ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ພິກຂຸທັງຫຼາຍ ! ພິກຂຸບໍຣິສັດນີ້ ບໍ່ໂລເລເລີຍ. ພິກຂຸທັງຫຼາຍ ! ພິກຂຸບໍຣິສັດນີ້ບໍ່ມຸ່ນແຫຼກເລີຍ. ພິກຂຸບໍຣິສັດນີ້ ຕັ້ງແລ້ວຢູ່ໃນທັມ ທີ່ເປັນສາຣະລ້ວນ.
ພິກຂຸທັງຫຼາຍ ! ບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ໜ້າບູຊາ ໜ້າຕ້ອນຮັບ ໜ້າຮັບທັກຂິນາ ໜ້າໄຫວ້ ເປັນຜືນນາບຸນຊັ້ນດີເລີດຂອງໂລກ ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ ພິກຂຸບໍຣິສັດນິີ້ ກໍມີຮູບລັກສະນະເຊັ່ນນັ້ນ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ ທານອັນບຸກຄົນໃຫ້ໜ້ອຍ ແຕ່ກັບມີຜົນຫຼາຍ ທານທີ່ໃຫ້ຫຼາຍກໍມີຜົນຫຼາຍທະວີຍິ່ງຂຶ້ນ ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ ພິກຂຸບໍຣິສັດນີ້ ກໍມີຮູບລັກສະນະເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ບໍຣິສັດເຊັ່ນໃດ ມີຮູບລັກສະນະຍາກທີ່ຊາວໂລກຈະໄດ້ເຫັນ ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ ພິກຂຸບໍຣິສັດນີ້ ກໍມີຮູບລັກສະນະເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ຄວນຈະໄປເບິ່ງໄປເຫັນ ແມ່ນວ່າຈະຕ້ອງຍ່າງຫົນທາງໄກນັບດ້ວຍໂຍຊນ໌ໆ ເຖິງກັບຕ້ອງເອົາຫໍ່ສະບຽງໄປດ້ວຍກໍຕາມ ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ ພິກຂຸບໍຣິສັດນີ້ ກໍມີຮູບລັກສະນະເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງເປັນ ພຣະອະຣະຫັນຕ໌ ຜູ້ດັບສິ້ນອາສະວະແລ້ວ ຜູ້ຢູ່ຈົບພຣົມມະຈັນແລ້ວ ມີກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ມີພາຣະປົງລົງໄດ້ແລ້ວ ມີປະໂຫຍດຂອງຕົນເອງບັນລຸແລ້ວໂດຍລໍາດັບ ມີສັງໂຍຊນ໌ໃນພົບດັບສິ້ນແລ້ວ ຫຼຸດພົ້ນແລ້ວ ເພາະຮູ້ທົ່ວເຖິງໂດຍຊອບ ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງດັບສິ້ນສັງໂຍຊນ໌ເບື້ອງຕໍ່າຫ້າ ເປັນໂອປະປາຕິກະແລ້ວ ຈະປະຣິ ນິບພານໃນທີ່ນັ້ນ ບໍ່ວຽນກັບມາຈາກໂລກນັ້ນ ເປັນທໍາມະດາ ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງດັບສິ້ນສັງໂຍຊນ໌ສາມ ແລະມີຄວາມເບົາບາງໄປຂອງຣາຄະ ໂທສະ ໂມຫະ ເປັນ ສະກະທາຄາມີ ມາສູ່ເທວະໂລກອີກຄັ້ງດຽວເທົ່ານັ້ນ ແລ້ວຈະເຮັດທີ່ສຸດແຫ່ງທຸກຂ໌ໄດ້ ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງດັບສິ້ນສັງໂຍຊນ໌ສາມ ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທໍາມະດາ ເປັນຜູ້ທ່ຽງແທ້ ຜູ້ແນ່ທີ່ຈະຕຣັສຮູ້ເບື້ອງໜ້າ ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງປະກອບຄວາມພຽນເປັນເຄື່ອງຕ້ອງເຮັດເລື້ອຍໆ ໃນການອົບຮົມສະຕິ ປັຕຖານສີ່ ສັມມັບປະທານສີ່ ອິດທິບາດສີ່ ອິນຊີຫ້າ ພະລະຫ້າ ໂພຊຊົງຄ໌ເຈັດ ອະຣິຍະມັກຄະມີອົງແປດ ເມຕຕາ ກະຣຸນາ ມຸທິຕາ ອຸເປກຂາ ອະສຸພະ ອະນິຈຈະສັນຍາ ແລະອານາປານະສະຕິ ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິນີ້ແລ ເຊິ່ງເມື່ອບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດສະຕິປັຕຖານທັງ ໔ ໃຫ້ບໍຣິບູນ ສະຕິປັຕຖານທັງ ໔ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດໂພຊຊົງຄ໌ທັງ ໗ ໃຫ້ບໍຣິບູນ ໂພຊຊົງຄ໌ທັງ ໗ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດວິຊຊາແລະວິມຸດຕິໃຫ້ບໍຣິບູນໄດ້.
ພຸດທະວະຈະນະ - ໝວດທັມ
ສະຕິປັຕຖານບໍຣິບູນ
ເພາະອານາປານະສະຕິບໍຣິບູນ
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດສະຕິປັຕຖານທັງສີ່ໃຫ້ບໍຣິບູນໄດ້ ?
[ໝວດກາຢານຸປັດສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ








