ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະ ໂທມະນັດສະໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວ ລົມຫາຍໃຈເຂົ້າແລະລົມຫາຍໃຈອອກ ວ່າເປັນກາຍອັນໜຶ່ງໆ ໃນກາຍທັງຫຼາຍ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
[ໝວດເວທະນານຸປັສສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ”
ພຸດທະວະຈະນະ - ໝວດທັມ
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະ ໂທມະນັດສະໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວ ການເຮັດໃນໃຈເປັນຢ່າງດີຕໍ່ລົມຫາຍໃຈເຂົ້າ ແລະລົມຫາຍໃຈອອກທັງຫຼາຍ ວ່າ ເປັນເວທະນາອັນໜຶ່ງໆ ໃນເວທະນາທັງຫຼາຍ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
[ໝວດຈິຕຕານຸປັສສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ເຮົາບໍ່ກ່າວອານາປານະສະຕິ ວ່າເປັນສິ່ງທີ່ມີໄດ້ແກ່ບຸກຄົນຜູ້ມີສະຕິອັນລືມຫຼົງແລ້ວ ບໍ່ມີສັມປະຊັນຍະ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
[ໝວດທັມມານຸປັສສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ








