລ່ວງວິນຍານນັນຈາຍະຕະນະ ເສຍໂດຍປະການທັງປວງ ເຂົ້າເຖິງອາກິຈັນຍາຍະຕະນະ ອັນມີການທຳໃນໃຈວ່າ ບໍ່ມີຫຍັງ ແລ້ວແລຢູ່ເຖີ້ດ ດັ່ງນີ້ແລ້ວແລ.
ອານາປານສະຕິນີ້ແລະ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະນາວ່າ ເຮົາເພິ່ງກ່າວລ່ວງອາກິຈັນຍາຍະຕະນະເສຍໂດຍປະການທັງປວງ ເຂົ້າເຖິງເນວະສັນຍານາສັນຍາຍະຕະນະ ແລ້ວແລຢູ່ເຖີ້ດດັ່ງນີແລ້ວແລ
ອານາປານສະຕິສະມາທິນີ້ແລະ ອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.
ເປັນເຫດໃຫ້ໄດ້ສັນຍາເວທະຍິດນິໂຣດ
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ຖ້າພິກຂຸປາດຖະໜາ ວ່າ ເຮົາເພິ່ງກ່າວລ່ວງເຊິ່ງ ເນວະສັນຍາຍະຕະນະ ເສຍໄດ້ໂດຍປະການທັງປວງ ເຂົ້າເຖິງສັນຍາເວທະຍິດນິໂຣດ ແລ້ວແລຢູ່ເຖີ້ດ ດັ່ງນີແລ.
ອານາປານສະຕິສະມາທິນີ້ ແລະອັນພິກຂຸນັ້ນເພິ່ງທຳໄວ້ໃນໃຈໃຫ້ເປັນຢ່າງດີ.
ຮູ້ຕໍ່ເວທະນາທຸກປະການ
ພິກຂຸທັງຫຼາຍ ! ເມື່ອອານາປານສະຕິສະມາທິ ອັນພິກຂຸຈະເລີນແລ້ວ ທຳໃຫ້ຫຼາຍແລ້ວຢູ່ຢ່າງນີ້
ຖ້າພິກຂຸນັ້ນ ສະເວີຍ ເວທະນາອັ້ນເປັນສຸກ ທ່ານຍ່ອມຮູ້ຕົວວ່າ ເວທະນານັ້ນບໍ່ທ່ຽງ ທ່ານຍ່ອມຮູ້ຕົວວ່າ ເວທະນານັ້ນ ອັນເຮົາບໍ່ສະຍົບມົວເມົາແລ້ວ ຍ່ອມຮູ້ຕົວວ່າເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ຖ້າພິກຂຸນັ້ນສະເວີຍ ເວທະນາອັນເປັນທຸກ ທ່ານຍ່ອມຮູ້ຕົວວ່າ ເວທະນານັ້ນບໍ່ທ່ຽງ ທ່ານຍ່ອມຮູ້ຕົວວ່າາເວທະນານັ້ນ ອັນເຮົາບໍ່ສະຍົບມົວເມົາແລ້ວ ຍ່ອມຮູ້ຕົວວ່າເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ຖ້າພິກຂຸນັ້ນສະເວີຍ ເວທະນາອັນບໍ່ແມ່ນສຸກບໍ່ແມ່ນທຸກ ທ່ານຍ່ອມຮູ້ຕົວວ່າ ເວທະນານັ້ນບໍ່ທ່ຽງ ທ່ານຍ່ອມຮູ້ຕົວວ່າເວທະນານັ້ນ ອັນເຮົາບໍ່ສະຍົບມົວເມົາ ຍ່ອມຮູ້ຕົວວ່າເວທະນານັ້ນອັນເຮົາ.ບໍ່ເພີດເພີນສະເພາະແລ້ວດັ່ງນີ້.








