ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ພິກຂຸທັງຫຼາຍ ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທັມມະຊາດບໍ່ລືມຫຼົງ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເລີນສະຕິສັມໂພຊຊົງຄ໌ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເລີນ
(ຕໍ່ຈາກນີ້ມີຂໍ້ຄວາມແນວດຽວກັນກັບກໍລະນີ ແຫ່ງການຕາມເຫັນກາຍໃນກາຍທຸກໂຕອັກສອນ)
ພຸດທະວະຈະນະ - ໝວດທັມ
ໂພຊຊົງຄ໌ບໍຣິບູນ
ຍ່ອມເຮັດວິຊຊາ ແລະ ວິມຸດຕິໃຫ້ບໍຣິບູນ
ພິກຂຸທັງຫຼາຍ ! ໂພຊຊົງຄ໌ທັງ ໗ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວແນວໃດໜໍ ຈຶ່ງຈະເຮັດວິຊຊາແລະວິມຸດຕິໃຫ້ບໍຣິບູນໄດ້ ?
ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ (ຄວາມຈາງຄາຍ) ອັນອາໄສນິໂຣດະ (ຄວາມດັບ) ອັນນ້ອມໄປເພື່ອໂວດສັກຄະ (ຄວາມສະລະ ຄວາມປ່ອຍ)
ຍ່ອມຈະເລີນ ທັມມະວິຈະຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ
ຍ່ອມຈະເລີນ ວິຣິຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ
ຍ່ອມຈະເລີນ ປີຕິສັມໂພຊຊົງຄ໌ ອັນອາໄສວິເວກ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ
ຍ່ອມຈະເລີນ ປັດສັດທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ
ຍ່ອມຈະເລີນ ສະມາທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ
ຍ່ອມຈະເລີນ ອຸເປກຂາສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ
ພິກຂຸທັງຫຼາຍ ! ໂພຊຊົງຄ໌ທັງ ໗ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ເຊັ່ນນີ້ແລ ຍ່ອມເຮັດວິຊຊາແລະວິມຸດຕິໃຫ້ບໍຣິບູນໄດ້ ດັ່ງນີ້.
(ໝາຍເຫດຜູ້ລວບລວມ ພຣະສູຕທີ່ຊົງຕຣັດຄືກັນກັບພຣະສູຕຂ້າງເທິງນີ້ ຍັງມີອີກຄື ປະຖະມະອານັນດະສູຕ ມຫາວາຣ. ສໍ. ໑໙/໔໑໗-໔໒໓/໑໓໘໑-໑໓໙໘. ທຸຕິຢະອານັນດະສູຕ ມຫາວາຣ. ສໍ. ໑໙/໔໒໓-໔໒໔/໑໓໙໙-໑໔໐໑. ທຸຕິຢະພິກຂຸສູຕ ມຫາວາຣ. ສໍ. ໑໙/໔໒໕/໑໔໐໔-໑໔໐໕.)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ຈະເຣີນອານາປານະສະຕິ ເປັນເຫດໃຫ້
ສະຕິປັຕຖານ ໔ ໂພຊຊົງ ໗
ວິຊຊາ ແລະວິມຸດຕິບໍຣິບູນ (ອີກສູຕນຶ່ງ) ໐໔
- ບາລີ ມຫາວາຣ. ສັງ. ໑໔/໑໙໐-໒໐໑/໒໘໒-໒໙໑.
ພິກຂຸທັງຫຼາຍ ! ເຮົາເປັນຜູ້ຕັ້ງໝັ້ນແລ້ວໃນຂໍ້ປະຕິບັດນີ້. ພິກຂຸທັງຫຼາຍ ! ເຮົາເປັນຜູ້ມີຈິຕຕັ້ງໝັ້ນແລ້ວ ໃນຂໍ້ປະຕິບັດນີ້. ພິກຂຸທັງຫຼາຍ ! ເພາະສະນັ້ນ ໃນເລື່ອງນີ້ ພວກເຈົ້າທັງຫຼາຍ ຈົ່ງປາຣົບຄວາມພຽນໃຫ້ຍິ່ງກວ່າປະມານ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ທັນເຮັດໃຫ້ແຈ້ງ. ເຮົາຈະລໍຖ້າພວກເຈົ້າທັງຫຼາຍຢູ່ ທີ່ນະຄອນ ສາວັດຖີນີ້ແລ ຈົນວ່າຈະຮອດວັນສຸດທ້າຍແຫ່ງລະດູຝົນຄົບ ໔ ເດືອນ ເປັນລະດູທີ່ບານແຫ່ງດອກໂກມຸດ (ມື້ເພັງເດືອນສິບສອງ).
ພວກພິກຂຸເປັນພວກຊາວຊົນນະບົດໄດ້ຮູ້ຂ່າວນີ້ ກໍພາກັນຫຼັ່ງໄຫຼໄປສູ່ນະຄອນສາວັດຖີ ເພື່ອເຝົ້າຢ້ຽມພຣະຜູ້ມີພຣະພາກເຈົ້າ ຝ່າຍ ພຣະເຖຣະຜູ້ທີ່ມີຊື່ສຽງ ຄົນຮູ້ຈັກຫຼາຍ ເຊິ່ງມີທ່ານພຣະສາຣີບຸຕ
ພຸດທະວະຈະນະ - ໝວດທັມ
ພຣະມະຫາໂມກຄັນລານະ ພຣະມະຫາກັດສະປະ ພຣະມະຫາກັດຈາຢະນະ ພຣະມະຫາໂກຕຖິຕະ ພຣະມະຫາກັບປິນະ ພຣະມະຫາຈຸນທະ ພຣະເຣວະຕະ ພຣະອານົນທ໌ ແລະ ພຣະເຖຣະອົງອື່ນໆອີກຫຼາຍທ່ານ ແບ່ງກັນເປັນພວກໆພາກັນສັ່ງສອນ ຄອຍຊີ້ບອກພວກພິກຂຸໃໝ່ໆ ຢ່າງເຕັມທີ່ ພວກລະສິບອົງແດ່ ຊາວອົງແດ່ ສາມສິບອົງແດ່ ສີ່ສິບອົງແດ່. ສ່ວນພິກຂຸໃໝ່ໆເຫຼົ່ານັ້ນ ເມື່ອໄດ້ຮັບຄໍາສັ່ງສອນ ໄດ້ຮັບຄໍາຄອຍຊີ້ບອກ ຂອງພຣະເຖຣະຜູ້ມີຊື່ສຽງທັງຫຼາຍຢູ່ ກໍຍ່ອມຮູ້ຄຸນວິເສດອັນກວ້າງຂວາງຢ່າງອື່ນໆ ຍິ່ງກວ່າແຕ່ກ່ອນ ຈົນວ່າເຖິງມື້ເພັງເດືອນສິບສອງ.
ຄັ້ງນັ້ນ ພຣະຜູ້ມີພຣະພາກເຈົ້າ ຈຶ່ງໄດ້ຕຣັດກັບພິຂຸທັງຫຼາຍຕໍ່ໄປວ່າ








