ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ພິກຂຸທັງຫຼາຍ ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸຜູ້ມີມິຕດີ (ກັນລະຍານະມິຕຕະ) ມີສະຫາຍດີ (ກັນລະຍານະສະຫາຢະ) ມີໝູ່ເພື່ອນດີ (ກັນລະຍານະສັມປະວັງກະ) ຄື ຈະເປັນຜູ້ມີສີລສັງລວມ ດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາຣະຍາດແລະໂຄຈອນ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ແມ່ນມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍຢູ່
ພິກຂຸທັງຫຼາຍ ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸຜູ້ມີມິຕດີ ມີສະຫາຍດີ ມີໝູ່ເພື່ອນດີ ກ່າວຄື ກະຖາເປັນເຄື່ອງຂູດເກົາກິເລສຢ່າງຍິ່ງ ເປັນທັມເຄື່ອງສະບາຍແກ່ການເປີດໂລ່ງແຫ່ງຈິຕ ໄດ້ແກ່ ອັບປິດສະກະຖາ (ເລື່ອງປາຖະໜາໜ້ອຍ) ສັນຕຸຕຖິກະຖາ (ເລື່ອງສັນໂດດ) ປະວິເວກະກະຖາ (ເລື່ອງຄວາມສະງົບງຽບ) ອະສັງສັກຄະກະຖາ (ເລື່ອງບໍ່ຄຸກຄີກັນ) ວິຣິຢາຣັມພະກະຖາ (ເລື່ອງມີຄວາມພຽນ) ສີລະກະຖາ (ເລື່ອງສີລ) ສະມາທິກະຖາ (ເລື່ອງສະມາທິ) ປັນຍາກະຖາ (ເລື່ອງປັນຍາ)
ພຸດທະວະຈະນະ - ໝວດທັມ
ວິມຸຕຕິກະຖາ (ເລື່ອງວິມຸດຕິ) ວິມຸຕຕິຍານະທັສສະນະກະຖາ (ເລື່ອງວິມຸດຕິຍານະທັດສະນະ) ເຂົາ ຈະເປັນຜູ້ໄດ້ໂດຍງ່າຍ ໄດ້ໂດຍບໍ່ຍາກ ບໍ່ລໍາບາກ ເຊິ່ງກະຖາເຊັ່ນນີ້
ພິກຂຸທັງຫຼາຍ ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸຜູ້ມີມິຕດີ ມີສະຫາຍດີ ມີໝູ່ເພື່ອນດີ ກ່າວຄື ຈະເປັນຜູ້ມີຄວາມພຽນອັນປາຣົບແລ້ວ ເພື່ອການລະເຊິ່ງອະກຸສົນທັມທັງຫຼາຍ ເພື່ອການເຖິງພ້ອມແຫ່ງກຸສົນທັມທັງຫຼາຍ ມີກໍາລັງ (ຈິຕ) ມີຄວາມດຸໝັ່ນໝັ້ນຄົງ ບໍ່ປ່ອຍຖິ້ມທຸຣະໃນກຸສົນທັມທັງຫຼາຍ.
ພິກຂຸທັງຫຼາຍ ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸຜູ້ມີມິຕດີ ມີສະຫາຍດີ ມີໝູ່ເພື່ອນດີ ກ່າວຄື ຈະເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງໃຫ້ຮູ້ເຊິ່ງຄວາມເກີດແລະຄວາມດັບ (ອຸທະຍັຕຖະຄາມິນີ) ອັນເປັນປັນຍາທີ່ເປັນອະຣິຍະເປັນເຄື່ອງເຈາະແທງກິເລສ ໃຫ້ເຖິງເຊິ່ງຄວາມດັບສິ້ນທຸກຂ໌ໂດຍຊອບ.
ພິກຂຸທັງຫຼາຍ ! ພິກຂຸຜູ້ຕັ້ງຢູ່ໃນທັມ ໕ ປະການເຫຼົ່ານີ້ແລ້ວ ຍ່ອມຈະເລີນທັມ ໔ ປະການໃຫ້ຍິ່ງຂຶ້ນໄປ ຄື
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
(໑) ຈະເລີນ ອະສຸພະ ເພື່ອລະ ຣາຄະ
(໒) ຈະເລີນ ເມຕຕາ ເພື່ອລະ ພະຍາບາດ
(໓) ຈະເລີນ ອານາປານະສະຕິ ເພື່ອຕັດເສຍເຊິ່ງ ວິຕົກ
(໔) ຈະເລີນ ອະນິຈຈະສັນຍາ ເພື່ອຖອນ ອັສສະມິມານະ.
ພິກຂຸທັງຫຼາຍ ! ເມື່ອພິກຂຸມີອະນິຈຈະສັນຍາ ອະນັັຕຕະສັນຍາ ຍ່ອມຕັ້ງໝັ້ນ ຜູ້ມີອະນັຕຕະສັນຍາ ຍ່ອມເຖິງການຖອນເສຍໄດ້ເຊິ່ງອັສສະມິມານະ ຄື ນິບພານ ໃນທິຕຖະທັມແລ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ວິທີບົ່ມວິມຸດຕິໃຫ້ເຖິງທີ່ສຸດ ໒໕
- ບາລີ ນວກ. ອັງ. ໒໓/໓໖໙/໒໐໗. - ອຸ. ຂຸ. ໒໕/໑໒໖-໑໒໙/໘໘-໘໙.
ເມຄິຢະ ! ທັມທັງຫຼາຍ ໕ ປະການ ເປັນໄປເພື່ອຄວາມ ສຸກຮອບ (ປະຣິປາກະ) ຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ. ໕ ປະການເປັນແນວໃດໜໍ ? ໕ ປະການ ຄື
໑ ເມຄິຢະ ! ໃນກໍລະນີນີ້ ພິກຂຸເປັນຜູ້ ມີມິຕດີ ມີສະຫາຍດີ ມີໝູ່ເພື່ອນດີ ເມຄິຢະ ! ນີ້ເປັນທັມຂໍ້ທີໜຶ່ງ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.
໒ ເມຄິຢະ ! ຂໍ້ອື່ນຍັງມີອີກ ຄືພິກຂຸເປັນຜູ້ ມີສີລ ສັງລວມແລ້ວ ດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາຣະຍາດ ແລະໂຄຈອນ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍແມ່ນມີປະມານເລັກນ້ອຍ ສະມາທານຢູ່ໃນສິກຂາບົດທັງຫຼາຍ ເມຄິຢະ ! ນີ້ເປັນທັມຂໍ້ທີສອງ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸດຕິທີ່ຍັງບໍ່ສຸກຮອບ.
໓ ເມຄິຢະ ! ຂໍ້ອື່ນຍັງມີອີກ ຄື ພິກຂຸເປັນຜູ້ ໄດ້ຕາມປາຖະໜາ ໄດ້ບໍ່ຍາກ ໄດ້ບໍ່ລໍາບາກ ເຊິ່ງທັມມະກະຖາອັນເປັນເຄື່ອງຂູດເກົາກິເລສຢ່າງຍິ່ງ ເປັນທີ່ສະບາຍແກ່ການເປີດໂລ່ງແຫ່ງຈິຕ
ພຸດທະວະຈະນະ - ໝວດທັມ








