ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ໄດ້ແກ່ ອັປປິດສະກະຖາ (ເລື່ອງປາຖະໜາໜ້ອຍ) ສັນຕຸຕຖິກະຖາ (ເລື່ອງສັນໂດດ) ປະວິເວກະກະຖາ (ເລື່ອງຄວາມສະງົບງຽບ) ອະສັງສັກຄະກະຖາ (ເລື່ອງບໍ່ຄຸກຄີກັນ) ວິຣິຢາຣັມພະກະຖາ (ເລື່ອງມີຄວາມພຽນ) ສີລະກະຖາ (ເລື່ອງສີລ) ສະມາທິກະຖາ (ເລື່ອງສະມາທິ) ປັນຍາກະຖາ (ເລື່ອງປັນຍາ) ວິມຸຕຕິກະຖາ (ເລື່ອງວິມຸດຕິ) ວິມຸຕຕິຍານະທັດສະນະກະຖາ (ເລື່ອງວິມຸດຕິຍານທັດສະນະ) ເມຄິຢະ ! ນີ້ເປັນທັມຂໍ້ທີສາມ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.
໔ ເມຄິຢະ ! ຂໍ້ອື່ນຍັງມີອີກ ຄື ພິກຂຸເປັນຜູ້ມີຄວາມພຽນ ອັນປາຣົບແລ້ວ ເພື່ອລະອະກຸສົນທັມທັງຫຼາຍ ເພື່ອຍັງກຸສົນທັມທັງຫຼາຍໃຫ້ເຖິງພ້ອມ ເປັນຜູ້ມີກໍາລັງ ມີຄວາມດຸໝັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົນທັມທັງຫຼາຍ ເມຄິຢະ ! ນີ້ເປັນທັມຂໍ້ທີສີ່ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.
໕ ເມຄິຢະ ! ຂໍ້ອື່ນຍັງມີອີກ ຄືພິກຂຸເປັນຜູ້ມີປັນຍາ ປະກອບ ດ້ວຍປັນຍາ ເປັນເຄື່ອງເຖິງທັມສັຈຈະແຫ່ງການຕັ້ງຂຶ້ນແລະການຕັ້ງຢູ່ບໍ່ໄດ້ ອັນເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສ ໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຊອບ ເມຄິຢະ ! ນີ້ເປັນທັມຂໍ້ທີຫ້າ ເປັນໄປເພື່ອຄວາມສຸກຮອບແຫ່ງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ເມຄິຢະ ! ເມື່ອພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ ມີໝູ່ເພື່ອນດີ ຕໍ່ໄປນີ້ເປັນສິ່ງທີ່ເຂົາຍ່ອມຫວັງໄດ້ ຄືຈະເປັນຜູ້ມີສີລ ໆລໆ ຈະໄດ້ໂດຍງ່າຍເຊິ່ງທັມມະກະຖາ ໆລໆ ຈະເປັນຜູ້ປາຣົບຄວາມພຽນ ໆລໆ ຈະເປັນຜູ້ມີປັນຍາ ໆລໆ.
ເມຄິຢະ ! ພິກຂຸນັ້ນ ຕັ້ງຢູ່ໃນທັມ ໕ ປະການ ເຫຼົ່ານີ້ແລ້ວ ຍ່ອມຈະເລີນທັມ ໔ ປະການໃຫ້ຍິ່ງຂຶ້ນໄປ ຄື
(໑) ຈະເລີນ ອະສຸພະ ເພື່ອ ລະຣາຄະ
(໒) ຈະເລີນ ເມຕຕາ ເພື່ອ ລະພະຍາບາດ
(໓) ຈະເລີນ ອານາປານະສະຕິ ເພື່ອ ຕັດເສຍເຊິ່ງວິຕົກ
(໔) ຈະເລີນ ອະນິຈຈະສັນຍາ ເພື່ອ ຖອນອັສສະມິມານະ ກ່າວຄື ເມື່ອຈະເລີນອະນິຈຈະສັນຍາ ອະນັຕຕະສັນຍາ ຍ່ອມໝັ້ນຄົງ. ຜູ້ມີອະນັຕຕະສັນຍາ ຍ່ອມເຖິງເຊິ່ງການຖອນອັສສະມິມານະຄື ນິບພານ ໃນທິຕຖະທັມ ນັ້ນແລ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ສັນຍາ ໑໐ ປະການ ໃນຖານະແຫ່ງ
ການຮັກສາໂຣຄາດ້ວຍອໍານາດສະມາທິ ໒໖
- ບາລີ ທສກ. ອັງ. ໒໔/໑໑໕-໑໒໐/໖໐.
ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນທ໌ແລ້ວ ກ່າວສັນຍາ ໑໐ ປະການແກ່ເຂົາແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄືພິກຂຸຄິຣິມານົນທ໌ຟັງສັນຍາສິບປະການແລ້ວ ອາພາດອັນເປັນທຸກຂ໌ຫຼາຍຂອງເຂົາ ກໍຈະລະງັບໄປໂດຍຄວນແກ່ຖານະ ສັນຍາ ໑໐ ປະການ ນັ້ນຄື ອະນິຈຈະສັນຍາ ອະນັຕຕະສັນຍາ ອະສຸພະສັນຍາ ອາທີນະວະສັນຍາ ປະຫານະສັນຍາ ວິຣາຄະສັນຍາ ນິໂຣດະສັນຍາ ສັບພະໂລເກອະນະພິຣະຕະສັນຍາ ສັບພະສັງຂາເຣສຸອະນິຈຈະສັນຍາ ອານາປານະສະຕິ.
ອານົນທ໌ ! ອະນິຈຈະສັນຍາ ເປັນແນວໃດໜໍ ?
ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາລະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ຮູບ ບໍ່ທ່ຽງ ເວທະນາ ບໍ່ທ່ຽງ ສັນຍາ ບໍ່ທ່ຽງ ສັງຂາຣ ບໍ່ທ່ຽງ ວິນຍານ ບໍ່ທ່ຽງ” ດັ່ງນີ້ ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທ໌ທັງຫ້າ ເຫຼົ່ານີ້ຢູ່ ດ້ວຍອາການດັ່ງນີ້ ນີ້ເອີ້ນວ່າ ອະນິຈຈະສັນຍາ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານົນທ໌ ! ອະນັຕຕະສັນຍາ ເປັນແນວໃດໜໍ ?
ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາລະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ຕາ ເປັນອະນັຕຕາ ຮູບ ເປັນອະນັຕຕາ ຫູ ເປັນອະນັຕຕາ ສຽງ ເປັນອະນັຕຕາ ດັງ ເປັນອະນັຕຕາ ກິ່ນ ເປັນອະນັຕຕາ ລີ້ນ ເປັນອະນັຕຕາ ຣົສ ເປັນອະນັຕຕາ ກາຍ ເປັນອະນັຕຕາ ໂຜຕຖັບພະ ເປັນອະນັຕຕາ ໃຈ ເປັນອະນັຕຕາ ທັມມາຣົມ ເປັນອະນັຕຕາ” ດັ່ງນີ້ ເປັນຜູ້ເຫັນ ເຊິ່ງຄວາມເປັນອະນັຕຕາໃນອາຍະຕະນະທັງພາຍໃນ ແລະພາຍນອກຫົກ ເຫຼົ່ານີ້ຢູ່ ດ້ວຍອາການດັ່ງນີ້ ນີ້ເອີ້ນວ່າ ອະນັຕຕະສັນຍາ.
ອານົນທ໌ ! ອະສຸພະສັນຍາ ເປັນແນວໃດໜໍ ?








