ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ວິຊຊາແລະວິມຸດຕິບໍຣິບູນ ເພາະໂພດຊົງບໍຣິບູນ
໐໕. ການຈະເຣີນອານາປານະສະຕິ (ຕາມນັຍແຫ່ງ
ມະຫາສະຕິປັດຖານສູຕ)
໐໖. ເມື່ອຈະເຣີນອານາປານະສະຕິ ກໍຊື່ວ່່າຈະເຣີນກາຢະຄະຕາສະຕິ
໐໗. ອານາປານະສະຕິ ເປັນເຫດໃຫ້ເຖິງເຊິ່ງນິບພານ
໐໘. ອານາປານະສະຕິສະມາທິ ເປັນເຫດໃຫ້ລະສັງໂຍດໄດ້
໐໙. ອານາປານະສະຕິສະມາທິ ສາມາດກໍາຈັດເສຍໄດ້ເຊິ່ງອະນຸໄສ
໑໐. ອານາປານະສະຕິສະມາທິ ເປັນເຫດໃຫ້ຮອບຮູ້ເຊິ່ງທາງໄກ (ອະວິຊຊາ)
໑໑. ອານາປານະສະຕິສະມາທິ ເປັນເຫດໃຫ້ດັບສິ້ນອາສະວະ
໑໒. ແບບການຈະເຣີນອານາປານະສະຕິທີ່ມີຜົນຫຼາຍ (ແບບທີນຶ່ງ)
໑
໕
໑໑
໑໒
໑໘
໒໒
໒໕
໓໐
໓໗
໔໓
໔໕
໔໗
໔໙
໕໐
໕໒
໕໔
໕໖
໕໘
໑໓. ຈະເຣີນອານາປານະສະຕິ ມີອານິສົງເປັນອະເນກປະການ
ຈິຕຫຼຸດພົ້ນຈາກອາສະວະ
ລະຄວາມດໍາຣິອັນອາໄສເຮືອນ
ຄວບຄຸມຄວາມຮູ້ສຶກກ່ຽວກັບຄວາມບໍ່ປະຕິກູນ
ເປັນເຫດໃຫ້ໄດ້ສະມາທິໃນລະດັບຣູປະສັນຍາທັງສີ່
ເປັນເຫດໃຫ້ໄດ້ສະມາທິໃນລະດັບອະຣູປະສັນຍາທັງສີ່
ເປັນເຫດໃຫ້ໄດ້ສັນຍາເວທະຢິຕະນິໂຣດ
ຮູ້ຕໍ່ເວທະນາທຸກປະການ
໑໔. ແບບການຈະເຣີນອານາປານະສະຕິທີ່ມີຜົນຫຼາຍ (ແບບທີສອງ)
໑໕. ຈະເຣີນອານາປານະສະຕິ ມີອານິສົງເປັນອະເນກປະການ
(ອີກສູຕນຶ່ງ)
ໄດ້ບັນລຸມັກຜົນໃນປັດຈຸບັນ
ເພື່ອປະໂຫຍດຫຼາຍ
ເພື່ອຄວາມກະເສມຈາກໂຢຄະຫຼາຍ
ເພື່ອຄວາມສັງເວດຫຼາຍ
ເພື່ອຢູ່ເປັນຜາສຸຂຫຼາຍ
໑໖. ຈະເຣີນອານາປານະສະຕິ ຊື່ວ່າບໍ່ເຫີນຫ່າງຈາກຊານ
໑໗. ອານາປານະສະຕິ ເປັນສຸຂະວິຫານລະງັບໄດ້ຊຶ່ງອະກຸສົນ
໑໘. ອານາປານະສະຕິ ສາມາດກໍາຈັດບາບອະກຸສົນໄດ້ທຸກທິດທາງ
໑໙. ອານາປານະສະຕິ ລະໄດ້ເສຍຊຶ່ງຄວາມຟຸ້ງຊ້ານ
໒໐. ອານາປານະສະຕິ ລະເສຍໄດ້ຊຶ່ງຄວາມຄັບແຄ້ນ
໒໑. ອານາປານະສະຕິ ວິຫາຣະທັມຂອງພຣະອະຣິຍະເຈົ້າ
໖໐
໖໑
໖໒
໖໒
໖໔
໖໕
໖໗
໖໗
໗໑
໗໓
໗໔
໗໕
໗໖
໗໗
໗໘
໘໑
໘໓
໘໖
໙໓
໙໕
໙໗
໒໒. ຈະເຣີນອານາປານະສະຕິ ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍ
ແລະຈິຕ ຍ່ອມມີຂຶ້ນບໍ່ໄດ້
໒໓. ຈະເຣີນອານາປານະສະຕິ ເປັນເຫດໃຫ້ຮູ້ລົມຫາຍໃຈ
ອັນມີເປັນຄັ້ງສຸດທ້າຍກ່ອນເສຍຊີວິດ
໒໔. ທັມເປັນເຄື່ອງຖອນອັດສະມິມານະໃນປັດຈຸບັນ
໒໕. ວິທີບົ່ມວິມຸດຕິໃຫ້ເຖິງທີ່ສຸດ
໒໖. ສັນຍາ ໑໐ ປະການ
ໃນຖານະແຫ່ງການຮັກສາໂຣຄາດ້ວຍອໍານາດສະມາທິ
ທັມມະແວດລ້ອມ
໒໗. ທັມເປັນອຸປະກາຣະສະເພາະແກ່ອານາປານະສະຕິພາວະນາ
(ນັຍທີນຶ່ງ)
(ນັຍທີສອງ)
(ນັຍທີສາມ)
໒໘. ນິວອນເປັນເຄື່ອງເຮັດກະແສຈິດບໍ່ໃຫ້ລວມກໍາລັງ
໒໙. ນິວະຣະນະ-ຂ້າເສິກແຫ່ງສະມາທິ
໓໐. ຂໍ້ຄວນລະວັງ ໃນການຈະເຣີນສະຕິປັດຖານສີ່
໓໑. ເຫດປັດຈັຍທີ່ພຣະສາສນາຈະຕັ້ງຢູ່ດົນ
ພາຍຫຼັງພຸດທະປະຣິນິບພານ
໓໒. ອານິສົງແຫ່ງກາຢະຄະຕາສະຕິ
໑໐໐
໑໐໓
໑໐໕
໑໐໙
໑໑໒
໑໒໓
໑໒໔
໑໒໔
໑໒໖
໑໒໘
໑໓໐
໑໓໓
໑໓໕
໑໓໙
໑໔໑
ໝາຍເຫດຜູ້ລວບລວມ
ໃຈຄວາມຂອງໜັງສືເຫຼັ້ມນີ້ ບາງສ່ວນໄດ້ແປງສໍານວນຕ່າງຈາກສະບັບຫຼວງ ໂດຍທຽບຄຽງຈາກທຸກສໍານັກ (ສະຫຽາມຣັຖ, ສະບັບຫຼວງ, ສະບັບມະຫາມຸງກຸດ, ສະບັບມະຫາຈຸລາ, ສະບັບສະມາຄົມບາລີປະກອນແຫ່ງປະເທດອັງກິດ) ເພື່ອໃຫ້ສອດຮັບກັບບາລີ ແລະຄວາມເຊື່ອມໂຍງຂອງພຸດທະວະຈະນະໃຫ້ຫຼາຍທີ່ສຸຸດ.
ພຣະສູຕທີ່ເອົາມາໃສ່ ໒໖ ພຣະສູຕ
ພຣະສູຕທີ່ມີຄວາມໝາຍຄືກັນ (ບໍ່ໄດ້ເອົາມາໃສ່) ໓ ພຣະສູຕ
ພຣະສູຕດຽວກັນ ແຕ່ຢູ່ຄົນລະຄໍາພີ ໓ ພຣະສູຕ
ລວມພຣະສູຕທັງໝົດ ໓໒ ພຣະສູຕ
ທັມມະແວດລ້ອມທີ່ກ່ຽວຂ້ອງ ໖ ພຣະສູຕ
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານິສົງສູງສຸດແຫ່ງອານາປານະສະຕິ
໒ ປະການ ໐໑
- ບາລີ ມຫາວາຣ. ສັງ. ໑໙/໓໙໖-໓໙໗/໑໓໑໑-໑໓໑໓.
ພິກຂຸທັງຫຼາຍ ! ອານາປານະສະຕິອັນບຸກຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫຍ່ ມີອານິສົງສ໌ໃຫຍ່ ກໍອານາປານະສະຕິ ອັນບຸກຄົນຈະເຣີນແລ້ວແນວໃດ ຝຶກໃຫ້ຫຼາຍແລ້ວແນວໃດ ຈຶ່ງມີຜົນໃຫຍ່ ມີອານິສົງສ໌ໃຫຍ່ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ








