ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ພິກຂຸທັງຫຼາຍ ! ກໍສະຕິປັຕຖານທັງ ໔ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວແນວໃດໜໍ ຈຶ່ງເຮັດໂພຊຊົງຄ໌ທັງ ໗ ໃຫ້ບໍຣິບູນໄດ້ ?

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈໍາ ສະໄໝນັ້ນ ສະຕິທີ່ພິກຂຸເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທໍາມະຊາດບໍ່ລືມຫຼົງ.

ພິກຂຸທັງຫຼາຍ ! ສະໄໝໃດ ສະຕິຂອງພິກຂຸເຂົ້າໄປຕັ້ງໄວ້ແລ້ວ ເປັນທໍາມະຊາດບໍ່ລືມຫຼົງ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະຕິສັມໂພຊຊົງຄ໌ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເລີນ ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້ ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ມີສະຕິເຊັ່ນນັ້ນຢູ່ ເຮັດການເລືອກໄຈ້ ໃຄ່ຄວນທັມນັ້ນຢູ່ດ້ວຍປັນຍາ ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນທັມມະວິຈະຢະສັມໂພຊຊົງຄ໌ ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ. ພິກຂຸນັ້ນ ເມື່ອເລືອກໄຈ້ ໃຄ່ຄວນຢູ່ເຊິ່ງທັມນັ້ນດ້ວຍປັນຍາ ຄວາມພຽນອັນບໍ່ຢ່ອນຍານ ຊື່ວ່າເປັນທັມ ອັນພິກຂຸນັ້ນປາຣົບແລ້ວ.

ພິກຂຸທັງຫຼາຍ ! ສະໄໝໃດ ຄວາມພຽນອັນບໍ່ຢ່ອນຍານຂອງພິກຂຸຜູ້ເລືອກໄຈ້ ໃຄ່ຄວນໃນທັມນັ້ນດ້ວຍປັນຍາ ສະໄໝນັ້ນ ວິຣິຢະສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນວິຣິຢະສັມໂພຊຊົງຄ໌ ສະໄໝນັ້ນ ວິຣິຢະສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເລີນ. ພິກຂຸນັ້ນ ເມື່ອມີຄວາມພຽນອັນປາຣົບແລ້ວ ປີຕິອັນເປັນນິຣາມິດກໍເກີດຂຶ້ນ.

ພິກຂຸທັງຫຼາຍ ! ສະໄໝໃດ ປີຕິອັນເປັນນິຣາມິດ ເກີດຂຶ້ນແກ່ພິກຂຸ ຜູ້ມີຄວາມພຽນອັນປາຣົບແລ້ວ ສະໄໝນັ້ນ ປີຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ

ພຸດທະວະຈະນະ - ໝວດທັມ

ພິກຂຸຊື່ວ່າຍ່ອມຈະເລີນປີຕິສັມໂພຊຊົງຄ໌ ສະໄໝນັ້ນປີຕິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເລີນ. ພິກຂຸນັ້ນ ເມື່ອມີໃຈປະກອບດ້ວຍປີຕິ ແມ່ນວ່າກາຍກໍລະງັບ ແມ່ນວ່າຈິຕກໍລະງັບ.

ພິກຂຸທັງຫຼາຍ ! ສະໄໝໃດ ທັງກາຍແລະທັງຈິຕຂອງພິຂຸ ຜູ້ມີໃຈປະກອບດ້ວຍປີຕິ ຍ່ອມລະງັບ ສະໄໝນັ້ນ ປັດສັດທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນປັດສັດທິສັມໂພຊຊົງຄ໌ ສະໄໝນັ້ນ ປັດສັດທິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ. ພິກຂຸນັ້ນ ເມື່ອມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຈິຕຍ່ອມຕັ້ງໝັ້ນ.

ພິກຂຸທັງຫຼາຍ ! ສະໄໝໃດ ຈິຕຂອງພິກຂຸຜູ້ມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຍ່ອມຕັ້ງໝັ້ນ ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະມາທິສັມໂພຊຊົງຄ໌ ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເລີນ. ພິກຂຸນັ້ນ ຍ່ອມເປັນຜູ້ເຂົ້າໄປເພັ່ງສະເພາະ ເຊິ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນ ເປັນຢ່າງດີ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຂົ້າໄປເພັ່ງສະເພາະ ເຊິ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນ ເປັນຢ່າງດີ ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນອຸເປກຂາສັມໂພຊຊົງຄ໌ ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເລີນ.

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ. ... ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈໍາ. ... ເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ສະໄໝນັ້ນ ສະຕິທີ່ພິກຂຸ ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ