ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ວາເສດຖະ ! ນິວອນ ໕ ຢ່າງ ເຫຼົ່ານີ້ແລ ເຊິ່ງກ່າວກັນໃນອະຣິຍະວິນັຍວ່າ “ເຄື່ອງປິດ” ແດ່ ວ່າ “ເຄື່ອງກັ້ນ” ແດ່ ວ່າ “ເຄື່ອງຄຸມ” ແດ່ ວ່າ “ເຄື່ອງຮ້ອຍຮັດ” ແດ່.
ວາເສດຖະ ! ພຣາມໄຕຣເພດທັງຫຼາຍ ຖືກນິວອນ ໕ ຢ່າງເຫຼົ່ານີ້ ປິດແລ້ວ ກັ້ນແລ້ວ ຄຸມແລ້ວ ຮ້ອຍຮັດແລ້ວ
ວາເສດຖະ ! ພຣາມໄຕຣເພດເຫຼົ່ານັ້ນ ລະທັມມະທີ່ເຮັດຄວາມເປັນພຣາມເສຍ ສະມາທານທັມມະ ທີ່ບໍ່ເຮັດຄວາມເປັນພຣາມ ດໍາລົງຊີວິດໃຫ້ເປັນໄປຢູ່ ອັນນິວອນທັງ ໕ ຢ່າງ ປິດແລ້ວ ກັ້ນແລ້ວ ຄຸມແລ້ວ ຮ້ອຍຮັດແລ້ວ ຈະເປັນຜູ້ເຂົ້າເຖິງຄວາມເປັນສະຫາຍແຫ່ງພຣົມ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ດັ່ງນີ້ນັ້ນ ນັ້ນບໍ່ເປັນຖານະທີ່ຈະເປັນໄປໄດ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ຂໍ້ຄວນລະວັງໃນການຈະເຣີນສະຕິປັດຖານສີ່ ໓໐
- ບາລີ ອຸປຣິ. ມ. ໑໔/໒໖໘-໒໗໐/໓໙໖-໔໐໑.
ອັກຄິເວສະນະ ! ...ຄັນພິກຂຸປະກອບພ້ອມດ້ວຍ ສະຕິ ສັມປະຊັນຍະແລ້ວ ຕະຖາຄົດຍ່ອມແນະນໍາເຂົາໃຫ້ຍິ່ງຂຶ້ນໄປວ່າ “ມາເຖີີ້ນພິກຂຸ ! ເຈົ້າຈົ່ງເສບເສນາສະນະອັນສະງົບງຽບ ຄື ປ່າເລົ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ທີ່ແຈ້ງ ຫຼື ກອງເຟືອງເຖີ້ນ” ດັ່ງນີ້. ພິກຂຸນັ້ນຍ່ອມເສບເສນາສະນະອັນສະງົບ ງຽບ ຄັນກ້າວກັບຈາກບິນດະບາດໃນກາລເປັນປັດສາພັດ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົາຍ່ອມລະອະພິດຊາໃນໂລກ ມີຈິຕປາສະຈາກອະພິດຊາ ຄອຍຊໍາລະຈິຕຈາກອະພິດຊາຢູ່ ລະພະຍາບາດ ມີຈິຕປາສະຈາກພະຍາບາດ ເປັນຜູ້ກະຣຸນາ ມີຈິຕຫວັງຄວາມເກື້ອກູນໃນສັດທັງຫຼາຍ ຄອຍ ຊໍາລະຈິຕຈາກພະຍາບາດຢູ່ ລະຖີນະມິດທະ ມີຈິຕປາສະຈາກ ຖີນະມິດທະ ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີສະຕິສັມປະຊັນຍະ ຄອຍຊໍາລະຈິຕຈາກຖີນະມິດທະຢູ່ ລະອຸດທັດຈະກຸກກຸດຈະ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນ ຄອຍຊໍາລະຈິຕຈາກອຸດທັດຈະກຸກກຸດຈະຢູ່ ລະວິຈິກິດສາ ຂ້າມພົ້ນວິຈິກິດສາເສຍໄດ້ ບໍ່ຕ້ອງກ່າວຖາມວ່າ “ນີ້ອັນໃດ ນີ້ແນວໃດ” ໃນກຸສົນທັມທັງຫຼາຍ ຄອຍຊໍາລະຈິຕຈາກວິຈິກິດສາຢູ່.
ພຸດທະວະຈະນະ - ໝວດທັມ
ພິກຂຸນັ້ນ ຄັນລະນິວອນ ໕ ປະການ ອັນເປັນເຄື່ອງເສົ້າໝອງຈິຕ ເຮັດປັນຍາໃຫ້ຖອຍກໍາລັງເຫຼົ່ານີ້ໄດ້ແລ້ວ ເຂົາເປັນຜູ້ມີປົກກະຕິ ເຫັນກາຍໃນກາຍຢູ່... ມີປົກກະຕິ ເຫັນເວທະນາໃນ ເວທະນາທັງຫຼາຍຢູ່.... ມີປົກກະຕິ ເຫັນຈິຕໃນຈິຕຢູ່.... ມີປົກກະຕິ ເຫັນທັມໃນທັມທັງຫຼາຍຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິດຊາແລະໂທມະນັດສະໃນໂລກອອກເສຍໄດ້.
ຕະຖາຄົດ ຍ່ອມແນະນໍາເຂົານັ້ນໃຫ້ຍິ່ງຂຶ້ນໄປວ່າ
“ມາເຖີ້ນ ພິກຂຸ ! ເຈົ້າຈົ່ງເປັນຜູ້ມີປົກກະຕິ ເຫັນກາຍໃນກາຍຢູ່ ແຕ່ຢ່າຕຶກເຊິ່ງວິຕົກອັນເຂົ້າໄປປະກອບຢູ່ກັບກາຍເລີຍ (ມາ ຈະ ກາຢູປະສັນຫິຕັງ ວິຕັກກັງ ວິຕັກເກສິ)
ມາເຖີ້ນ ພິກຂຸ ! ເຈົ້າຈົ່ງເປັນຜູ້ມີປົກກະຕິ ເຫັນເວທະນາໃນເວທະນາທັງຫຼາຍຢູ່ ແຕ່ຢ່າຕຶກເຊິ່ງວິຕົກອັນເຂົ້າໄປປະກອບຢູ່ກັບເວທະນາເລີຍ
ມາເຖີ້ນ ພິກຂຸ ! ເຈົ້າຈົ່ງເປັນຜູ້ມີປົກກະຕິ ເຫັນຈິຕໃນຈິຕທັງຫຼາຍຢູ່ ແຕ່ຢ່າຕຶກເຊິ່ງວິຕົກອັນເຂົ້າໄປປະກອບຢູ່ກັບຈິຕເລີຍ
ມາເຖີ້ນ ພິກຂຸ ! ເຈົ້າຈົ່ງເປັນຜູ້ມີປົກກະຕິ ເຫັນທັມໃນທັມທັງຫຼາຍຢູ່ ແຕ່ຢ່າຕຶກເຊິ່ງວິຕົກອັນເຂົ້າໄປປະກອບຢູ່ກັບທັມເລີຍ” ດັ່ງນີ້.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸນັ້ນ ເພາະເຂົ້າໄປສະງົບລະງັບເສຍໄດ້ເຊິ່ງວິຕົກ ແລະວິຈານ ຈຶ່ງເຂົ້າເຖິງ ທຸຕິຍະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ນໍາໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນແລ້ວແລຢູ່. (...ແລ້ວໄດ້ຕຣັດເຖິງ ຕະຕິຍະຊານ ...ຈະຕຸຕຖະຊານ ...ປຸບເພນິວາສານຸດສະຕິຍານ ...ຈຸຕູປະປາຕະຍານ ...ອາສະວັກຂະຢະຍານ ຈົນໄປເຖິງ ວິມຸດຕິຍານ ຕາມຫຼັກທີ່ມີກ່າວຢູ່ໃນບາລີທົ່ວໆໄປ ທີ່ກ່າວເຖິງເລື່ອງນີ້)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ເຫດປັດໄຈທີ່ພຣະສາສນາຈະຕັ້ງຢູ່ດົນ
ພາຍຫຼັງພຸດທະປະຣິນິບພານ ໓໑
- ບາລີ ມຫາວາຣ. ສັງ. ໑໙/໒໓໒/໗໗໘-໗໗໙.








