ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ (ສັບພະກາຢະປະຕິສັງເວທີ) ຫາຍໃຈເຂົ້າ ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”
ພຸດທະວະຈະນະ - ໝວດທັມ
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ (ປັດສັມພະຢັງ ກາຢະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ (ປີຕິປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ (ສຸຂະປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະ ເຊິ່ງຈິຕຕະສັງຂາຣ (ຈິຕຕະສັງຂາຣະປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕຕະ ສັງຂາຣໃຫ້ລະງັບ (ປັສສັມພະຢັງ ຈິຕຕະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ (ຈິຕຕະປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ (ອະພິປປະໂມທະຢັງ ຈິຕຕັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ (ສະມາທະຫັງ ຈິຕຕັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ (ວິໂມຈະຢັງ ຈິຕຕັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງ ຄວາມບໍ່ທ່ຽງຢູ່ເປັນປະຈໍາ (ອະນິຈຈານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງ ຄວາມຈາງຄາຍຢູ່ເປັນປະຈໍາ (ວິຣາຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງ ຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ (ນິໂຣດານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈອອກ”
ພຸດທະວະຈະນະ - ໝວດທັມ
ເຂົາຍ່ອມຕັ້ງການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ (ປະຕິນິສສັກຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ແລ ຍ່ອມມີຜົນໃຫຍ່ ມີອານິສົງສ໌ໃຫຍ່.
ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິ ອັນບຸກຄົນຈະເຣີນຝຶກໃຫ້ຫຼາຍແລ້ວ ຢູ່ເຊັ່ນນີ້ ຜົນອານິສົງສ໌ຢ່າງໃດຢ່າງໜຶ່ງ ໃນບັນດາຜົນ ໒ ປະການ ເປັນສິ່ງທີ່ຫວັງໄດ້
ຄື ອະຣະຫັຕຕະຜົນໃນປັດຈຸບັນ
ຫຼືວ່າຖ້າຍັງມີອຸປາທິເຫຼືອຢູ່ ກໍຈະເປັນ ອະນາຄາມີ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານິສົງແຫ່ງອານາປານະສະຕິ
໗ ປະການ ໐໒
- ບາລີ ມຫາວາຣ. ສັງ. ໑໙/໓໙໗/໑໓໑໔-໑໓໑໖.








