ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທໍາມະຊາດບໍ່ລືມຫຼົງ. ພິກຂຸທັງຫຼາຍ ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທໍາມະຊາດບໍ່ລືມຫຼົງ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະຕິສັມໂພຊຊົງຄ໌ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເລີນ.

ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້ ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ

(ຕໍ່ໄປນີ້ ມີຂໍ້ຄວາມແນວດຽວກັນກັບໃນໂພຊຊົງຄ໌ເຈັດ ໝວດກາຍານຸປັສສະນາ ຈົນຈົບໝວດ).

ພິກຂຸທັງຫຼາຍ ! ສະຕິປັຕຖານທັງສີ່ ອັນບຸກຄົນຈະເລີນແລ້ວເຊັ່ນນີ້ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ແລ ຊື່ວ່າເຮັດໂພຊຊົງຄ໌ທັງເຈັດໃຫ້ບໍຣິບູນໄດ້.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ວິຊຊາແລະວິມຸດຕິບໍຣິບູນ

ເພາະໂພຊຊົງຄ໌ບໍຣິບູນ

ພິກຂຸທັງຫຼາຍ ! ໂພຊຊົງຄ໌ທັງເຈັດ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດວິຊຊາແລະວິມຸດຕິໃຫ້ບໍຣິບູນໄດ້ ?

ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ (ຄວາມຈາງຄາຍ) ອັນອາໄສນິໂຣດະ (ຄວາມດັບ) ອັນນ້ອມໄປເພື່ອໂວດສັກຄະ (ຄວາມສະລະ ຄວາມປ່ອຍ)

ຍ່ອມຈະເລີນ ທັມມະວິຈະຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ

ຍ່ອມຈະເລີນ ວິຣິຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ

ຍ່ອມຈະເລີນ ປີຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ

ຍ່ອມຈະເລີນ ປັດສັດທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ

ພຸດທະວະຈະນະ - ໝວດທັມ

ຍ່ອມຈະເລີນ ສະມາທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ.

ຍ່ອມຈະເລີນ ອຸເປກຂາສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ.

ພິກຂຸທັງຫຼາຍ ! ໂພຊຊົງຄ໌ທັງເຈັດ ອັນບຸກຄົນຈະເລີນແລ້ວເຊັ່ນນີ້ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ແລ ຊື່ວ່າເຮັດວິຊຊາແລະວິມຸດຕິໃຫ້ບໍຣິບູນໄດ້ ດັ່ງນີ້.

(ຂໍ້ສັງເກດ ດັ່ງທີ່ຕຣັດໄວ້ ສະແດງວ່າສະຕິປັຕຖານທັງສີ່ ໃນແຕ່ລະໝວດ ສົມບູນໃນຕົນເອງ ຄືເຂົ້າເຖິງໂພຊຊົງຄ໌ທີ່ບໍຣິບູນຈົນໄປເຖິງ ວິມຸດຕິໄດ້ທຸກໝວດ ດັ່ງນັ້ນ ສະຕິປັຕຖານສີ່ນັ້ນ ຜູ້ປະຕິບັດຈະຈະເລີນໝວດໃດໝວດໜຶ່ງ ຫຼືທັງ ໔ ໝວດ ກໍໄດ້ເໝືອນກັນ ເພາະສາມາດຍັງວິມຸດຕິໃຫ້ປາກົດໄດ້ດັ່ງດຽວກັນ ຜູ້ຮວບຮວມ)

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ການຈະເຣີນອານາປານະສະຕິ

(ຕາມນັຍແຫ່ງມະຫາສະຕິປັຕຖານສູຕ) ໐໕

- ບາລີ ມຫາ. ທີ. ໑໐/໓໒໒-໓໒໔/໒໗໔. ບາລີ ມູ. ມ. ໑໒/໑໐໓-໑໐໕/໑໓໓.

ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມີປົກກະຕິພິຈາລະນາເຫັນກາຍໃນກາຍຢູ່ນັ້ນ ເປັນແນວໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ