ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ລໍາດັບນັ້ນແລ ທ່ານອານົນທ໌ໄດ້ຈື່ເອົາສັນຍາສິບປະການເຫຼົ່ານີ້ ໃນສໍານັກຂອງພຣະຜູ້ມີພຣະພາກເຈົ້າແລ້ວ ເຂົ້າໄປຫາທ່ານຄິຣິມານົນທ໌ ແລ້ວກ່າວສັນຍາສິບປະການແກ່ທ່ານ ເມື່ອທ່ານຄິຣິມານົນທ໌ຟັງສັນຍາສິບປະການແລ້ວ ອາພາດກໍລະງັບໄປໂດຍຖານະອັນຄວນ. ທ່ານຄິຣິມານົນທ໌ເຊົາແລ້ວຈາກອາພາດ ແລະອາພາດກໍເປັນຄືດັ່ງລະໄປແລ້ວດວ້ຍ ແລ.
ທັມມະແວດລ້ອມ
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ທັມເປັນອຸປະກາຣະສະເພາະແກ່
ອານາປານະສະຕິພາວະນາ ໒໗
- ບາລີ ປັນຈກ. ອັງ. ໒໒/໑໓໕-໑໓໖/໙໖-໙໘.
(ນັຍທີໜຶ່ງ)
ພິກຂຸທັງຫຼາຍ !
ພິກຂຸຜູ້ມຸ່ງຫວັງປະພຶດ ຝຶກອານາປານະສະຕິ
ເຊິ່ງປະກອບດ້ວຍທັມ ໕ ປະການ ຍ່ອມແທງຕະຫຼອດອະກຸບປະທັມ (ຜູ້ມີທັມບໍ່ກໍາເລີບ) ໄດ້ຕໍ່ກາລະບໍ່ດົນແລ.
໕ ປະການແນວໃດໜໍ ?
ພິກຂຸທັງຫຼາຍ ! ໕ ປະການຄື ໃນກໍລະນີນີ້ ພິກຂຸ
໑. ເປັນຜູ້ມີຄວາມຕ້ອງການໜ້ອຍ ມີກິດໜ້ອຍ ລ້ຽງງ່າຍ ສັນໂດດໃນບໍຣິຂາຣແຫ່ງຊີວິຕ
໒. ເປັນຜູ້ມີອາຫານໜ້ອຍ ປະກອບຕົນຢູ່ໃນຄວາມ ເປັນຜູ້ມີທ້ອງອັນວ່າງ (ຕາມອັຕຕາ)
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
໓. ເປັນຜູ້ບໍ່ມີຄວາມມຶນຊາ ປະກອບຕົນຢູ່ໃນຄວາມຕື່ນ
໔. ເປັນຜູ້ມີສຸຕະຫຼາຍ ຊົງສຸຕະ ສະສົມສຸຕະ ຄືທັມເຫຼົ່າໃດ ອັນງົດງາມໃນເບື້ອງຕົ້ນ ງົດງາມໃນທ່າມກາງ ງົດງາມໃນທີ່ສຸດ ສະແດງຢູ່ເຊິ່ງພຣົມມະຈັນອັນບໍຣິສຸດບໍຣິບູນສິ້ນເຊີງ ພ້ອມທັງອັດຖະແລະພະຍັນຊະນະ ທັມມີລັກສະນະເຫັນປານນັ້ນ ເປັນທັມທີ່ເຂົາສະດັບແລ້ວຫຼາຍ ຊົງຈໍາໄວ້ຄ່ອງປາກທ່ອງຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍທິຕຖິ
໕. ພິຈາລະນາເຫັນສະເພາະຢູ່ເຊິ່ງຈິຕອັນຫຼຸດພົ້ນແລ້ວ (ຕາມລໍາດັບ) ແນວໃດ.
ພິກຂຸທັງຫຼາຍ !
ພິກຂຸຜູ້ມຸ່ງຫວັງປະພຶດ ຝຶກອານາປານະສະຕິ
ເຊິ່ງປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ
ຍ່ອມແທງຕະຫຼອດອະກຸບປະທັມ ໄດ້ຕໍ່ກາລະບໍ່ດົນແທ້ແລ.
ພຸດທະວະຈະນະ - ໝວດທັມ
(ນັຍທີສອງ)
ພິກຂຸທັງຫຼາຍ !
ພິກຂຸຜູ້ຈະເລີນອານາປານະສະຕິ ເຊິ່ງປະກອບດ້ວຍທັມ ໕ ປະການ ຍ່ອມແທງຕະຫຼອດອະກຸບປະທັມ ໄດ້ຕໍ່ກາລະບໍ່ດົນແລ.
໕ ປະການແນວໃດໜໍ ?
ພິກຂຸທັງຫຼາຍ ! ໕ ປະການ ຄື ໃນກໍລະນີນີ້ ພິກຂຸ
໑. ເປັນຜູ້ມີຄວາມຕ້ອງການໜ້ອຍ ມີກິດໜ້ອຍ ລ້ຽງງ່າຍ ສັນໂດດໃນບໍຣິຂາຣແຫ່ງຊີວິຕ
໒. ເປັນຜູ້ມີອາຫານໜ້ອຍ ປະກອບຕົນຢູ່ໃນຄວາມເປັນຜູ້ມີທ້ອງອັນວ່າງ (ຕາມອັຕຕາ)
໓. ເປັນຜູ້ບໍ່ມີຄວາມມຶນຊາ ປະກອບຕົນຢູ່ໃນຄວາມຕື່ນ
໔. ເປັນຜູ້ໄດ້ຕາມປາຖະໜາ ໄດ້ໂດຍບໍ່ຍາກ ໄດ້ບໍ່ລໍາບາກ ເຊິ່ງກະຖາອັນເປັນໄປເພື່ອການຂູດເກົາກິເລສ ເປັນທີ່ສະບາຍ ແກ່ທັມເຄື່ອງເປີດໂລ່ງແຫ່ງຈິຕ ຄື
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອັບປິດສະກະຖາ (ເລື່ອງປາຖະໜາໜ້ອຍ)
ສັນຕຸຕຖິກະຖາ (ເລື່ອງສັນໂດດ)
ປະວິເວກະກະຖາ (ເລື່ອງຄວາມສະງົບງຽບ)
ອະສັງສັກຄະກະຖາ (ເລື່ອງບໍ່ຄຸກຄີກັນ)
ວິຣິຢາຣັມພະກະຖາ (ເລື່ອງມີຄວາມພຽນ)
ສີລະກະຖາ (ເລື່ອງສີລ)
ສະມາທິກະຖາ (ເລື່ອງສະມາທິ)
ປັນຍາກະຖາ (ເລື່ອງປັນຍາ)
ວິມຸຕຕິກະຖາ (ເລື່ອງຫຼຸດພົ້ນ)
ວິມຸຕຕິຍານະທັດສະນະກະຖາ (ເລື່ອງວິມຸດຕິຍານະທັດສະນະ)
໕. ພິຈາລະນາເຫັນສະເພາະຢູ່ເຊິ່ງຈິຕອັນຫຼຸດພົ້ນແລ້ວ (ຕາມລໍາດັບ) ແນວໃດ.
ພິກຂຸທັງຫຼາຍ !
ພິກຂຸຜູ້ຈະເລີນອານາປານະສະຕິ ເຊິ່ງປະກອບດ້ວຍທັມ ໕ ປະການ ເຫຼົ່ານີ້ແລ ຍ່ອມແທງຕະຫຼອດອະກຸບປະທັມ ໄດ້ຕໍ່ກາລະບໍ່ດົນແທ້ແລ.
ພຸດທະວະຈະນະ - ໝວດທັມ
(ນັຍທີສາມ)
ພິກຂຸທັງຫຼາຍ !
ພິກຂຸຜູ້ຝຶກໃຫ້ຫຼາຍເຊິ່ງ ອານາປານະສະຕິ
ເຊິ່ງປະກອບດ້ວຍ ທັມ ໕ ປະການ
ຍ່ອມແທງຕະຫຼອດອະກຸບປະທັມ ໄດ້ຕໍ່ກາລະບໍ່ດົນແລ.
໕ ປະການແນວໃດໜໍ ?
ພິກຂຸທັງຫຼາຍ ! ໕ ປະການ ຄື ໃນກໍລະນີນີ້ ພິກຂຸ
໑. ເປັນຜູ້ມີຄວາມຕ້ອງການໜ້ອຍ ມີກິດໜ້ອຍ ລ້ຽງງ່າຍ ສັນໂດດໃນບໍຣິຂາຣແຫ່ງຊີວິຕ
໒. ເປັນຜູ້ມີອາຫານໜ້ອຍ ປະກອບຕົນຢູ່ໃນຄວາມ ເປັນຜູ້ມີທ້ອງອັນວ່າງ (ຕາມອັຕຕາ)
໓. ເປັນຜູ້ບໍ່ມີຄວາມມຶນຊາ ປະກອບຕົນຢູ່ໃນຄວາມຕື່ນ
໔. ເປັນຜູ້ຢູ່ປ່າ ມີເສນາສະນະອັນສະງົບງຽບ








