ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ອານົນທ໌ ! ພິກຂຸໃນກໍລະນີນີ້ ເຫັນຢູ່ໂດຍແຈ່ມແຈ້ງເຊິ່ງກາຍນີ້ ນີ້ແຫຼະ ແຕ່ພື້ນບາທາຂຶ້ນໄປເບື້ອງເທິງ ແຕ່ປາຍຜົມລົງມາເຖິງເບື້ອງລຸ່ມ ວ່າມີໜັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງ ບໍ່ສະອາດມີປະການຕ່າງໆ ຄືກາຍນີ້ມີ ຜົມ ຂົນ ເລັບ ແຂ້ວ ໜັງ ຊີ້ນ ເອັນ ກະດູກ ເຫຍື່ອໃນກະດູກ ໄຂ່ຫຼັງ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ລໍາໄສ້ ລໍາໄສ້ສຸດ ອາຫາຣໃນກະເພາະ ອຸດຈາຣະ ນ້ຳບີ ສະເຫຼດ ໜອງ ເລືອດ ເຫື່ອ ນໍ້າມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນ້ຳໄຂຂໍ້ ນ້ຳມູຕ ເປັນຜູ້ເຫັນຄວາມບໍ່ງາມໃນກາຍນີ້ຢູ່ ດ້ວຍອາການດັ່ງນີ້ ນີ້ເອີ້ນວ່າ ອະສຸພະສັນຍາ.
ພຸດທະວະຈະນະ - ໝວດທັມ
ອານົນທ໌ ! ອາທີນະວະສັນຍາ ເປັນແນວໃດໜໍ ?
ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາລະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາຍນີ້ມີທຸກຂ໌ຫຼາຍ ມີໂທດຫຼາຍ ຄື ໃນກາຍນີ້ມີອາພາດຕ່າງໆ ເກີດຂຶ້ນ ກ່າວຄື ໂຣຄຕາ ໂຣຄຫູ ໂຣຄດັງ ໂຣຄລີ້ນ ໂຣຄກາຍ ໂຣຄທີ່ຫົວ ໂຣຄທີ່ຫູ ໂຣຄທີ່ປາກ ໂຣຄທີ່ແຂ້ວ ໂຣຄໄອ ໂຣຄຫືດ ໄຂ້ຫວັດ ໄຂ້ມີພິດຮ້ອນ ໄຂ້ຊຶມເຍືອ ໂຣຄກະເພາະ ໂຣຄລົມສະຫຼົບ ລົງແດງ ຈຸກສຽບ ເຈັບສຽບ ໂຣຄຊໍາເຮື້ອ ໂຣຄຝີ ຂີ້ກາກ ໂຣຄຂີ້ຂະຍື ບ້າໝູ ໂຣຄຫິດເປື່ອຍ ໂຣຄຫິດດ້ານ ຝີດານ ໂຣຄໄຂ້ຝຸ່ນ ໂຣຄເລືອດ ໂຣຄບີຮົ່ວ ເບົາຫວານ ຕຸ່ມສຸກໃສ ໂຣຄຜື່ນຄັນ ຣິດສີດວງທະວານ ອາພາດມີບີເປັນສະມຸດຖານ ອາພາດມີຂີ້ເທີ່ເປັນສະມຸດຖານ ອາພາດມີລົມເປັນສະມຸດຖານ ໄຂ້ລົມພິດ ໄຂ້ເພາະລະດູປ່ຽນແປງ ໄຂ້ເພາະບໍຣິຫານກາຍບໍ່ສະໝ່ຳສະເໝີ ໄຂ້ເພາະອອກກໍາລັງເກີນ ໄຂ້ເພາະວິບາກກັມ ຄວາມບໍ່ສະບາຍເພາະຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ການຖ່າຍປັດສະວະ” ດັ່ງນີ້ ເປັນຜູ້ເຫັນໂທດໃນກາຍນີ້ຢູ່ ດ້ວຍອາການດັ່ງນີ້ ນີ້ເອີ້ນວ່າ ອາທີນະວະສັນຍາ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານົນທ໌ ! ປະຫານະສັນຍາ ເປັນແນວໃດໜໍ ?
ອານົນທ໌ ! ພິກຂຸໃນກໍລະນີນີ້ ບໍ່ຍອມຮັບໄວ້ເຊິ່ງກາມະວິຕົກທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ບໍ່ຍອມຮັບໄວ້ເຊິ່ງພະຍາປາທະວິຕົກທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ບໍ່ຍອມຮັບໄວ້ເຊິ່ງວິຫິງສາວິຕົກທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ບໍ່ຍອມຮັບໄວ້ເຊິ່ງອະກຸສົນທັມທັງຫຼາຍ ອັນເປັນບາບທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ນີ້ເອີ້ນວ່າ ປະຫານະສັນຍາ.
ອານົນທ໌ ! ວິຣາຄະສັນຍາ ເປັນແນວໃດໜໍ ?
ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາລະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ທັມມະ ຊາດນັ້ນ ສະງົບ ທັມມະຊາດນັ້ນ ປານີດ ກ່າວຄື ທັມມະຊາດອັນເປັນທີ່ລະງັບແຫ່ງສັງຂາຣທັງປວງ ເປັນທີ່ສະລັດຄືນເຊິ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບເຢັນ” ດັ່ງນີ້ ນີ້ເອີ້ນວ່າ ວິຣາຄະສັນຍາ.
ພຸດທະວະຈະນະ - ໝວດທັມ
ອານົນທ໌ ! ນິໂຣດະສັນຍາ ເປັນແນວໃດໜໍ ?
ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາລະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ທັມມະຊາດນັ້ນ ສະງົບ ທັມມະຊາດນັ້ນ ປານີດ ກ່າວຄື ທັມມະຊາດອັນເປັນທີ່ລະງັບແຫ່ງສັງຂາຣທັງປວງ ເປັນທີ່ສະລັດຄືນເຊິ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບເຢັນ” ດັ່ງນີ້ ນີ້ເອີ້ນວ່າ ນິໂຣດະສັນຍາ.
ອານົນທ໌ ! ສັບພະໂລເກອະນະພິຣະຕະສັນຍາ ເປັນແນວໃດໜໍ ?
ອານົນທ໌ ! ພິກຂຸໃນກໍລະນີນີ້ອະນຸໄສ (ຄວາມເຄີຍຊິນ) ໃນການຕັ້ງທັບ ໃນການຝັງໂຕເຂົ້າໄປຢຶດໝັ້ນແຫ່ງຈິຕດ້ວຍຕັນຫາ ອຸປາທານໃດໆໃນໂລກ ມີຢູ່ ເຂົາລະຢູ່ເຊິ່ງອະນຸໄສນັ້ນໆ ງົດເວັ້ນບໍ່ເຂົ້າໄປຢຶດຖືຢູ່ ນີ້ເອີ້ນວ່າ ສັບພະໂລເກອະນະພິຣະຕະສັນຍາ (ຄວາມສໍາຄັນໃນໂລກທັງປວງວ່າເປັນສິ່ງບໍ່ໜ້າຍິນດີ).








