ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ”

ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະໂທມະນັດສະໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວ ການຕັ້ງໃນໃຈເປັນຢ່າງດີ ຕໍ່ລົມຫາຍໃຈເຂົ້າ ແລະ ລົມຫາຍໃຈອອກ ວ່າເປັນເວທະນາອັນນຶ່ງໆ ໃນເວທະນາທັງຫຼາຍ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”

ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນຳອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ເຮົາບໍ່ກ່າວອານາປານະສະຕິ ວ່າເປັນສິ່ງທີ່ມີໄດ້ ແກ່ບຸກຄົນຜູ້ມີສະຕິອັນລືມຫຼົງແລ້ວ ບໍ່ມີສັມປະຊັນຍະ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງ ຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈອອກ”

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸຊື່ວ່າ ເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະ ໂທມະນັດສະໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ພິກຂຸນັ້ນ ເປັນຜູ້ເຂົ້າໄປເພັ່ງສະເພາະເປັນຢ່າງດີແລ້ວ ເພາະເຂົາເຫັນການລະອະພິຊຊາ ແລະໂທມະນັດສະທັງຫຼາຍຂອງເຂົານັ້ນດ້ວຍປັນຍາ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸຍ່ອມຊື່ວ່າ ເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ເຊັ່ນນີ້ແລ ຍ່ອມເຮັດສະຕິປັຕຖານທັງ ໔ ໃຫ້ບໍຣິບູນໄດ້.

ພຸດທະວະຈະນະ - ໝວດທັມ

ສະຕິປັຕຖານບໍຣິບູນ

ຍ່ອມເຮັດໂພຊຊົງຄ໌ໃຫ້ບໍຣິບູນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ