ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫຍ່ ມີອານິສົງສ໌ໃຫຍ່ ກໍອານາປານະສະຕິ ອັນບຸກຄົນຈະເຣີນແລ້ວແນວໃດ ຝຶກໃຫ້ຫຼາຍແລ້ວແນວໃດ ຈຶ່ງມີຜົນໃຫຍ່ ມີອານິສົງສ໌ໃຫຍ່ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼື ເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”
ພຸດທະວະຈະນະ - ໝວດທັມ
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງ ຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈອອກ”
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈອອກ”
ພຸດທະວະຈະນະ - ໝວດທັມ
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ຝຶກໃຫ້ຫຼາຍແລ້ວ ເຊັ່ນນີ້ແລ ຍ່ອມມີຜົນໃຫຍ່ ມີອານິສົງສ໌ໃຫຍ່.
ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ຝຶກໃຫ້ຫຼາຍແລ້ວ ຢູ່ເຊັ່ນນີ້ ຜົນອານິສົງສ໌ ໗ ປະການ ຍ່ອມເປັນສິ່ງທີ່ຫວັງໄດ້.
ຜົນອານິສົງສ໌ ໗ ປະການ ເປັນແນວໃດໜໍ ?
ຜົນອານິສົງສ໌ ໗ ປະການ ຄື
໑. ການບັນລຸອະຣະຫັຕຕະຜົນທັນທີໃນປັດຈຸບັນນີ້
໒. ຖ້າບໍ່ເຊັ່ນນັ້ນ ຍ່ອມບັນລຸອະຣະຫັຕຕະຜົນ ໃນກາລະແຫ່ງມໍຣະນະ








