ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ຍ່ອມນັ່ງຄູ້ຂາເຂົ້າມາໂດຍຮອບ (ຂັດສະມາທິ) ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົາເປັນຜູ້ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ (໑) ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ຫຼືເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ ຫຼືວ່າ (໒) ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນ ຫຼືເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ (໓) ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຈະຫາຍໃຈເຂົ້າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຈະຫາຍໃຈອອກ (໔) ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ ເຮົາເຮັດກາຍສັງຂາຣໃຫ້ລະງັບ ຈະຫາຍໃຈເຂົ້າ ເຮົາເຮັດກາຍສັງຂາຣໃຫ້ລະງັບ ຈະຫາຍໃຈອອກ

ພຸດທະວະຈະນະ - ໝວດທັມ

ເຊັ່ນດຽວກັບ ນາຍຊ່າງກຶງ ຫຼືລູກນ້ອງຂອງນາຍຊ່າງກຶງຜູ້ຊ່ຽວຊານ ເມື່ອເຂົາດຶງເຊືອກກຶງຍາວ ກໍຮູ້ແຈ້ງວ່າເຮົາດຶງເຊືອກກຶງຍາວ ເມື່ອດຶງເຊືອກກຶງສັ້ນ ກໍຮູ້ແຈ້ງວ່າເຮົາດຶງເຊືອກກຶງສັ້ນ ເຊັ່ນໃດກໍເຊັ່ນນັ້ນ.

ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ້ມີປົກກະຕິພິຈາລະນາ ເຫັນກາຍ ໃນກາຍອັນເປັນພາຍໃນຢູ່ແດ່ ໃນກາຍອັນເປັນພາຍນອກຢູ່ແດ່ ໃນກາຍທັງພາຍໃນ ແລະ ພາຍນອກຢູ່ແດ່ແລະເປັນຜູ້ມີປົກກະຕິພິຈາລະນາ ເຫັນທັມ ອັນເປັນເຫດເກີດຂຶ້ນໃນກາຍຢູ່ແດ່ ເຫັນທັມເປັນເຫດເສື່ອມໄປໃນກາຍຢູ່ແດ່ເຫັນທັງທັມເປັນເຫດເກີດຂຶ້ນ ແລະ ເສື່ອມໄປໃນກາຍຢູ່ແດ່ ກໍແຫຼະ ສະຕິ ວ່າ “ກາຍມີຢູ່” ດັ່ງນີ້ຂອງເຂົານັ້ນ ເປັນສະຕິທີ່ເຂົາດໍາລົງໄວ້ພຽງເພື່ອຄວາມຮູ້ ພຽງເພື່ອອາໄສລະນຶກ ທີ່ແທ້ເຂົາເປັນຜູ້ທີ່ຕັນຫາ ແລະ ທິຕຖິອາໄສບໍ່ໄດ້ ແລະ ເຂົາບໍ່ຢຶດໝັ້ນອັນໃດໆ ໃນໂລກນີ້.

ພິກຂຸທັງຫຼາຍ ! ພິກຂຸຊື່ວ່າ ເປັນຜູ້ມີປົກກະຕິພິຈາລະນາເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ເມື່ອຈະເຣີນອານາປານະສະຕິ

ກໍຊື່ວ່າຈະເຣີນກາຢະຄະຕາສະຕິ ໐໖

- ບາລີ ອຸປຣິ. ມ. ໑໔/໒໐໔/໒໙໔.

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”

ພຸດທະວະຈະນະ - ໝວດທັມ

ເມື່ອພິກຂຸນັ້ນເປັນຜູ້ບໍ່ປະມາດ ມີຄວາມພຽນ ມີຕົນສົ່ງໄປແລ້ວໃນການເຮັດເຊັ່ນນັ້ນຢູ່ ຍ່ອມລະຄວາມລະລຶກ ແລະ ຄວາມດໍາຣິອັນອາໄສເຮືອນເສຍໄດ້.

ເພາະລະຄວາມລະລຶກແລະຄວາມດໍາຣິນັ້ນໄດ້ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະຫງົບລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ໃນພາຍໃນນັ້ນແລ.

ພິກຂຸທັງຫຼາຍ ! ແມ່ນວ່າເຊັ່ນນີ້ ພິກຂຸນັ້ນກໍຊື່ວ່າ ຈະເລີນກາຢະຄະຕາສະຕິ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ