ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

໓. ຖ້າບໍ່ເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຢະສັງໂຍຊນ໌ ໕ ຍ່ອມເປັນອັນຕະຣາປະຣິນິບພາຢີ

໔. ຖ້າບໍ່ເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຢະສັງໂຍຊນ໌ ໕ ຍ່ອມເປັນອຸປະຫັດຈະປະຣິນິບພາຢີ

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

໕. ຖ້າບໍ່ເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຢະສັງໂຍຊນ໌ ໕ ຍ່ອມເປັນອະສັງຂາຣະປະຣິນິບພາຢີ

໖. ຖ້າບໍ່ເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຢະສັງໂຍຊນ໌ ໕ ຍ່ອມເປັນສະສັງຂາຣະປະຣິນິບພາຢີ

໗. ຖ້າບໍ່ເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຢະສັງໂຍຊນ໌ ໕ ຍ່ອມເປັນອຸດທັງໂສໂຕອະກະນິຕຖະຄາມີ

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ຝຶກໃຫ້ຫຼາຍແລ້ວ ເຊັ່ນນີ້ແລ ຜົນອານິສົງສ໌ ໗ ປະການເຫຼົ່ານີ້ ຍ່ອມຫວັງໄດ້ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ຈະເຣີນອານາປານະສະຕິ ເປັນເຫດໃຫ້

ສະຕິປັຕຖານ ໔ ໂພຊຊົງ ໗

ວິຊຊາ ແລະວິມຸດຕິບໍຣິບູນ ໐໓

- ບາລີ ມຫາວາຣ. ສັງ. ໑໙/໔໒໔/໑໔໐໒-໑໔໐໓.

ພິກຂຸທັງຫຼາຍ ! ທັມອັນເອກນັ້ນມີຢູ່ ເຊິ່ງເມື່ອບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດທັມທັງ ໔ ໃຫ້ບໍຣິິບູນ ຄັນທັມທັງ ໔ ນັ້ນ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດທັມທັງ ໗ ໃຫ້ບໍຣິບູນ ຄັນທັມທັງ ໗ ນັ້ນ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດທັມທັງ ໒ ໃຫ້ບໍຣິບູນໄດ້.

ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ນີ້ແລ ເປັນທັມອັນເອກ ເຊິ່ງເມື່ອບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດສະຕິປັຕຖານທັງ ໔ ໃຫ້ບໍຣິບູນ ສະຕິປັຕຖານທັງ ໔ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດໂພຊຊົງຄ໌ທັງ ໗ ໃຫ້ບໍຣິບູນ ໂພຊຊົງຄ໌ທັງ ໗ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເຮັດວິຊຊາ ແລະ ວິມຸດຕິໃຫ້ບໍຣິບູນໄດ້.

ພຸດທະວະຈະນະ - ໝວດທັມ

ອານາປານະສະຕິບໍຣິບູນ

ຍ່ອມເຮັດສະຕິປັຕຖານໃຫ້ບໍຣິບູນ

ພິກຂຸທັງຫຼາຍ ! ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວແນວໃດໜໍ ຈຶ່ງເຮັດສະຕິປັຕຖານທັງ ໔ ໃຫ້ບໍຣິບູນໄດ້ ?

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວ ລົມຫາຍໃຈເຂົ້າແລະ ລົມຫາຍໃຈອອກ ວ່າເປັນກາຍອັນນຶ່ງໆ ໃນກາຍທັງຫຼາຍ.

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ”

ພຸດທະວະຈະນະ - ໝວດທັມ

ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ” ວ່າ “ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ