ຄຳສອນພຸດທະ - ໜ້າຈໍໂຫລດ

ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

໕. ພິຈາລະນາເຫັນສະເພາະຢູ່ເຊິ່ງຈິຕອັນຫຼຸດພົ້ນແລ້ວ(ຕາມລໍາດັບ) ແນວໃດ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ !

ພິກຂຸຜູ້ຝຶກໃຫ້ຫຼາຍເຊິ່ງ ອານາປານະສະຕິ

ເຊິ່ງປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ

ຍ່ອມແທງຕະຫຼອດອະກຸບປະທັມ ໄດ້ຕໍ່ກາລະບໍ່ດົນແທ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ນິວອນເປັນເຄື່ອງເຮັດກະແສຈິຕ

ບໍ່ໃຫ້ລວມກໍາລັງ ໒໘

- ບາລີ ປັນຈກ. ອັງ. ໒໒/໗໒/໕໑.

ພິກຂຸທັງຫຼາຍ ! ນິວອນເປັນເຄື່ອງຂວາງກັ້ນ ໕ ຢ່າງເຫຼົ່ານີ້ ຖ້ວມທັບຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ ມີຢູ່.

໕ ຢ່າງ ແນວໃດໜໍ ?

໕ ຢ່າງ ຄື

໑. ນິວອນເຄື່ອງຂວາງກັ້ນ ຄື ກາມະສັນທະ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ

໒. ນິວອນເຄື່ອງຂວາງກັ້ນ ຄື ພະຍາບາດ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ

໓. ນິວອນເຄື່ອງຂວາງກັ້ນ ຄື ຖີນະມິດດະ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ

໔. ນິວອນເຄື່ອງຂວາງກັ້ນ ຄື ອຸດທັດຈະກຸກກຸດຈະ (ຄວາມຟຸ້ງຊ້ານແລະລໍາຄານ) ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ

໕. ນິວອນເຄື່ອງຂວາງກັ້ນ ຄື ວິຈິກິດສາ (ຄວາມລັງເລສົງໄສ) ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ພິກຂຸທີ່ບໍ່ລະນິວອນອັນເປັນເຄື່ອງຂວາງກັ້ນຈິຕ ໕ ຢ່າງເຫຼົ່ານີ້ແລ້ວ ຈະຮູ້ເຊິ່ງປະໂຫຍດຕົນ ຫຼືປະໂຫຍດຜູ້ອື່ນ ຫຼື ປະໂຫຍດທັງສອງຝ່າຍ ຫຼື ຈະເຮັດໃຫ້ແຈ້ງເຊິ່ງຍານະທັດສະນະອັນວິເສດ ຄວນແກ່ຄວາມເປັນອະຣິຍະ ຍິ່ງກວ່າທໍາມະດາແຫ່ງມະນຸດ ດ້ວຍປັນຍາອັນທຸບພະລະພາບ ໄຮ້ກໍາລັງດັ່ງນີ້ ນັ້ນບໍ່ເປັນຖານະທີ່ຈະມີໄດ້.

ພິກຂຸທັງຫຼາຍ ! ປຽບເໝືອນແມ່ນໍ້າທີ່ໄຫຼລົງຈາກພູເຂົາ ໄຫຼໄປສູ່ທີ່ໄກ ມີກະແສໄຫຼແຮງ ໄຫຼພັດສິ່ງຕ່າງໆໄປໄດ້ ມີບຸຣຸດມາເປີດປ່ອງທາງທັງຫຼາຍທີ່ເຂົາຂຸດຂຶ້ນ ດ້ວຍເຄື່ອງໄຖທັງສອງຝັ່ງແມ່ນ້ຳນັ້ນ ເມື່ອເປັນເຊັ່ນນັ້ນ ກະແສກາງແມ່ນ້ຳນັ້ນ ກໍໄຫຼລ້ຽວ ໄຫຼຜິດທາງ ບໍ່ໄຫຼໄປສູ່ທີ່ໄກ ບໍ່ມີກະແສແຮງ ບໍ່ໄຫຼພັດສິ່ງຕ່າງໆໄປໄດ້ ນີ້ເຊັ່ນໃດ

ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ພິກຂຸທີ່ບໍ່ລະນິວອນອັນເປັນເຄື່ອງຂວາງກັ້ນຈິຕ ໕ ຢ່າງເຫຼົ່ານີ້ແລ້ວ ຈະຮູ້ເຊິ່ງປະໂຫຍດຕົນ ຫຼື ປະໂຫຍດຜູ້ອື່ນ ຫຼື ປະໂຫຍດທັງສອງຝ່າຍ ຫຼືຈະເຮັດໃຫ້ແຈ້ງເຊິ່ງຍານະທັດສະນະອັນວິເສດ ອັນຄວນແກ່ຄວາມເປັນອະຣິຍະ ຍິ່ງກວ່າທໍາມະດາແຫ່ງມະນຸດ ດ້ວຍປັນຍາ ອັນທຸບພະລະພາບໄຮ້ກໍາລັງ ດັ່ງນີ້ ນັ້ນບໍ່ເປັນຖານະທີ່ຈະມີໄດ້.

ພຸດທະວະຈະນະ - ໝວດທັມ

[ຕໍ່ໄປນີ້ ໄດ້ຕຣັດໂດຍປະຕິປັກຂະນັຍ (ນັຍກົງກັນຂ້າມ) ຄືພິກຂຸລະນິວອນແລ້ວ ເຮັດຍານວິເສດໃຫ້ແຈ້ງໄດ້ດ້ວຍປັນຍາ ອັນມີກໍາລັງ ເໝືອນແມ່ນ້ຳທີ່ເຂົາອັດຮູຮົ່ວທັງສອງຝັ່ງເສຍແລ້ວ ມີກະແສໄຫຼແຮງຫຼາຍເຊັ່ນນັ້ນ]

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ນິວອນ-ຂ້າເສິກແຫ່ງສະມາທິ ໒໙

- ບາລີ ສີ. ທີ. ໙/໓໐໖-໓໐໗/໓໗໘-໓໗໙.

ວາເສດຖະ ! ປຽບເໝືອນແມ່ນໍ້າອະຈິຣະວະດີນີ້ ມີນໍ້າເຕັມຝັ່ງ ກາຢືນກິນໄດ້. ຄັ້ງນັ້ນມີບຸຣຸດຄົນໜຶ່ງມາເຖິງເຂົ້າ ເຂົາມີປະໂຫຍດທີ່ຝັ່ງນັ້ນ ສະແຫວງຫາຝັ່ງນັ້ນ ມີການໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປສູ່ຝັ່ງນັ້ນ ແຕ່ເຂົານອນຄຸມຫົວຂອງຕົນຢູ່ທີ່ແຄມຝັ່ງນີ້. ວາເສດຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ບຸຣຸດນັ້ນຈະໄປຈາກຝັ່ງໃນ ສູ່ຝັ່ງນອກແຫ່ງແມ່ນ້ຳອະຈິຣະວະດີໄດ້ຫຼືໜໍ ?

“ບໍ່ໄດ້ແນ່ນອນ ທ່ານພຣະໂຄດົມ !”

ວາເສດຖະ ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ

ນິວອນ ໕ ຢ່າງ ເຫຼົ່ານີ້ ກ່າວກັນໃນອະຣິຍະວິນັຍ ວ່າ“ເຄື່ອງປິດ” ແດ່ ວ່າ “ເຄື່ອງກັ້ນ” ແດ່ ວ່າ “ເຄື່ອງຄຸມ” ແດ່ ວ່າ “ເຄື່ອງຮ້ອຍຮັດ” ແດ່.

໕ ຢ່າງ ແນວໃດໜໍ ?

໕ ຢ່າງຄື

ກາມະສັນທະນິວອນ ພະຍາປາດະນິວອນ ຖີນະມິດດະນິວອນ ອຸດທັດຈະກຸກກຸດຈະນິວອນ ວິຈິກິດສານິວອນ.

ພຸດທະວະຈະນະ - ໝວດທັມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ